ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍຜູ້ນຶ່ງ ບອກຕຳຫຼວດວ່າ ເຮືອບິນລາວ ທີ່ສູນເສຍ ການ​ຄວບ​ຄຸມ ຕົກໃສ່ ເດີ່ນຫຍ້າ​​ ທຳນຽບຂາວ​


ໜ່ວຍຄຸ້ມກັນ ປະທານາທິບໍດີ ພວມຊອກຄົ້ນຫາ ຢູ່ຕາມບໍລິເວນ ທາງໃຕ້ຂອງທຳນຽບຂາວ (26 ມັງກອນ 2015)
ໜ່ວຍຄຸ້ມກັນ ປະທານາທິບໍດີ ພວມຊອກຄົ້ນຫາ ຢູ່ຕາມບໍລິເວນ ທາງໃຕ້ຂອງທຳນຽບຂາວ (26 ມັງກອນ 2015)

ເຮືອບິນ​ທີ່​ໃຊ້​ເຄື່ອງ​ບັງຄັບ​ ຫຼື drone ຂະໜາດ​ນ້ອຍລຳນຶ່ງ ​ໄດ້​ຕົກ
ລົງໃສ່ສະ​ໜາມ​ຫຍ້າ ​ຂອງ​ທຳນຽບຂາວ ​ໃນ​ຕອນເຊົ້າ​ມືດວັນ​ຈັນ​
ວານ​ນີ້ ຈຶ່ງ​ພາ​ໃຫ້​ທຳນຽບຂາວ​ປິດ​ລົງ ​ໃນ​ຂະນະ​ທີ່ເຈົ້າ​ໜ້າ​ທີ່​ກວດ
​ສອບ​ກ່ຽວ​ກັບ​ເລື້ອ​ງນີ້.

ຕໍ່​ມາ​ຜູ້ຊາຍ​ທີ່​ບັງຄັບເຮືອບິນ​ລຳ​ດັ່ງກ່າວ ​ໄດ້​ອອກມາ​ແລະກ່າວວ່າ
ລາວເປັນຜູ້ຮັບຜິດຊອບ ​ໂດຍ​ແຈ້ງໃຫ້ພວກ​ເຈົ້າ​ໜ້າ​ທີ່ຊາບວ່າ
ລາວ​ໄດ້​ຫຼິ້ນ​ເຮືອບິນ​ເພື່ອຄວາມ​ມ່ວນ​ຊື່ນ ສະໜຸກ​ສະໜາ​ນ ​ແລະ​
ໂດຍ​ບັງ​ເອີນ​ລາວໄດ້ສູນເສຍການ​ຄວບ​ຄຸມເຮືອບິນນ້ອຍລຳນີ້.
​ເຈົ້າໜ້າທີ່​ລະບຸວ່າ ຊາຍ​ຜູ້​ນີ້​ແມ່ນ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ນະຄອນຫຼວງວໍ​ຊີງ​ຕັນ​ດີ​ຊີ​ ​ແລະ​ໄດ້​ໃຫ້​ຄວາມ​ຮ່ວມ​ມືກັບເຈົ້າ​ໜ້າ​ທີ່ກ່ຽວຂ້ອງ.

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ​ແລະ​ພັນ​ລະຍາ ທ່ານ​ນາງ Michelle ​ແມ່ນ
ພວມຢູ່ໃນລະຫວ່າງການ​ຢ້ຽມຢາມ​ປະ​ເທດ​ອິນ​ເດຍ ​ໃນ​ຂະນະ​ທີ່ເກີດ​ອຸບ​ປະຕິເຫດໃນຄັ້ງ​ນີ້, ​ແຕ່​ເຖິງ​ຢ່າງ​ນັ້ນ​ກໍ​ເທາະ ພວກ​ລູກ​ສາວ​ຂອງ​ພວກ​ທ່ານ ຍັງ​ຢູ່​ທີ່ວໍ​ຊີງ​ຕັນ​ດີ​ຊີ​ ພີ້.

ກ່ອນ​ໜ້າ​ນີ້ ​ໂຄສົກ​ທຳນຽບຂາວ ທ່ານ Josh Earnest ​ໄດ້​ກ່າວ​ວ່າ ​ຮ່ອງຮອຍຕ່າງໆແມ່ນ
ສະແດງໃຫ້ເຫັນວ່າ ເຮືອບິນນ້ອຍລຳ​ນີ້ ບໍ່​ໄດ້​ເປັນໄພ​ຂົ່ມຂູ່ ຕໍ່​ຜູ້​ໃດທັງ​ນັ້ນ ຢູ່ທີ່ທຳນຽບຂາວ.

​ໜ່ວຍຄຸ້ມຄອງອາລັກຂາປະທານາທິບໍດີຫຼື Secret Service ​ໄດ້​ອະທິບາຍ​ກ່ຽວກັບ drone ລຳນີ້​ວ່າ ມີ​ຄວາມ​ຍາວ 61 ​ຊັງຕິ​ແມັດ ເປັນເຮຣີຄອບເຕີ້ນ້ອຍໆ ບໍ່​ມີ​ຄົນ​ຂັບ ​ໃຊ້ 4​ ໝາກ​ປິ່ນ ສຳຫຼັບ ບິນແລະຂຶ້ນລົງ.

XS
SM
MD
LG