ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ອຳນວຍການ ຕຳຫຼວດລັບ ສຫລ ຈະຖືກສອບຖາມ ໂດຍ ກຳມະການ ສະພາຕ່ຳ


ທ່ານນາງ Julia Pearson ຜູ້ອຳນວຍການ ຕຳຫລວດ​ລັບ
ສະຫະລັດ
ທ່ານນາງ Julia Pearson ຜູ້ອຳນວຍການ ຕຳຫລວດ​ລັບ ສະຫະລັດ

ຜູ້ອຳນວຍການຕຳຫລວດ​ລັບສະຫະລັດ ທີ່ໃຫ້ການອາລັກຂາ
ປະທານາທິບໍດີຫຼື Secret Service ຈະໃຫ້ການ​ຕໍ່ຄະ​ນະ​ກຳ
ມະການຂອງສະພາຕ່ຳ ​ໃນ​ວັນ​ອັງຄານ​ມື້​ນີ້ ກ່ຽວ​ກັບເຫດການ
ສຳຄັນໃນການຂາດຕົກບົກຜ່ອງເລື່ອງຄວາມ​ປອດ​ໄພ ທີ່​ທຳ
ນຽບຂາວ​ໃນ​ຕົ້ນ​ເດືອນ​ນີ້.

ທ່ານ​ນາງ Julia Pierson ຄາດ​ວ່າ ​ຈະ​ຖືກ​ສອບ​ຖາມ​ຢ່າງ​ໜັກ
ຈາກ​ບັນດາ​ຜູ້​ແທນ​ສະພາ ກ່ຽວ​ກັບ​ການ​າຂາດຕົກບົກຜ່ອງ ໃນ
ເລື່ອງຄວາມ​ປອດ​ໄພ ພ້ອມ​ດ້ວຍ​ອຸບັດເຫດ ທີ່ໜ້າອັບອາຍ​ຂາຍ
ໜ້າ​ຫຼາຍໆຄັ້ງ ທີ່​ພົວພັນ​ກັບໜ່ວຍຕຳຫຼວດ​ ​ລັບ ທີ່​ຮັບຜິດຊອບ
ໃນການປົກ​ປ້ອງ ປະທານາທິບໍດີ Barack Obama ​ແລະ
​ຄອບຄົວ​ຂອງ​ທ່ານນັ້ນ.

ອຸບັດ​ເຫ​ດອື່ນໆ ​ແມ່ນຮວມ​ທັງຄວາມບໍ່ສາມາດ ​ໃນ​ການ​ຕອບ​ໂຕ້ໂດຍ​ທັນ​ທີ ຕໍ່​ມື​ປືນ​ຄົນ​
ນຶ່ງ ​ທີ່​ຍິງ​ປືນ​ໃສ່​ທຳນຽບຂາ​ວ​ໃນ​ປີ 2011 ຂ່າວນອງນັນເລື່ອງໂສເພນີທີ່ ພົວພັນກັບ ບັນ
ດາຕຳຫລວດ​ລັບ​ ​ໃນ​ລະຫວ່າງທີ່ ປະທານາທິບໍດີ ​ເດີນທາງ​ໄປປະ​ເທດ​ໂຄ​ລອມ​ເບຍ​ ​ໃນ​
ປີ 2012 ​ແລະການ​ດື່ມ​ເຫລົ້າ​ໃນ​ຕອນ​ກາງຄືນເມື່ອເດືອນ​ມີນາຜ່ານມາ ທີ່​ພາໃຫ້ມີການ​
ຖືກ​ສົ່ງຕຳຫລວດ​ລັບ​ສາ​ມຄົນ​ກັບຄືນ​ບ້ານ ໃນລະ ຫວ່າງທີ່ປະທານາທິບໍດີ ເດີນທາງ​ໄປ​ນະຄອນ Amsterdam.

ຢູ່​ໃນ​ອຸບັດ​ເຫດ​ຫວ່າ​ງມໍ່​ໆ​ມາ​ນີ້ ທ້າວ Omar Gonzalez ອາຍຸ 42 ປີ ຖືກ​ຈັບ​ຫລັງ​ຈາກ
​ລາວ​ໄດ້ປີນ​ຂ້າມ​ຮົ້ວ​ທຳນຽບຂາວ ​ແລ່ນ​ຂ້າມ​ເດີນ​ຫຍ້າແລະ​ເຂົ້າ​ໄປ​ໃນ​ ຕຶກ​ທຳນຽບຂາວ.
ໃນຂັ້ນຕົ້ນຕຳຫລວດ​ລັບ​ ກ່າວ​ວ່າ ທ້າວ Gonzalez ​ໄດ້​ຖືກ ​ຈັບໄດ້​ຢູ່ຂ້າງໃນປາກ​ປະຕູ
​ເຂົ້າ ​ແຕ່ລາຍງານຂ່າວ​ໃນ​ວັນ​ຈັນ​ວານນີ້ແຈ້ງ​ວ່າ ລາວ​ໄດ້​ແລ່ນ​ຜ່ານຍາມຄົນ​ນຶ່ງ ຢູ່​ປະຕູ
​ເຂົ້າ​ດ້ານ​ໜ້າ ​ແລະ​ແລ່ນ​ໄປຕາມ​ທາງ​ຍ່າງ​ກາຍ​ ຂັ້ນ​ໄດ ທີ່​ນຳໄປສູ່ບ່ອນຢູ່​ຂອງຄອບຄົວ
​ປະທານາທິບໍດີກ່ອນ​ທີ່​ລາວ​ໄດ້​ຖືກ​ຈັບ​ໄດ້.

US SECRET SERVICE TROUBLES VO
please wait

No media source currently available

0:00 0:01:05 0:00

XS
SM
MD
LG