ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸ​ຂະ​ໜາດ​ແຮງ ຫົວທີສອງ ພວມພັດຂຶ້ນຝັ່ງລັດຄາລີຟໍເນຍ ໂດຍ​ເຮັດ​ໃຫ້ບໍ່​ມີ​ໄຟ​ຟ້າ​ໃຊ້ ແລະ​ນ້ຳ​ຖ້ວມ​ທາງ


ຄື້ນທະເລຊັດແຄມຝັ່ງໃນເມືອງອາລາມີດາ ຂອງລັດຄາລີຟໍເນຍ, ໂດຍແນມເຫັນຕຶກສູງຫຼາຍຊັ້ນລຽນກັນເປັນແຖວ ຢູ່ດ້ານຫຼັງຂອງນະຄອນແຊນແຟຣນຊິສໂກ, ວັນທີ 4 ກຸມພາ 2024. ລົມແຮງ ແລະຝົນຕົກໜັກ ສົ່ງຜົນກະທົບຕໍ່ພາກພື້ນດັ່ງກ່າວ.
ຄື້ນທະເລຊັດແຄມຝັ່ງໃນເມືອງອາລາມີດາ ຂອງລັດຄາລີຟໍເນຍ, ໂດຍແນມເຫັນຕຶກສູງຫຼາຍຊັ້ນລຽນກັນເປັນແຖວ ຢູ່ດ້ານຫຼັງຂອງນະຄອນແຊນແຟຣນຊິສໂກ, ວັນທີ 4 ກຸມພາ 2024. ລົມແຮງ ແລະຝົນຕົກໜັກ ສົ່ງຜົນກະທົບຕໍ່ພາກພື້ນດັ່ງກ່າວ.

ຊັ້ນບັນຍາກາດຟ້າຝົນທີ່ຈະຕົກລົງມາຢ່າງໜັກອີກຄັ້ງທີສອງຕິດຕໍ່ກັນ ອາດເຮັດໃຫ້ແມ່ນ້ຳຫຼາຍສາຍສູງຂຶ້ນ ໃນເຂດພາກເໜືອ ຂອງລັດຄາລີຟໍເນຍ ສົ່ງຜົນໃຫ້ທາງຫຼາຍເສັ້ນເກີດນ້ຳຖ້ວມ, ປະຊາຊົນຫຼາຍສິບພັນຄົນບໍ່ມີໄຟຟ້າໃຊ້ ແລະບັນ ດານັກພະຍາກອນອາກາດຊັ້ນນຳ ເຕືອນເຖິງຄວາມເປັນໄປໄດ້ ຂອງລົມທີ່ມີຄວາມແຮງລະດັບພາຍຸເຮີຣິເຄນ ແລະຈະເກີດດິນເຈື່ອນໃນຫຼາຍແຫ່ງ ຂະນະທີ່ມັນມຸ່ງໜ້າໄປຍັງພາກໃຕ້ ໃນໄລຍະບໍ່ເທົ່າໃດມື້ຈະມາເຖິງນີ້ ອີງຕາມລາຍງານຂອງອົງການຂ່າວເອພີ.

ລະບົບພາຍຸດັ່ງກ່າວ ໄດ້ພັດຕົ້ນ​ໄມ້​ຫັກ ແລະເສົາສາຍໄຟຟ້າຈຳ​ນວ​ນ​ນຶ່ງລົ້ມລົງເຊັ່ນກັນ ໃນວັນອາທິດວານນີ້ ຢູ່ໃນບໍລິເວນເຂດອ່າວ ແຊນແຟຣນຊິສໂກ ບ່ອນທີ່ລົມໄດ້ພັດແຮງເຖິງ 60 ໄມ​ລ໌ຕໍ່ຊົວໂມງ ເທົ່າກັບ 97 ກິໂລແມັດຕໍ່ຊົ່ວໂມງໃນ ບາງພື້ນທີ່.

ລົມພັດແຮງເກີນກວ່າ 80 ໄມ​ລ໌ຕໍ່ໍຊົ່ວໂມງ ເທົ່າກັບ 129 ກິໂລແມັດ ຕໍ່ຊົ່ວໂມງ ໄດ້ຖືກບັນທຶກຢູ່ໃນເຂດພູຜາ ແລະພວກລູກຄ້າເກືອບ 175,000 ຄົນບໍ່​ມີໄຟຟ້າໃຊ້ໃນທົ່ວລັດດັ່ງກ່າວ, ໂດຍສ່ວນໃຫຍ່ແມ່ນຢູ່ໃນເຂດພາກເໜືອຂອງລັດ. ລະບົບພາຍຸຫົວນີ້ ຄາດວ່າ ຈະນຳເອົາຝົນຕົກລົງມາຢ່າງໜັກ ເຖິງ​ລະ​ດັບປານກາງຢູ່ໃນພາກໃຕ້ ຂອງລັດຄາລີຟໍເນຍ ຈົນເຖິງວັນອັງຄານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG