ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸໄຕ້ຝຸ່ນຫົວທີສອງ ພັດຖະຫຼົ່ມ ພາກໃຕ້ຂອງ ເກົາຫຼີໃຕ້ ໃນຮອບບໍ່ເຖິງນຶ່ງອາທິດ


ພວກຜູ້ຊາຍຢືນຢູ່ຖະໜົນ ທີ່ຖືກນໍ້າຖ້ວມຈາກໄຕ້ຝຸ່ນໄຮເໍັນ ໃນເມືອງກິອົງຈູ.
ພວກຜູ້ຊາຍຢືນຢູ່ຖະໜົນ ທີ່ຖືກນໍ້າຖ້ວມຈາກໄຕ້ຝຸ່ນໄຮເໍັນ ໃນເມືອງກິອົງຈູ.

ພາຍຸໄຕ້ຝຸ່ນ ໄຮເຊັນ ໄດ້ພັດຂຶ້ນຝັ່ງຢູ່ຊາຍຝັ່ງທະເລເກົາຫຼີໃຕ້ ໃນວັນຈັນມື້ນີ້ ນຶ່ງວັນຫຼັງ
ຈາກໄດ້ພັດຖະຫຼົ່ມພາກໃຕ້ຂອງປະເທດຍີ່ປຸ່ນ.

ບັນດານັກພະຍາກອນອາກາດຂອງເກົາຫຼີໃຕ້ກ່າວວ່າພາຍຸ ໄຮເຊັນ ໄດ້ມາເຖິງເມືອງ
ອູລຊານ ທີ່ຕັ້ງຢູ່ພາກໃຕ້ຂອງປະເທດ ດ້ວຍລົມແຮງສຸດ 126 ກິໂລແມັດ ຕໍ່ຊົ່ວໂມງ.
ພາຍຸດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ເມືອງທ່າເຮືອ ບູຊານ ທີ່ຢູ່ໃກ້ນັ້ນແລ້ວ, ເຮັດໃຫ້ເຮືອນ
ຫຼາຍພັນຫຼັງບໍ່ມີໄຟຟ້າໃຊ້, ບັງຄັບໃຫ້ພວກເຈົ້າໜ້າທີ່ຕ້ອງຍົກຍ້າຍຊາວບ້ານເກືອບ
1,000 ຄົນອອກຈາກພື້ນທີ່ ແລະ ໄດ້ຢຸດຖ້ຽວບິນໂດຍສາຍຫຼາຍກວ່າ 300 ຖ້ຽວທີ່ຈະ
ເດີນທາງໄປ ຫຼື ອອກຈາກພາກພື້ນນັ້ນ.

ກົມອຸຕຸນິຍົມກ່າວວ່າ ພາຍຸໄຮເຊັນ ຄາດວ່າຈະຫຼຸດຄວາມແຮງລົງມາເປັນພາຍຸລະດູ
ຮ້ອນພາຍໃນ 24 ຊົ່ວໂມງ.

ໄຮເຊນ ເຊິ່ງມີຄວາມໝາຍວ່າ “ພະເຈົ້າແຫ່ງທະເລ” ໃນພາສາຈີນ ນັ້ນໄດ້ເຮັດໃຫ້ເກືອບ
500,000 ຄອບຄົວບໍ່ມີໄຟຟ້າໃຊ້ຢູ່ເກາະ ຄິວຊູ ທີ່ຕັ້ງຢູ່ທາງພາກໃຕ້ຂອງປະເທດຍີ່ປຸ່ນ
ໃນວັນອາທິດວານນີ້. ເກືອບ 2 ລ້ານຄົນໄດ້ຖືກສັ່ງໃຫ້ຍົກຍ້າຍອອກຈາກບັນດາເກາະ
ຢູ່ພາກໃຕ້ຂອງຍີ່ປຸ່ນ ໃນຂະນະທີ່ພາຍຸໄດ້ພັດຖະຫຼົ່ມພາກພື້ນດັ່ງກ່າວ. ຢ່າງໜ້ອຍ 32
ຄົນ ໄດ້ຮັບບາດເຈັບຢູ່ເກາະ ຄິວຊູ.

ພາຍຸ ໄຮເຊັນ ແມ່ນໄຕ້ຝຸ່ນຫົວທີສອງໄດ້ພັດຖະຫຼົ່ມພາກໃຕ້ຂອງປະເທດຍີ່ປຸ່ນ ແລະ
ແຫຼມ ເກົາຫຼີ ໃນເວລາບໍ່ເຖິງນຶ່ງອາທິດທີ່ຜ່ານມາ. ພາຍຸໄຕ້ຝຸ່ນ ເມສັກ ໄດ້ເຮັດໃຫ້ນໍ້າ
ຖ້ວມເຮືອນຊານ ແລະ ຍານພາຫະນະ ແລະ ເຮັດໃຫ້ຕົ້ນໄມ້ ແລະ ໄຟຈາລະຈອນລົ້ມ
ລົງຫຼັງຈາກໄດ້ພັດຖະຫຼົ່ມເມືອງ ບູຊານ ໃນວັນພະຫັດ ແລ້ວນີ້, ເຊິ່ງເຮັດໃຫ້ຢ່າງໜ້ອຍ
ສອງຄົນເສຍຊີວິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG