ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດແຜ່ນດິນໄຫວອີກຄັ້ງທີ່ສອງ ຢູ່ຍີ່ປຸ່ນ ເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ


ແມ່ຍິງຄົນນຶ່ງໂສກເສົ້າທີ່ເຫັນຊາກຫັກພັງຂອງເຮືອນຊານທີ່ເມືອງ Mashiki ເຂດເທດສະບານ Kumamoto ພາກໃຕ້ຍີ່ປຸ່ນ.
ແມ່ຍິງຄົນນຶ່ງໂສກເສົ້າທີ່ເຫັນຊາກຫັກພັງຂອງເຮືອນຊານທີ່ເມືອງ Mashiki ເຂດເທດສະບານ Kumamoto ພາກໃຕ້ຍີ່ປຸ່ນ.

ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ຍີ່ປຸ່ນໄດ້ອອກຄຳສັ່ງໃຫ້ທະຫານ ແລະ ພວກເຈົ້າ ໜ້າທີ່ກູ້ໄພລົງໄປທາງພາກໃຕ້ຂອງປະເທດຕື່ມ ບ່ອນທີ່ເກີດແຜ່ນດິນໄຫວຄັ້ງໃຫຍ່ໃນສອງ ມື້ຜ່ານມາ. ມີລາຍງານວ່າ ຢ່າງໜ້ອຍໄດ້ມິຜູ້ເສຍຊີວິດ 19​ ຄົນແລ້ວໃນເຫດການແຜ່ນດິນ ໄຫວຄັ້ງທີສອງໃນຕອນເຊົ້າວັນເສົາມື້ນີ້ໄກ້ໆກັບເມືອງ ກູມາໂມໂຕ ນັ້ນ.

ອົງການອຸຕຸນິຍົມວິທະຍາຂອງຍີ່ປຸ່ນແຈ້ງວ່າ ແຜ່ນດິນໄຫວຄັ້ງທີສອງມີຄວາມແຮງສູງ 7 ຈຸດ ສູນແລະການໄຫວຕົວທີ່ຕິດຕາມມາກໍແຮງເຖິງ 5 ຈຸດ 4. ພວກເຈົ້າໜ້າທີ່ກ່າວວ່າ ຈຳນວນ ຄົນຕາຍອາດມີເພີ່ມຂຶ້ນໃນເວລາທີ່ພວກກູ້ໄພພົບເຫັນຕື່ມ.

ແຜ່ນດິນໄຫວຄັ້ງນີ້ ໄດ້ເຮັດໃຫ້ເກີດແຜ່ນດິນເຈື່ອນຢູ່ເກາະ ກີອຸດຊຸ ຊຸເອົາບ້ານເຮືອນຫຼາຍ ຫຼັງ ແລະ ເຮັດໃຫ້ຖະໜົນຮາຍເວຫຼາຍສາຍພັງທະລາຍ. ຂົວແຫ່ງສຳຄັນທີ່ເຊື່ອມຕໍ່ບ້ານ ມີນາມີໂຊ ໄດ້ຖືກທຳລາຍຊຶ່ງພາໃຫ້ລຳບາກໃນການສົ່ງຂ່ຽນ ສິ່ງຂອງຊ່ອຍເຫຼືອໄປຍັງ ເຂດທີ່ ຖືກທຳລາຍຮ້າຍແຮງ.

ພວກກູ້ໄພ ພາກັນຍ່າງຢູ່ຕາມບ້ານເຮືອນທີ່ຖືກຫັກພັງຈາກແຜ່ນດິນໄຫວ.
ພວກກູ້ໄພ ພາກັນຍ່າງຢູ່ຕາມບ້ານເຮືອນທີ່ຖືກຫັກພັງຈາກແຜ່ນດິນໄຫວ.

ອະນຸສອນສະຖານປະວັດສາດ ອາໂຊ ​ທີ່ມີອາຍຸຍາວນານເຖິງ ພັນເຈັດຮ້ອຍປີ ກໍໄດ້ຖືກ ທຳລາຍຢ່າງໜັກ. ຕຶກອາຄານຫຼາຍຫຼັງລວມທັງປະຕູເມືອງ ອັນເປັນທີ່ຮູ້ກັນວ່າ ປະຕູດອກ ຊາກຸຣະ ກໍແມ່ນຫັກພັງລົງໝົດ.

ແມ່ຍິງຄົນນຶ່ງກຳລັງລີ້ໄພຢູ່່ໃນໂຮງແຮມທີ່ເມືອງ Kumamoto ພາກໃຕ້ຍີ່ປຸ່ນ.
ແມ່ຍິງຄົນນຶ່ງກຳລັງລີ້ໄພຢູ່່ໃນໂຮງແຮມທີ່ເມືອງ Kumamoto ພາກໃຕ້ຍີ່ປຸ່ນ.

ນອກນັ້ນພູເຂົາໄຟໃນເຂດດັ່ງກ່າວກໍລະເບີດຂຶ້ນເປັນເທື່ອທຳອິດໃນຣອບເດືອນ​ ແຕ່ບໍ່ເປັນທີ່ ແຈ້ງຂາວວ່າການລະເບີດຂອງພູເຂົາໄຟນີ້ມີສ່ວນພົວພັນກັບແຜ່ນ ດິນໄຫວນີ້ຫຼືບໍ່.

ຢ່າງໜ້ອຍໄດ້ມີຜູ້ເສຍຊີຊິດ 10 ຄົນ ໃນເຫດການແຜ່ນດິນໄຫວຄັ້ງທຳອິດໃນ ຂົງເຂດດັ່ງກ່າວໃນວັນພະຫັດຜ່ນມາ.

Japan Earthquake
please wait
Embed

No media source currently available

0:00 0:01:28 0:00

ອ່ານຂ່າວເປັນພາສາອັງກິດ

XS
SM
MD
LG