ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ການປ່ອນບັດເລືອກຕັ້ງ ທົ່ວໄປ ຂັ້ນທີສອງ ຂອງອິນເດຍ ເລີ້ມຕົ້ນຂຶ້ນ ໃນວັນພະຫັດນີ້


ຊາວອິນເດຍ ພາກັນຢືນລຽນແຖວ ເພື່ອປ່ອນບັດເລືອກຕັ້ງ ທົ່ວໄປຂັ້ນທີສອງ ຂອງພວກເຂົາເຈົ້າ ໃນເມືອງເຈັນນາຍ ຂອງອິນເດຍ, ວັນທີ 18 ເມສາ 2019.

ຜູ້​ມີ​ສິດ​ປ່ອນ​ບັດ​ຫຼາຍກວ່າ 150 ລ້ານ​ຄົນ ພວມ​ພາ​ກັນ​ໄປ​ລົງ​ຄະ​ແນນ​ສຽງ ໃນ​ການ
​ເລືອກ​ຕັ້ງ​ທົ່ວ​ໄປ ຂະ​ໜາດ​ໃຫຍ່ ຂັ້ນ​ທີ​ສອງ ຂອງ​ອິນ​ເດຍ.

ການ​ປ່ອນ​ບັດ​ໃນ​ວັນ​ພະ​ຫັດ​ມື້ນີ້ ແມ່ນກວມ​ເອົາ​ເຂດ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ທີ່​ມີ​
ບ່ອນ​ນັ່ງ​ທັງ​ໝົດ 90 ບ່ອນ ໃນ​ສິບກວ່າ​ລັດ ຮວມ​ທັງແຄວ້ນ​ແຄັ​ສ​ເມຍ ທີ່​ມີບັນ​ຫາ
ສ່ວນທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ອິນ​ເດຍ ບ່ອນ​ທີ່​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​
ສີ່​ສິບກວ່າ​ຄົນ ໄດ້​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ​ສະ​ຫຼະ​ຊີບ​ດ້ວຍ​ລົດ​ລະເບີດ ເມື່ອ​ເດືອນ​
ກຸມ​ພາ​ຕົ້ນ​ປີນີ້. ນິວ​ເດ​ລີ​ໄດ້​ຕອບ​ໂຕ້ ດ້ວຍ​ການ​ສົ່ງ​ເຮືອ​ບິນ​ລົບອາຍ​ພົ່ນ ຂ້າມ​ຊາຍ​ແດນ
​ເຂົ້າ​ໄປ​ໃນປາ​ກິ​ສ​ຖານ ເພື່ອ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ສະຖານ​ທີ່ ທີ່​ມີ​ການ​ກ່າວ​ຫາ​ວ່າ ເປັນ
​ຄ້າຍ​ຝຶກ​ແອບ ຂອງ​ກຸ່ມຫົວ​ຮຸນ​ແຮງ​ນອກ​ກົດ​ໝາຍ ຈາ​ອິ​ສ ອິ ໂມ​ຮຳ​ມັດ​ (Jaish-e-
Mohammad) ທີ່​ມີ​ລາຍ​ງານ​ວ່າ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດຊອບ ໃນ​ການ​ໂຈມ​ຕີ​ຢູ່
​ແຄວ້ນ​ແຄັ​ສ​ເມຍ ນັ້ນ.

ການ​ໂຈມ​ຕີ​ທາງ​ອາ​ກາດ ໂດຍປະ​ເທດ​ຄູ່​ປໍ​ລະ​ປັກ ມາ​ເປັນ​ເວ​ລາ​ດົນ​ນານທີ່​ມີ​ອາ​ວຸດ​
ນິວ​ເຄ​ລຍ​ຢູ່​ໃນ​ຄວາມ​ຄອບ​ຄອງນັ້ນ ເກືອບ​ຈະ​ເກີດ​ສົງ​ຄາມ ແຕ່​ມັນ​ກໍ​ໄດ້​ເພີ້ມ​ຄະ​ແນນ
ນິ​ຍົມ​ໃຫ້​ແກ່​ການ​ເອົາ​ທ່າ​ທີ​ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນາ​ເຣັນ​ດ​ຣາ ໂມ​ດີ. ມີ​ການເບິ່ງ​ກັນ​
ວ່າ ທ່ານ​ໂມ​ດີ ແລະ​ພັກ​ຮິນ​ດູ​ຫົວ​ຊາດ​ນິ​ຍົມບາ​ຣາ​ຕີ​ຢາ ຈາ​ນາ​ຕາ ຂອງ ​ທ່ານ ແມ່ນ​ເປັນ
​ຝ່າຍ​ໄດ້​ປຽບໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ແຕ່​ກໍ​ໄດ້​ປະ​ເຊີນ​ກັບ​ຄວາມບໍ່​ພໍ​ໃຈ​ຫຼາຍ​ຂຶ້ນ ຂອງ
​ປະ​ຊາ​ຊົນ ໃນ​ເຂດ​ຊົນ​ນະ​ບົດ ​ສອກ​ຫຼີກ​ຫ່າງ​ໄກ ຍ້ອນ​ລາຍໄດ້​ຂອງ​ຊາວ​ກະ​ສິ​ກອນ​
ຕົກ​ຕ່ຳ​ລົງ.

ມີ​ປະ​ຊາ​ຊົນ​ຊາວ​ອິນ​ເດຍ​ຫຼາຍ​ເຖິງ 900 ລ້ານ​ຄົນ ຂອງ​ຈຳ​ນວນ​ທັງ​ໝົດ 1 ພັນ 3 ​ຮອຍ
ລ້ານ​ຄົນ ແມ່ນ​ເປັນ​ຜູ້​ມີ​ສິດ​ປ່ອນ​ບັດ ເລືອກ​ເອົາ​ຜູ້​ສະ​ໝັກ​ຫຼາຍໆ​ພັນຄົນ ເພື່ອ​ຍາດ​ເອົາ​
ບ່ອນ​ນັ່ງທີ່​ມີ​ທັງ​ໝົດ 543 ບ່ອນ ຢູ່​ໃນ​ສະ​ພາ​ຕ່ຳ​ຂອງ​ອິນ​ເດຍ. ການ​ເລືອກ​ຕັ້ງ ຊຶ່ງ​ໄດ້
​ເລີ້ມ​ຂຶ້ນ​ເມື່ອ​ວັນ​ພະ​ຫັດ​ແລ້ວ ຍັງ​ຈະ​ດຳ​ເນີນ​ຕໍ່​ໄປ​ຕື່ມ​ອີກ 6 ອາ​ທິດ ຢູ່​ໃນ​ປະ​ເທດ​ປະ​ຊາ
​ທິ​ປະ​ໄຕ ທີ່​ມີ​ພົນ​ລະ​ເມືອງ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ການ​ປ່ອນ​ບັດ​ຈະ​ສິ້ນ​ສຸດ​ລົງ ໃນ​ວັນ​ທີ 19 ພຶດ​ສະ​ພາ ແລະ​ຜົນ​ການ​ນັບ​ຄະ​ແນນ​ສຽງ​ຂັ້ນ​
ສຸດ​ທ້າຍ ຈະມີ​ການ​ປະ​ກາດ ໃນ​ວັນ​ທີ 23 ພຶດ​ສະ​ພາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG