ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຣ່ານ ປະ​ຫານ​ຊີ​ວິດ ​ຜູ້​ຊາຍ​ຄົນ​ທີ​ສອງ ທີ່​ເຊື່ອມ​ໂຍງ​ກັບ​ການ​ປະ​ທ້ວງ


ປະ​ຊາ​ຊົນ​ໃນ​ນະ​ຄອນຫຼວງ ນິ​ໂຄ​ເຊຍ ຂອງ​ປະ​ເທດ ໄຊ​ປ​ຣັ​ສ ກວດ​ເບິ່ງ​ໂທ​ລະ​ສັບ​ທີ່​ສະ​ແດງ​ໃຫ້​ເຫັນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ປະ​ກາດ​ການ​ປະ​ຫານ​ຊີ​ວິດ​ທ້າວ ມາ​ຈີ​ເດ​ຣ​ຊາ ຣາ​ນາ​ວາດ ໂດຍ​ເຈົ້າ​ໜ້າ​ທີ່​ອີ​ຣ່ານ, 12 ທັນ​ວາ 2022.
ປະ​ຊາ​ຊົນ​ໃນ​ນະ​ຄອນຫຼວງ ນິ​ໂຄ​ເຊຍ ຂອງ​ປະ​ເທດ ໄຊ​ປ​ຣັ​ສ ກວດ​ເບິ່ງ​ໂທ​ລະ​ສັບ​ທີ່​ສະ​ແດງ​ໃຫ້​ເຫັນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ປະ​ກາດ​ການ​ປະ​ຫານ​ຊີ​ວິດ​ທ້າວ ມາ​ຈີ​ເດ​ຣ​ຊາ ຣາ​ນາ​ວາດ ໂດຍ​ເຈົ້າ​ໜ້າ​ທີ່​ອີ​ຣ່ານ, 12 ທັນ​ວາ 2022.

ອີ​ຣ່ານ ໃນ​ວັນ​ຈັນ​ວານນີ້​ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ປະ​ຫານ​ຊີ​ວິດ​ນັກ​ໂທດ​ຄົນ​ທີ​ສອງ​ທີ່​ເຊື່ອມ​ໂຍງ​ກັບ​ການ​ປະ​ທ້ວ​ງ​ທົ່ວ​ປະ​ເທດ​ທີ່​ໄດ້​ເລີ່ມ​ຂຶ້ນ​ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາຫຼັງ​ຈາກ​ການ​ຕາຍ​ຂອງ​ແມ່​ຍິງ​ໄວ​ໜຸ່ມ​ທີ່​ຖືກ​ກັກ​ຂັງ​ໂດຍ​ຕຳຫຼວດ ​ສິນ​ທຳ​ຂອງ​ປະ​ເທດ ໃນ​ການບໍ່​ຄຸມ​ຫົວ​ຂອງ​ລາວ​ໃຫ້​ຖືກ​ຕ້ອງ​ດ້ວຍ​ຜ້າ​ຮີ​ຈັບ.

ອົງ​ການ​ຂ່າວ ມີ​ຊານ (Mizan) ທີ່​ຄວບ​ຄຸມ​ໂດຍ​ຕຸ​ລາ​ການ​ຂອງ ອີ​ຣ່ານ ໄດ້​ກ່າວ​ວ່າ ທ້າວ ມາ​ຈີ​ເດ​ຣ​ຊາ ຣາ​ນາ​ວາດ ຖືກ​ແຂວນ​ຄໍ​ໃນ​ສາ​ທາ​ລະ​ນະ​ຈາກ​ເຄ​ຣນ​ການ​ກໍ່​ສ້າງ​ໃນ​ເມືອງ ມາ​ຊຮາດ ດັ່ງ​ກັບ​ການ​ເຕືອນ​ສຳ​ລັບ​ຄົນ​ອື່ນໆ.

ທ້າວ ຣາ​ນາ​ວາດ ຖືກ​ກ່າວ​ຫາ​ກ່ຽວ​ກັບ​ການ​ແທງ​ສະ​ມາ​ຊິກກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ສອງ​ຄົນ​ເສຍ​ຊີ​ວິດ​ເມື່ອ​ເດືອນ​ແລ້ວນີ້​ໃນ​ເມືອງ ມາ​ຊ​ຮາດ ຫຼັງ​ຈາກ​ລາວ​ໄດ້​ມີ​ຄວາມ​ໂມ​ໂຫ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ສັງ​ຫານ​ຜູ້​ປະ​ທ້ວງ. ການ​ປະ​ທ້ວງ​ໄດ້​ລະ​ເບີດ​ຂຶ້ນ​ທົ່ວ​ປະ​ເທດ ຫຼັງ​ຈາກ​ການ​ຕາຍ​ຂອງ​ນາງ ມາ​ຊາ ອາ​ມີ​ນີ, ອາ​ຍຸ 22 ປີ, ໃນ​ຂະ​ນະ​ທີ່​ຖືກ​ຄວບ​ຄຸມ​ຕົວ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່.

ບັນ​ດາ​ນັກ​ເຄື່ອນ​ໄຫວ​ເວົ້າ​ວ່າ ອີ​ຣ່ານ ໄດ້​ຕັດ​ສິນ​ໂທດ​ປະ​ຫານ​ຊີ​ວິດ​ຕໍ່​ປະ​ຊາ​ຊົນ​ຢ່າງ​ໜ້ອຍ 12 ຄົນ​ໃນ​ການ​ໃຫ້​ການ​ປິດ​ລັບ ແລະ ວ່າ​ຢ່າງ​ໜ້ອຍ 488 ຄົນ​ຖືກ​ຂ້າ​ຕາຍ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ເກືອບ 3 ເດືອນ. ບັນ​ດາ​ນັກ​ເຄື່ອນ​ໄຫວ​ສິດ​ທິ​ມະ​ນຸດ​ໃນ ອີ​ຣ່ານ, ເຊິ່ງ​ແມ່ນ​ກຸ່ມ​ທີ່​ໄດ້​ຕິດ​ຕາມ​ການ​ປະ​ທ້ວງ​ຕ່າງໆ, ໄດ້​ກ່າວ​ວ່າ​ອີກ 18,200 ຄົນ​ໄດ້​ຖືກ​ກັກ​ຂັງ.

ຜູ້​ຊາຍ​ຄົນ​ທຳ​ອິດ​ທີ່​ຖືກ​ຕັດ​ສິນ​ໂທດ​ປະ​ຫານ​ຊີ​ວິດ​ໃນ​ການ​ເຊື່ອມ​ໂຍງ​ກັບ​ການ​ປະທ້ວງ​ໄດ້​ຖືກ​ຫານ​ໃນ​ອາ​ທິດ​ທີ່​ຜ່ານ​ມາ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໄດ້​ກ່າວ​ປະ​ນາມ​ການ​ປະ​ຫານ​ຊີ​ວິດ​ຂອງ​ທ້າວ ຣາ​ນາ​ວາດ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ເນັດ ໄພ​ຣ​ສ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ຂໍ​ກ່າວ​ປະ​ນາມ​ການ​ປະ​ຕິ​ບັດ​ທີ່​ໂຫດ​ຮ້າຍນີ້​ດ້ວຍ​ຄຳ​ເວົ້າ​ທີ່​ຮຸນ​ແຮງ​ທີ່​ສຸດ.”

ທ່ານ​ໄດ້​ກ່າວ​ການ​ຕັດ​ສິນ​ໂທດ​ທີ່​ຮ້າຍ​ແຮງ​ແມ່ນ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ຂົ່ມ​ຂູ່​ປະ​ຊາ​ຊົນ​ຂອງ ອີ​ຣ່ານ, ແລະ “ມັນ​ມີ​ແຕ່​ເນັ້ນ​ໃຫ້​ເຫັນ​ວ່າ​ການ​ນຳ​ຂອງ ອີ​ຣ່ານ ແທ້​ຈິງ​ແລ້ວ​ຢ້ານ​ປ​ະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ເອງຫຼາຍ​ຊ່ຳ​ໃດ.”

ຫ້ອງ​ການ​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຕົກ​ໃຈ​ກັບ​ການ​ປະ​ຫານ​ຊີ​ວິດ​ຂອງ​ທ້າວ ຣາ​ນາ​ວາດ, ໂດຍ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຢ້ານ​ວ່າ​ຊີ​ວິດ​ຂອງ​ຜູ້​ປະ​ທ້ວງ​ຄົນ​ອື່ນໆ​ຈະ​ຖືກ​ຕັດ​ສິນ​ປະ​ຫານ​ຊີ​ວິດ. ການ​ໃຊ້​ໂທດ​ປະ​ຫານ​ຊີ​ວິດ​ແມ່ນບໍ່​ສອດ​ຄ່ອງ​ກັບ​ສິ​ດທິ​ໃນ​ການ​ມີ​ຊີ​ວິດ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG