ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທັງທ່ານ Trump ແລະທ່ານນາງ Clinton ຕ່າງກໍພວມກັບ​ຄືນ​ໄປ​ໂຄສະນາ​ຫາ​ສຽງຕື່ມ


ຜູ້ສະໝັກ ທັງສອງທ່ານ ຄື ທ່ານ Donald Trump ແລະທ່ານນາງ Hillary Clinton ຕ່າງກໍອອກ​ໂຄສະນາ​ຫາ​ສຽງຄືນໃໝ່ ຫຼັງຈາກ
ການໂຕ້ວາທີຄັ້ງທີ 2.
ຜູ້ສະໝັກ ທັງສອງທ່ານ ຄື ທ່ານ Donald Trump ແລະທ່ານນາງ Hillary Clinton ຕ່າງກໍອອກ​ໂຄສະນາ​ຫາ​ສຽງຄືນໃໝ່ ຫຼັງຈາກ ການໂຕ້ວາທີຄັ້ງທີ 2.

ທ່ານ​ນາງ Hillary Clinton ສັງກັດ​ພັກ Democratic ​ກັບ ​ທ່ານ Donald Trump ສັງກັດ​ພັກ Republican ​ພວມກັບ​ຄືນ​ໄປ​ໂຄສະນາ​ຫາ​ສຽງໃໝ່ ຫຼັງ​ຈາກ ການ​ໂຕ້​ວາທີ ທີ່​ຂຸ້ນ ຂ້ຽວຜ່ານມາ​ຫຼາຍ​ວັນ​ແລ້ວ​ ຄວາມ​ເຫັນ​ທີ່​ທ່ານ Trump ກ່ຽວ​ກັບ​ພວກ​ຜູ້ຍິງ ຊຶ່ງ​ເປັນ​ການ​ແບ່ງ​ແຍກ​ຢ່າງ​ສິ້ນ​ເຊີງ​ລະຫວ່າງ Republican ​ແລະ ບັນດາ​ພວກ​ອີ​ແມ​ລທີ່​ຮົ່ວ​ໄຫຼ​ທີ່ີ ສະ​ແດງ ​ໃຫ້​ເຫັນ​ເຖິງ​ທ່ານ​ນາງ Clinton ວ່າເປັນເລື້ອງ​ສ່ວນ​ບຸກຄົນ ​ຫຼື​ສາທາລະນະ.

​ຜູ້​ສະໝັກ ທັງ​ສອງ ​ກຳລັງ​ພົບ​ກັບ​ຄວາມ​ລຳບາກ ໃນການເອົາຊະນະ​ພວກ​ລົງ​ຄະ​ແນນ​ສຽງ​ທີ່​ບໍ່​ໝັ້ນ​ໃຈ​ແລະ​ເຊື່ອ​ໃນ​ຕົນ​ຕົວ​ຂອງ​ທັງ​ສອງທ່ານ ດ້ວຍ​ເວລາ​ເຫຼືອ​ພຽງ​ແຕ່ ໜ້ອຍ​ກວ່າ​ນຶ່ງ​ເດືອນ ກ່ອນ​ການ​ເລືອກ​ຕັ້ງ​ປະທາ​ນາທິບໍດີຈະມາເຖິງ.

ເຊີນຊົມ ລາຍງານຈາກນັກຂ່າວ Jim Malone ຂອງ VOA:

Republican Split over Trump Persists as Ryan Pulls Back
please wait

No media source currently available

0:00 0:02:29 0:00

ປະທານ​ສະພາ​ຕ່ຳ ທ່ານ Paul Ryan ​ໄດ້​ບອກ​ກັບ ສະມາຊິກ​ສະພາ​ພັກ Republican
ໃນ​ກອງ​ປະຊຸມ ​ໃນ​ວັນ​ຈັນ​ວານ​ນີ້ ວ່າ ທ່ານ​ຈະ​ບໍ່​ໂຄສະນາ​ຫາ​ສຽງ​ໃຫ້​ທ່ານ Trump ຫຼື​ວ່າ ປົກ​ປ້ອງຄວາມ​ເຫັນ​ທີ່​ຫຽາບຄາຍ​ຂອງ​ທ່ານ Trump ທີ່ສ້າງຄວາມຄຽດແຄ້ນໃຫ້ພວກ​ທີ່​ມີ​ສິດ​ປ່ອນ​ປັດ​ທັງຫຼາຍ​ນັ້ນ.

ທ່ານ Ryan ​ໄດ້ກ່າວ​ວ່າ ​ແທນ​ທີ່​ຈະເຮັດແນວນັ້ນ ທ່ານຈະ​ຊ່ອຍ​ໃນ​ການ​ຫາ​ສຽງ​ເພື່ອ​ໃຫ້​
ເລື​ອກ​ເອົາ ສະມາຊິກ Republican ເຂົ້າ​ໃນ​ສະພາໃຫ້​ໄດ້ ​ເພື່ອ​ທີ່​ພັກ​ຈະ​ສາ​ມາດ​ຄວບຄຸມ ລັດຖະສະພາຢູ່ຄືເກົ່າ ຊຶ່ງ​ພັກ Republican ຕອນ​ນີ້ ຄວມຄຸມ​ທັງ​ສອງ​ສະພາຢູ່ ຄືສະພາ​ຕ່ຳ​ແລະ​ສະພາ​ສູງ.ຜູ້ນຶ່ງ​ໃນ​ການ​ປະຊຸມ​ຜ່ານ​ທາງ​ໂທລະສັບ ​ໄດ້​ກ່າວ​ວ່າ ທ່ານ Ryan ບໍ່​ແມ່ນ​ຈະ​ຍົກ​ເລີກ​ການ​ສະໜັບສະໜຸນ ທ່ານ Trump ​ແຕ່​ວ່າ ຈະ​ບໍ່​ລົງ​ໂຄສະນາ​ໃຫ້​ທ່ານ Trump ເທົ່າ​ນັ້ນ. ທ່ານ Ryan ​ໄດ້​ບອກ​ກັບ​ສະມາຊິກ​ສະພາ​ຕ່ຳ​ຂອງ​ພັກ Republican ວ່າ “​ໃຫ້​ກະທຳ​ສິ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ທ່ານ​ແລະ​ຂົງ​ເຂດ​ຂອງ​ທ່ານ.”

​ໂຄສົກ​ຂອງໜ່ວຍ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ນາງ Clinton ​ເອີ້ນ​ການ​ຕັດ​ສິ້ນ​ໃຈຂອງ​ການ​ບໍ່​ສະໜັບສະໜຸນທ່ານ Trump ວ່າ “ງົງງັນ.” ທ່ານ Trump ຕິຕຽນ​ ປະທານ​ສະພາ​ຕ່ຳ ​ໂດຍ​ກ່າວ​ວ່າ “ທ່ານ​ຄວນ​ຈະ​ໃຊ້​ເວລາ​ສ້າງຄວາມ​ທຸ່ນ​ທ່ຽງ​ດ້ານງົບປະມານ ໜ້າ​ວຽກ ​ແລະ​ການ​ເຂົ້າ​ເມືອງ​ທີ່​ຜິດ​ກົດໝາຍ ​ແລະ ບໍ່ມາ​ເສຍເວລາຂອງ​ທ່ານ ​ໃນ​ການ​ຕໍ່ສູ້​ເພື່ອ​ຜູ້ສະໝັກຕົວແທນ​ຂອງ​ພັກ.​”

ທ່ານ​ນາງ Clinton ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ວ່າ ທ່ານ Trump ​ໄດ້​ໃຊ້​ເວລາ​ຂອງ​ທ່ານ​ກ່າວ​ໂຈ​ມຕີ ຕອນ​ທີ່​ທ່ານ​ຄວນ​ຈະ​ກ່າວ​ຂໍ​ໂທດ ຂໍອະ​ໄພ.

ທ່ານ​ນາງ ​ໄດ້​ກ່າວ​ເຖິງການ​ຮົ່ວ​ໄຫຼ​ຂອງ​ວີ​ດີ​ໂອ ທີ່​ທ່ານ Trump ​ໃຫ້​ຄວາມ​ເຫັນ ທີ່​ໄດ້​ມີ​ຂຶ້ນ​ໃນ​ປີ 2005 ທີ່​ທ່ານ​ໄດ້ ກ່າວ​ໃນ​ລາບ​ການ​ໂທລະພາບ ທີ່​ອາດ​ເປັນການດູ​ໝິ່ນທຳລາຍ​ພວກ​ແມ່ຍິງ ເພາະ​ທ່ານ​ເປັນ​ “ດາຣາ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເບິ່ງ: ທັງສອງຜູ້ສະໝັກ ຕ່າງກໍພະຍາຍາມຫາສຽງຈາກຜູ້ສະໝັກການເຂົ້າຂ້າງຕົນ

Trump, Clinton Use Debate Moments to Fire up Supporters
please wait

No media source currently available

0:00 0:01:38 0:00

XS
SM
MD
LG