ກຳປັ່ນ ອີຣ່ານ ລຳທີສອງທີ່ອົງການຂ່າວຕາເວັນຕົກໄດ້ລະບຸວ່າ ເປັນສ່ວນນຶ່ງຂອງແຜນການນຳເຂົ້າສ່ວນປະກອບເຊື້ອໄຟຂີປະນາວຸດຈາກ ຈີນ ນັ້ນ ກຳລັງມຸ່ງໜ້າໄປ ອີຣ່ານ ພ້ອມກັບສິນຄ້າຈຳນວນຫຼາຍ ໂດຍການວິເຄາະພິເສດຂອງວີໂອເອ ພົບວ່າ ເວັບໄຊ້ຕິດຕາມເຮືອໄດ້ເປີດເຜີຍໃຫ້ເຫັນວ່າ ກຳປັ່ນບັນທຸກສິນຄ້າ Jairan ທີ່ຂຶ້ນທຸງຊາດ ອີຣ່ານ ໄດ້ອອກເດີນທາງຈາກ ຈີນ ເມື່ອວັນຈັນທີ່ຜ່ານມາ ຊຶ່ງຊ້າກວ່າກຳນົດການອອກເດີນທາງທີ່ຄາດໄວ້ນຶ່ງເດືອນ ຕາມລາຍງານຂ່າວສະບັບນຶ່ງ.
ໃນບົດຂ່າວເດືອນມັງກອນ ແລະ ກຸມພາທີ່ຜ່ານມາຂອງໜັງສືພິມ The Financial Times, The Wall Street Journal ແລະ CNN ລະບຸວ່າ ກຳປັ່ນ Jairan ເປັນນຶ່ງໃນ 2 ກຳປັ່ນສິນຄ້າ ອີຣ່ານ ທີ່ລັດຖະບານ ເຕຫະຣ່ານ ໃຊ້ໃນການນຳເຂົ້າທາດໂຊດຽມ ເປີຄລໍເຣດ 1000 ໂຕນຈາກ ຈີນ. ອົງການຂ່າວທັງສາມອ້າງແຫຼ່ງຂ່າວຂອງຕາເວັນຕົກທີ່ບໍ່ໄດ້ເປີດເຜີຍຊື່ ຊຶ່ງລະບຸວ່າສິນຄ້າທີ່ຂົນສົ່ງສາມາດປ່ຽນເປັນສານ ແອມໂມນຽມ ເປີຄລເຣດ ຊຶ່ງເປັນສ່ວນປະກອບເຊື້ອໄຟແຂງຫຼັກ ເພື່ອຜະລິດລູກສອນໄຟໄລຍະປານກາງ 260 ລູກຂອງ ອີຣ່ານ.
ກຳປັ່ນສິນຄ້າ ອີຣ່ານ ລຳອີກລຳນຶ່ງທີ່ມີຊື່ໃນລາຍງານແມ່ນ ກຳປັ່ນ Golbon, ຊຶ່ງໄດ້ສຳເລັດການເດີນທາງ 19 ວັນຈາກພາກຕາເວັນອອກຂອງ ຈີນ ໄປທ່າເຮືອ ບັນດາ ອັບບາສ ຂອງ ອີຣ່ານ ເມື່ອວັນທີ 13 ກຸມພາທີ່ຜ່ານມາ. ໃນລະຫວ່າງການເດີນທາງນັ້ນ, ມັນໄດ້ທຳການຢຸດແວ່ສອງວັນຢູ່ທ່າເຮືອ ຊູໄຮ ກາວລານ ຂອງ ຈີນ ແລະ ໄດ້ຂົນສົ່ງສິນຄ້າທີ່ບໍ່ມີໃຜຮູ້ຈັກໄປ ອີຣ່ານ, ອີງຕາມເວັບໄຊ້ຕິດຕາມກຳປັ່ນ Marine Traffic.
ທັງກຳປັ່ນ Golbon ແລະ Jairan ແມ່ນຖືກມາດຕະການລົງໂທດໂດຍກະຊວງການເງິນ ສະຫະລັດ ໃນຂະນະທີ່ກຳປັ່ນດັ່ງກ່າວ ປະຕິບັດການໂດຍບໍລິສັດຂົນສົ່ງຂອງລັດຖະບານ ສາທາລະນະລັດແຫ່ງ ອີຣ່ານ, ເຊິ່ງເຂົາເຈົ້າເອງ ກໍຖືກມາດຕະການລົງໂທດສຳລັບການເປັນສິ່ງທີ່ກະຊວງການຕ່າງປະເທດເອີ້ນວ່າ “ບໍລິສັດເດີນເຮືອສຳລັບຜູ້ແຜ່ຂະຫຍາຍອາວຸດນິວເຄລຍຂອງອີຣ່ານ ແລະ ຕົວແທນການຈັດຊື້ທີ່ຖືກເລືອກ.”
ໃນຂະນະທີ່ກຳປັ່ນ Golbon ເດີນທາງຈາກ ຈີນ ໄປ ອີຣ່ານ ໃນທ້າຍເດືອນມັງກອນ ແລະ ຕົ້ນເດືອນກຸມພານັ້ນ, ລະບົບສົ່ງຜ່ານຂໍ້ມູນອັດຕະໂນມັດ ຫຼື AIS ຂອງກຳປັັ່ນ Jairan ຊຶ່ງເປັນອຸປະກອນທີ່ສົ່ງຂໍ້ມູນຕຳແໜ່ງ ແລະ ຂໍ້ມູນອື່ນໆດັ່ງກັບສ່ວນນຶ່ງຂອງລະບົບຕິດຕາມທີ່ກຳນົດໃຊ້ໂດຍນານາຊາດນັ້ນ ໄດ້ລາຍງານວ່າ ກຳປັ່ນລຳດັ່ງກ່າວໄດ້ຈອດຢູ່ທີ່ເກາະ ຫຼິວເຮັງ ທາງພາກຕາເວັນອອກຂອງ ຈີນ.
ຈາກການກວດສອບຂໍ້ມູນ AIS ຂອງກຳປັ່ນ Jairan ຮ່ວມກັບເວັບໄຊ້ MarineTraffic ແລະ ເວັບໄຊ້ຕິດຕາມກຳປັ່ນ Seasearcher, ວີໂອເອ ແລະ ທ່ານ ມາຕິນ ແຄລລີ ຈາກກຸ່ມຄວາມສ່ຽງ EOS ທີ່ມີຫ້ອງການຕັ້ງຢູ່ນະຄອນ ດູໄບ ໄດ້ພົບວ່າ ກຳປັ່ນ Jairan ລາຍງານວ່າ ບໍ່ມີການປ່ຽນແປງລະດັບການຈົມລົງຢ່າງຫຼວງຫຼາຍ ໃນຂະນະທີ່ຈອດຢູ່ແຄມຝັ່ງຂອງເກາະ ຫຼິວເຮັງ ຕະຫຼອດເດືອນກຸມພາ ແລະ ຕົ້ນເດືອນມີນາ. ນັ້ນກໍໝາຍຄວາມວ່າກຳປັ່ນ ອີຣ່ານ ລຳນີ້ຈົມຢູ່ທີ່ລະດັບນ້ຳເກືອບເທົ່າກັບຕອນທີ່ເດີນທາງໄປເຖິງພາກຕາເວັນອອກຂອງ ຈີນ ເມື່ອປາຍປີທີ່ຜ່ານມາ ຊຶ່ງບົ່ງຊີ້ໃຫ້ເຫັນວ່າ ກຳປັ່ນດັ່ງກ່າວບໍ່ໄດ້ບັນທຸກສິນຄ້າສຳຄັນໃດໆເລີຍນັບຕັ້ງແຕ່ນັ້ນມາ.
ທ່ານ ແຄລລີ ໄດ້ກ່າວຕໍ່ວີໂອເອວ່າ ກຳປັ່ນ Jairan ຍັງຄົງຢູ່ທີ່ເກາະ ຫຼິວເຮັງ ຈົນເຖິງວັນ 3 ມີນາ ຈາກນັ້ນ ຈຶ່ງມຸ່ງໜ້າໄປທາງໃຕ້ຢູ່ເມືອງ ຊູໄຮ ກາວລານ ແລະ ຈອດທີ່ທ່າເຮືອເມື່ອວັນທີ 8 ມີນາ. ສອງວັນຕໍ່ມາ ກຳປັ່ນ Jairan ໄດ້ອອກເດີນທາງໂດຍລາຍງານຈຸດໝາຍປາຍທາງຄືເມືອງ ບັນດາ ອັບບາສ ແລະ ຄາດວ່າ ຈະໄປເຖິງວັນທີ 26 ມີນາ. ກຳປັ່ນ ອີຣ່ານ ນັ້ນ ຍັງລາຍງານການປ່ຽນແປງໃນລະດັບການຈົມນ້ຳຂອງກຳປັ່ນຢ່າງຫຼວງຫຼາຍ ກ່ອນເດີນທາງອອກຈາກທ່າເຮືອ ຊູໄຮ ກາວລານ, ຂໍ້ມູນທີ່ສົ່ງມາໃຫ້ໄດ້ສະແດງໃຫ້ເຫັນວ່າ ມັນຈົມລົງໃນລະດັບນ້ຳຫຼາຍວກວ່າສອງແມັດ ແລະ ລະບຸໃຫ້ເຫັນວ່າ ມັນໄດ້ບັນທຸກສິນຄ້າຈຳນວນຫຼາຍຢູ່ທ່າເຮືອນັ້ນ.
ຟໍຣັມສະແດງຄວາມຄິດເຫັນ