ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຄົນທີສອງ ຈາກພັກການເມືອງ ຂອງທ່ານນາງອອງຊານ ຊູຈີິ ເສຍຊີວິດ ໃນລະຫວ່າງ ການຖືກຄວບຄຸມຕົວ


ຜູ້ປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານຢືນຢູ່ທາງຫຼັງສິ່ງປ້ອງກັນຕົວ ທີ່ຖືກໝາຍດ້ວຍເຄື່ອງໝາຍຄຳນັບສາມນິ້ວ, ໃນຂະນະທີ່ເຂົາເຈົ້າປະທ້ວງ ໃນນະຄອນ ຢ່າງກຸ້ງ, ມຽນມາ. 9 ມີນາ, 2021.
ຜູ້ປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານຢືນຢູ່ທາງຫຼັງສິ່ງປ້ອງກັນຕົວ ທີ່ຖືກໝາຍດ້ວຍເຄື່ອງໝາຍຄຳນັບສາມນິ້ວ, ໃນຂະນະທີ່ເຂົາເຈົ້າປະທ້ວງ ໃນນະຄອນ ຢ່າງກຸ້ງ, ມຽນມາ. 9 ມີນາ, 2021.

ເຈົ້າໜ້າທີ່ຄົນທີສອງຈາກພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງຜູ້ນຳພົນລະເຮືອນທີ່ ແທ້ຈິງ ທ່ານນາງ ອອງ ຊານ ຊູ ຈີ ໄດ້ເສຍຊີວິດໃນລະຫວ່າງ ການຄວບຄຸມຕົວໃນຂະນະທີ່ການປະທ້ວງຕໍ່ຕ້ານລັດຖະບານທະຫານໃໝ່ຂອງປະເທດໄດ້ດຳເນີນຕໍ່ໄປ.

ທ່ານ ຊໍ ມຽດ ລິນ ໄດ້ເສຍຊີວິດໃນວັນອັງຄານວານນີ້ຫຼັງຈາກຖືກຈັບກຸມ ເວລາທີ່ລາວໄດ້ພະຍາ ຍາມຫຼົບໜີຈາກການກວດຄົ້ນຂອງຕຳຫຼວດໃນນະຄອນ ຢ່າງກຸ້ງ, ອີງຕາມລາຍງານຫຼາຍຄັ້ງຈາກວິທະຍຸສຽງ ມຽນມາ ແລະ ລາຍງານຂ່າວອື່ນໆ.

ສະມາຊິກສະພາສູງ, ເຊິ່ງຖືກຍຸບໂດຍລັດຖະບານທະຫານ, ທ່ານ ບາ ມຽວ ເທນ ໄດ້ກ່າວວ່າ ທ່ານ ຊໍ ມຽດ ລິນ ໄດ້ “ເຂົ້າຮ່ວມໃນການປະທ້ວງຢ່າງຕໍ່ເນື່ອງ.”

ຄອບຄົວຂອງທ່ານ ຊໍ ມຽດ ລິນ ຖືກບອກໃຫ້ປົກສົບຂອງລາວໄວ້ໃນວັນອັງຄານວານນີ້ ແຕ່ບໍ່ໄດ້ແຈ້ງໃຫ້ຮູ້ວ່າລາວເສຍຊີວິດແນວໃດ, ອີງຕາມການກ່າວຂອງໝູ່ຂອງລາວ ແລະ ເພື່ອນນັກເຄື່ອນ ໄຫວ ທ່ານ ໂມງ ຊອງຄາ.

ເຈົ້າໜ້າທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕທີ່ໄດ້ເສຍຊີວິດເປັນຄົນທຳອິດແມ່ນທ່ານ ຄິນ ໂມງ ລັດ, ຜູ້ທີ່ໄດ້ເຮັດວຽກເປັນຜູ້ບໍລິຫານການໂຄສະນາ ຫາສຽງສຳລັບສະມາຊິກສະພາສັງ ກັດພັກດັ່ງກ່າວ, ເຊິ່ງ ທ່ານ ສິທູ ໂມງ ສະ ມາຊິກສະພາຂອງພັກໄດ້ຢືນຢັນຕໍ່ວີໂອເອພາກພາສາ ມຽນມາ. ທ່ານໄດ້ເສຍຊີວິດຫຼັງຈາກການຈັບກຸມທ່ານໃນຄືນວັນເສົາທີ່ຜ່ານມາ.

ທ່ານ ຕຸນ ຈີ, ໂຄສົກຂອງສະມາຄົມການຊ່ວຍເຫຼືອເພື່ອການລິເລີ່ມການເມືອງໄດ້ກ່າວຕໍ່ວີໂອເອພະແນກພາສາ ມຽນມາ ວ່າທ່ານໄດ້ໄປຮ່ວມກັບຄອບຄົວຂອງທ່ານ ຄິນ ໂມງ ລັດ ເພື່ອຮັບເອົາສົບຂອງທ່ານ ໃນວັນອາທິດທີ່ຜ່ານມາ ແລະ ໄດ້ເຫັນເລືອດຢູ່ຫົວຂອງລາວ, ນິ້ວມືດຳ ແລະ ມີບາດແຜຢູ່ຫຼັງຂອງລາວ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້ກ່າວວ່າ ອາການບາດ ເຈັບຂອງທ່ານ ຄິນ ໂມງ ລັດ ແມ່ນສອດຄ່ອງກັບການທໍລະມານ. ການເສຍຊີວິດຂອງສະມາຊິກພັກສັນນິບາດແຫ່ງ ຊາດເພື່ອປະຊາທິປະໄຕສອງຄົນໃນລະຫວ່າງ ການຖືກຄວບຄຸມຕົວໄດ້ກໍ່ໃຫ້ເກີດຄວາມສົງໄສກ່ຽວກັບວ່າ ລັດຖະບານໄດ້ທໍລະມານ ແລະ ຄາດຕະກຳຜູ້ປະທ້ວງທີ່ຖືກຄວບຄຸມຕົວຫຼືບໍ່.

ຕຳຫຼວດ ແລະ ກອງທັບແມ່ນບໍ່ໄດ້ຕອບການຂໍຄຳເຫັນຂອງສື່ມວນຊົນ ກ່ຽວກັບ ການຕາຍນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG