ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອງຄົນເສຍຊີວິດ ຍ້ອນການປະທະກັນ ໃນອີຈິບ ໃນມື້ວານນີ້ (ສະໄລດ໌/ວີດິໂອ)


ສອງຄົນເສຍຊີວິດ ຈາກການປະທະກັນໃນ ອີຈິບ

ມີຜູ້ເສຍ​ຊີວິດ​ເປັນ​ຄົນທີສອງແລ້ວ ​ໃນອີ​ຈິບ ຫລັງ​ຈາກ​ມີ​ການ
ປະ​ທະ​ກັນ​ໃນ​ວັນ​ອາທິດວານ​ນີ້ ລະຫວ່າງ​ ຊາວ​ຄຣິສ ​ແລະ​
ຊາວ​ມຸສລິ​ມ ຢູ່​ນອກ​ ​ໂບດ​ໃຫຍ່​ຂອງ​ຊາວ​ຄຣິສ ​ໃນ​ນະຄອນ
ຫລວງໄຄ​ໂຣ.

ກະຊວງ​ສາທາລະນະ​ສຸກ ອີ​ຈິບ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຍັງ​ບໍ່​
ທັນ​ໄດ້​ມີ​ການພິສູດຊື່​ສຽງ ຂອງຜູ້​ເຄາະ​ຮ້າຍ​ຄົນ​ທີ​ສອງເທື່ອ.

ຄວາ​ມຮຸນ​ແຮງດັ່ງກ່າວ ​ທີ່ໄດ້​ເຮັດ​ໃຫ້ອີກ 89 ຄົນ​ໄດ້​ຮັບ​ບາດ​
ເຈັບນັ້ນ ​ໄດ້ລະ​ເບີດ​ຂຶ້ນ​ໃນ​ວັນ​ອາທິດວານ​ນີ້ ຫລັງ​ຈາກ​ພິທີ​ສົ່ງ
ສະການຊາວ​ຄຣິສ ສີ່​ຄົນ​ ທີ່ໄດ້ເສຍ​ຊີວິດ​ໄປ​ໃນ​ການ​ປະ​ທະ​ກັນ​
ກັບຊາວ​ມຸສລິ​ມ ຫວ່າງ​ບໍ່​ເທົ່າໃດ​ມື້​ທີ່​ຜ່ານ​ມາ ​ໃນຢູ່​ເມືອງ
Khosoos. ການ​ຕໍ່ສູ້ກັນບັ້ນນັ້ນ ​ໄດ້​ເຮັດ​ໃຫ້​ຊາວ​ມຸສລິມຄົນ​ນຶ່ງ
​ເສ​ຍຊີວິດ.

ປະທານາທິບໍດີ Mohammed Morsi ​ໄດ້ຮຽກ​ຮ້ອງ​ໃຫ້​ມີ​ການ​ສືບ ສວນຫາ​ສາ​ເຫດ​ຂອງ​ການຄວາມ​ຮຸນ​ແຮງໃນ​ວັນ​ອາທິດນັ້ນ ​ໂດຍ​ກ່າວ​ວ່າ ທ່ານ​ຖືວ່າ ການ​ໂຈມ​ຕີຕໍ່ໂບດ​ໃຫຍ່​ຂອງ​ຊາວ​ຄຣິສ​ ກໍ​ຄື​ການ​ໂຈມ​ຕີ​ຕ້ານ​ໂຕທ່ານ​ເອງ.

ອີ​ຈິບ ​ໄດ້​ປະ​ເຊີນ​ກັບຄວາມ​ວຸ້ນວາຍບໍ່ສະຫງົບ ທາງ​ດ້ານສັງຄົມ ​ແລະ​ທາງ​ການ​ເມຶ​ອງຢູ່​ຕະຫລອດ​ມາ ນັບຕັ້ງ​ແຕ່ການ​ລຸກ​ຮື​ຂື້ນ​ຂອງ​ມະຫາຊົນ ​ໃນ​ປີ 2011 ທີ່​ໄດ້ຂັບ​ໄລ່​ ທ່ານ
Hosni Mubarak​ ຜູ້​ນໍາ​ຜະ​ເດັດ​ການທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ຍາວ​ນານ​ນັ້ນ
ລົງ​ຈາກ​ອໍານາດ.


​ໃນ​ວັນອາທິດ​ວານ​ນີ້​ເຊ່ນ​ກັນ ຄະນະຕຸລາການ​ສູງ​ສຸດ​ຂອງອີ​ຈິບ ​ໄດ້​ຮຽກຮ້ອງ​ໃຫ້​ຫົວໜ້າ​ໄອຍະ
​ການ​ສານ ລາ​ອອກ​ ຊຶ່ງ​ຜູ້ກ່ຽວ​ໄດ້​ຖືກແຕ່ງ​ຕັ້ງ​ໂດຍປະທານາທິບໍດີ Mohammed Morsi ນັ້ນ ​
ໃນ​ອັນ​ທີ່​ເປັນ​ຮ່ອງ​ຮອຍ​ຫລ້າ​ສຸດ​ຂອງຄວາ​ມວຸ້ນວາຍ ​ໃນ​ປະ​ເທດ​ທີ່​ມີ​ປະຊາກອນ ໜາ​ແໜ້ນທີ່
​ສຸດ ຂອງ​ໂລກອາຣັບ.

ສະພາ​ຕຸລາການ​ສູງ​ສຸດ ​ໄດ້​ອອກ​ຖະ​ແຫລ​ງການ​ໃນ​ວັນ​ອາທິດ​ວານ​ນີ້ ເວົ້າ​ວ່າ ຫົວໜ້າໄອ​ຍະ
​ການ​ ທ່ານ Talaat Abdullah ຄວນ​ຈະ​ຂໍ​ກັບ​ຄືນ​ໄປ​ເຮັດ​ວຽກ​ເກົ່າ​ຂອງທ່ານ​ ໃນ​ຕໍາແໜ່​ງ
ຜູ້​ພິພາກສານັ້ນ ​ເພື່ອ​ເຫັນ​ແກ່ຄວາມ​ເປັນ​ເອກ​ກະພາບ​ກັນ​ຂອງ​ພະ​ແນ​ກຕຸລາການ. ການ​ລາ
​ອອກ​ຂອງທ່ານ Abdullah ​ເປັນ​ຂໍ້​ຮຽກຮ້ອງທີ່​ສໍາຄັນຂອງ​ຝ່າຍ​ຄ້ານທີ່​ປະກອບ​ດ້ວຍພວກ​ທີ່​
ມີຫົວເສລີນິຍົມ​ເປັນ​ສ່ວນໃຫຍ່ຂອງ​ອີ​ຈິບ ທີ່​ກ່າວ​ຫາທ່ານ Abdullah ວ່າ ພະຍາ​ຍາມໃຫ້​ມີ
ການຕັ້ງ​ຂໍ້​ຫາ​ຢ່າງ​ບໍ່​ຍຸຕິ​ທໍາ​ຕໍ່​ພວກຕິ​ຕຽນ ປະທານາທິບໍດີ Morsi ​ແລະຂະ​ບວນການພະລາ
ດອນພາບມຸສລິມ ຂອງ​ທ່ານ.

ເບິ່ງວີດິໂອລາຍງານ ກ່ຽວກັບຄວາມເຄ່ງຕຶງລະຫວ່າງສາສະໜາ ໃນອີຈິບ:



XS
SM
MD
LG