ພວກນັກຄົ້ນຄວ້າ ແມ່ນມີກຳນົດການທີ່ຈະນຳສະເໜີຕໍ່ກອງປະຊຸມ ໃນວັນອັງຄານມື້ນີ້
ຂອງກໍລະນີທີ່ຮູ້ກັນວ່າ ເປັນກໍລະນີ ທີ 2 ຂອງຜູ້ຄົນ ທີ່ບໍ່ສະແດງໃຫ້ເຫັນອາການໃດໆ
ຂອງໄວຣັສ ທີ່ພາໃຫ້ເປັນໂຣກ AIDS ນັ້ນ ຫຼັງຈາກທີ່ໄດ້ ເຂົ້າການຮັກສາໂດຍການ
ປ່ຽນສແຕມສ໌ ແຊລ ແລະຢຸດເຊົາການນຳໃຊ້ຢາທັງໝົດຕໍ່ຕ້ານໂຣກເອດສ໌ ຫຼື antire-
troviral ທັງໝົດນັ້ນ.
ໃນການສຶກສາ ທີ່ນຳອອກເຜີຍແຜ່ ໃນວັນຈັນວານນີ້ໂດຍວາລະສານ Nature, ຜູ້ນຳ
ນັກຂຽນ ທ່ານ Ravindra Gupta ຈາກມະຫາວິທະຍາໄລລອນດອນ ໄດ້ອະທິບາຍ
ເຖິງຊາຍຜູ້ນັ້ນວ່າ ແມ່ນໄດ້ປອດຈາກເຊື້ອໄວຣັສ HIV ມາໄດ້ 18 ເດືອນ ນັບຕັ້ງແຕ່
ໄດ້ຍຸຕິໃຊ້ຢາຮັກສາ ຊຶ່ງສາມາດທີ່ຈະຄວບຄຸມເຊື້ອໄວຣັສ ໄດ້ ແຕ່ຜູ້ປ່ວຍບໍ່ສາມາດ
ຫາຍດີໄດ້.
ຊາຍຜູ້ນັ້ນ ແມ່ນຖືກວິນິດວ່າຕິດເຊື້ອ HIV ໃນປີ 2003 ແລະໄດ້ເລີ້ມຮັກສາໂດຍໃຊ້ຢາ antiretroviral ໃນປີ 2012. ພວກນັກຄົ້ນຄວ້າໄດ້ສິ້ງຊອມເບິ່ງການປິ່ນ ປົວໂດຍໃຊ້
ສແຕມສ໌ ແຊລ ໃນປີ 2016 ແລະກໍຢຸດເຊົາການໃຊ້ຢາ antiretro-viral ແລະບໍ່ເຫັນວ່າ
ລາວ ມີເຊື້ອໄວຣັສ HIV ນັບຕັ້ງແຕ່ນັ້ນມາ.
ກະແຈທີ່ສຳຄັນຂອງການຮັກສາດ້ວຍສແຕມ ແຊລແມ່ນ ໃຊ້ແຊລ ຈາກການບໍລິຈາກ
ເປັນຜູ້ໃຫ້ກັບການເຮັດຄອບປີຂອງເຊື້ອພັນທຸກຳ ເປັນສອງເທົ່າ ທີ່ປ່ຽນແປງໂດຍທຳ
ມະຊາດ ທີ່ຕ້ານເຊື້ອໄວຣັສ HIV ນັ້ນ.