ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອລຳທີສອງ ຫຼົ້ມອີກ ຢູ່ນອກຝັ່ງ ມາເລເຊຍ ເຮັດໃຫ້ 35 ຄົນ ຫາຍສາບສູນ (ສະໄລດ໌/ວີດີໂອ)


MALAYSIA BOATS VO
please wait
Embed

No media source currently available

0:00 0:00:55 0:00
ເຮືອ​ລຳ​ທີ​ສອງ​ໃນ​ເວລາ 2 ມື້ຜ່ານ​ມາ​ນີ້ໄດ້​ຫຼົ້ມ​ຢູ່​ນອກ​ຝັ່ງ​ທະ​ເລ
​ພາກ​ຕາ​ເວັນ​ຕົກ​ ຂອງ​ມາ​ເລ​ເຊຍ ​ເຮັດ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່ ພາ
ກັນຂຸ້ນຂ້ຽວຊອກຫາຊາວ​ອິນ​ໂດ​ເນ​ເຊຍ 35 ຄົນ​ທີ່​ກຳລັງ​ພະຍາ
ຍາມ​ເດີນທາງ​ກັບ​ຄືນ​ບ້ານ​ເຮືອນ ​ເພື່ອ​ຖື​ສີນ​ອົດ​ອາຫານ​ ໃນ
ເດືອນສັກສິດ Ramadan ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ຄຸ້ມຄອງການ​ເດີນ​ເຮືອ​ທາງ​ທະ​ເລ​ມາ​ເລ​ເຊຍ
ກ່າວ​ວ່າ ມີ 9 ຄົນ ກຳລັງ​ຫາຍ​ສາບ​ສູນ​ໄປ ຫຼັງ​ຈາກ​ເຮືອ​ລຳ​ນຶ່ງ
​ທີ່​ເຊື່ອ​ກັນ​ວ່າ ມຸ້ງ​ໜ້າ​ໄປ​ຍັງ​ເກາະ​ຊູ​ມາຕຣາ ຂອງ​ອິນ​ໂດ​ເນ​ເຊຍ​
ໄດ້​ຫຼົ້ມ​ ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ຢູ່​ໃກ້ໆ​ກັບ​ເມືອງ Sepang ​ເຂດ​
ຊານ​ເມືອງ​ນະຄອນ​ກົວ​ລາ​ລຳ​ເປີ​.

ປະມານ 24 ຊົ່ວ​ໂມງ​ກ່ອນ​ໜ້າ​ນີ້ ​ເຮືອ​ໄມ້​ລຳ​ນຶ່ງ​ທີ່​ບັນທຸກ​ຄົນ​ໂດຍສານ​ເກີນ​ກຳ
ນົດ 97 ຄົນ​ໄດ້​ປີ້ນ​ຂວ້ຳ​ໃນ​ຊ່ອງ​ແຄບ​ມາ​ລັກ​ກາ ​ໃນ​ຂະນະ​ທີ່​ພວມ​ແລ່ນ​ໄປ​ຍັງ​
ແຂວງ Aceh ຂອງ​ອິນ​ໂດ​ເນ​ເຊຍ. ຢ່າງ​ໜ້ອຍ​ພວກ​ເຈົ້າ​ໜ້າ​ທີ່​ກູ້​ໄພ ​ໄດ້​ພົບ​ເຫັນ
ສົບຜູ້​ເຄາະ​ຮ້າຍ 9 ຄົນ​ແລ້ວ ​ແລະ​ຍັງ​ມີ​ອີກ​ຢ່າງ​ໜ້ອຍ 26 ຄົນ​ຍັງ​ຫາຍ​ສາບ​ສູນ
​ໄປ​ຢູ່. ພວກ​ເຮືອ​ຫລາຍ​ສິບ​ລຳ ​ແລະ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ລຳ​ນຶ່ງ ​ໄດ້​ປະກອບສ່ວນ
​ໃນ​ການ​ຊອກ​ຫາ​ພວກ​ທີ່​ກຳລັງ​ຫາຍ​ສາບ​ສູນ​ໄປ​ຢູ່​ນີ້.

ພວກ​ຜູ້​ໂດຍສານ​ໃນ​ເຮືອ ​ແມ່ນ​ຄົນ​ອິນ​ໂດ​ເນ​ເຊຍ​ທີ່​ໄປ​ເຮັດ​ວຽກ​ຢູ່ໃນ​ມາ​ເລ​ເຊຍ
ທີ່​ກຳລັງ​ເດີນທາງ​ມຸ້ງ​ໜ້າ​ກັບ​ຄືນ​ປະ​ເທດ​ເພື່ອ​ປະກອບສ່ວນ​ໃນ ​ເດືອນສັກສິດຖືສີນ
ອົດຣາມາດາ​ນຂອງ​ຊາວ​ມຸສລິ​ມຊຶ່ງ​ຈະ​ເລີ້ມ​ຕົ້ນໄປ​ໃນ​ທ້າຍ​ເດືອນ​ມິຖຸນາ​ນີ້.

ມາ​ເລ​ເຊຍ ຊຶ່ງ​ເປັນ​ປະ​ເທດ​ອຸດົມສົມບູນ​ຫຼາຍ​ສົມຄວນ ດຶງ​ດູດ​ເອົາ​ພວກ​ແຮງ​ງານ
​ຈາກ​ບັນດາ​ປະ​ເທດ​ໃກ້​ຄຽງ​ທີ່​ທຸກ​ຍາກ​ກວ່າ ທີ່ຮວມທັງ​ອິນ​ໂດ​ເນ​ເຊຍ ມຽນມ້າ ​ແລະ
​ບັງ​ກລາ​ແດັສ ໄປເຮັດ​ວຽກ​ເຮັດ​ການ​ນັ້ນ. ພວກ​ແຮງ​ງງານ​ຫຼາຍ​ຄົນ ບໍ່​ມີ​ເອກະສານ​
ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ​ພາກັນເດີນທາງ​ເຂົ້າ​ອອກ​ມາ​ເລ​ເຊຍ ​ນຳ​ພວກ​
ເຮືອ​ໂດຍສານ​ທີ່​ບໍ່​ແໜ້ນໜາປອດໄພ ຊຶ່ງ​ບາງ​ຄັ້ງ​ໄດ້​ຫຼົ້ມ​ນັ້ນ.
XS
SM
MD
LG