ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະຊາຊົນ ຍີ່ປຸ່ນ ຍັງຕິດຄ້າງ ໃນຊາກຫັກພັງ ຫຼັງຈາກ ແຜ່ນດິນໄຫວ ຄັ້ງທີສອງ


ຜູ້ອົບພະຍົບ ທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວ ຮັບເອົາ
ເຂົ້າຈາກ ເຈົ້າໜ້າທີ່ກອງກຳລັງປ້ອງກັນປະເທດ ຍີ່ປຸ່ນ ທີ່ຫ້ອງ
ການບ້ານ ມາຊິກິ ໃນແຂວງ ຄູມາໂມໂຕ. 17 ເມສາ, 2016.
ຜູ້ອົບພະຍົບ ທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວ ຮັບເອົາ ເຂົ້າຈາກ ເຈົ້າໜ້າທີ່ກອງກຳລັງປ້ອງກັນປະເທດ ຍີ່ປຸ່ນ ທີ່ຫ້ອງ ການບ້ານ ມາຊິກິ ໃນແຂວງ ຄູມາໂມໂຕ. 17 ເມສາ, 2016.

ປະຊາຊົນ ຍີ່ປຸ່ນ ຜູ້ທີ່ຖືກກະທົບກະເທືອນຍ້ອນໄພແຜ່ນດິນໄຫວຫຼາຍສິບພັນຄົນ ກຳລັງ ພັກພາອາໄສຢູ່ໃນສູນອົບພະຍົບເປັນຄ່ຳຄືນທີ 3 ໃນຂະນະທີ່ແຜ່ນດິນໄຫວຂະໜາດນ້ອຍ ທີ່ມີຄວາມແຮງສືບຕໍ່ສັ່ນສະເທືອນເກາະໃຫຍ່ Kyushu ຢູ່ພາກໃຕ້ຂອງປະເທດ ຍີ່ປຸ່ນ.

ມີປະຊາຊົນຢ່າງໜ້ອຍ 41 ຄົນໄດ້ເສຍຊີວິດ ແລະ ເກືອບ 2,000 ຄົນໄດ້ຮັບບາດເຈັບນັບ ຕັ້ງແຕ່ວັນພະຫັດເປັນຕົ້ນມາ ເຊິ່ງໄດ້ຮັບຜົນຈາກການສັ່ນສະເທືອນທີ່ຮຸນແຮງທີ່ສຸດ.

ແຜ່ນດິນໄຫວດັ່ງກ່າວ ໄດ້ເຮັດໃຫ້ຕຶກອາຄານ ແລະ ຂົວຫັກພັງລົງ, ກໍ່ໃຫ້ເກີດດິນເຈື່ອນ ແລະ ແມ່ນກະທັ້ງເຮັດໃຫ້ລົດໄຟໂດຍສານຄວາມໄວສູງຕົກລາງ.

ໜ່ວຍກູ້ໄພໄດ້ສືບຕໍ່ ເຮັດວຽກໃນຕອນເຊົ້າຂອງວັນອາທິດມື້ນີ້ ເພື່ອຕໍ່ສູ້ກັບສະພາບອາ ກາດທີ່ຮ້້າຍແຮງ ໃນການແຂ່ງຂັນເພື່ອຊ່ວຍເຫຼືອປະຊາຊົນທີ່ຫຼາຍເຖິງ 100 ຄົນທີ່ຍັງຕິດ ຄ້າງ ຫຼື ຖືກຝັງຢູ່ໃນອາຄານທີ່ຫັກພັງລົງໃນເມືອງ Kumamoto.

ຕຳຫຼວດ, ແພດໝໍ, ພະນັກງານດັບເພີງ ແລະ ກອງກຳລັງປ້ອງກັນປະເທດ ຫຼາຍສິບພັນ ຄົນ ໄດ້ເຂົ້າຮ່ວມໃນການກອບກູ້ຊີວິດ ແລະ ຄວາມພະຍາຍາມໃນການຟື້ນຟູເມືອງ, ເຊິ່ງ ຖືກພັດທະລົ່ມໂດຍລົມທີ່ພັດແຮງ ແລະ ຝົນ.

ແຜ່ນດິນໄຫວທີ່ຮ້າຍແຮງຄັ້ງນີ້ ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 90,000 ຄົນຕ້ອງໜີໄປຢູ່ ໃນສູນອົບພະຍົບທີ່ໂຮງຮຽນແຫ່ງຕ່າງໆ ແລະ ພວກຕຶກອາຄານລັດຖະບານໃນທ້ອງຖິ່ນ, ອີງຕາມບັນດາເຈົ້າໜ້າທີ່ລັດຖະບານ.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

ປະຕູວັນ ໂຣມົງ (ລຸ່ມຂວາ) ທີ່ຖືກຕັ້ງໃຫ້ເປັນຊັບສິນທາງດ້ານທະນະທຳທີ່ມີຄວາມສຳຄັນຂອງປະເທດ ຍີປຸ່ນ ແລະ ອາຄານຫຼັງອື່ນໆ ໄດ້ຮັບຄວາມເສຍຫາຍ ຈາກແຜ່ນດິນໄຫວ ທີ່ສານເຈົ້າ ອາໂຊະ ໃນເມືອງ ອາໂຊະ ແຂວງ ຄູມາໂມໂຕ, ພາກໃຕ້ຂອງປະເທດ ຍີປຸ່ນ. ຮູບພາກຖືກຖ່າຍໂດຍໜັງສືພິມ Kyodo. 16 ເມສາ 2016.
ປະຕູວັນ ໂຣມົງ (ລຸ່ມຂວາ) ທີ່ຖືກຕັ້ງໃຫ້ເປັນຊັບສິນທາງດ້ານທະນະທຳທີ່ມີຄວາມສຳຄັນຂອງປະເທດ ຍີປຸ່ນ ແລະ ອາຄານຫຼັງອື່ນໆ ໄດ້ຮັບຄວາມເສຍຫາຍ ຈາກແຜ່ນດິນໄຫວ ທີ່ສານເຈົ້າ ອາໂຊະ ໃນເມືອງ ອາໂຊະ ແຂວງ ຄູມາໂມໂຕ, ພາກໃຕ້ຂອງປະເທດ ຍີປຸ່ນ. ຮູບພາກຖືກຖ່າຍໂດຍໜັງສືພິມ Kyodo. 16 ເມສາ 2016.

Japan Earthquakes
please wait
Embed

No media source currently available

0:00 0:01:52 0:00

XS
SM
MD
LG