ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ ແອສອີຊີ ໃຊ້ໂມງການ ໃນທາງຜິດ


ເຈົ້າໜ້າທີ່ ອະວຸໂສ ຫລາຍໆຄົນ ໃນຄະນະກຳມາທິການ ຄຸ້ມຄອງ ຕະຫລາດຫລັກຊັບ ແລະຊື້ຂາຍຮຸ້ນ ຂອງສະຫະຣັດ ທີ່ເອີ້ນຫຍໍ້ວ່າ SEC ນັ້ນ ໄດ້ຖືກກ່າວຫາວ່າ ໃຊ້ຄອມພິວເຕີ້ ຂອງລັດຖະບານ ເປັນເວລາຫຼາຍໆຊົ່ວໂມງ ເຂົ້າໄປຊອກຫາເບິ່ງ ຮູບລາມົກ ຕາມເວັບໄຊທ໌ຕ່າງໆ ຂະນະທີ່ ພວກເຂົາເຈົ້າ ຄວນຈະຕິດຕາມເບິ່ງ ລະບົບການເງິນ ຂອງປະເທດ. ທ່ານ DAVID KOTZ ຜູ້ກວດກາ ຂອງກຳມາທິການ SEC ໄດ້ທຳການສືບສວນ ເບິ່ງພວກຄົນງານ 33 ຄົນທີ່ຖືກຈັບໄດ້ ໃນຂະນະທີ່ ພວມເບິ່ງຮູບພາບລາມົກ ໃນໄລ ຍະ 5 ປີຜ່ານມານີ້. ການສືບສວນ ຊຶ່ງໄດ້ມີຂຶ້ນ ຕາມການຮ້ອງຂໍ ຂອງສະມາຊິກ ສະພາສູງ ຈາກຣັດໄອໂອວາ ທ່ານ CHARLES GRASSLEY ພົບວ່າ ທະນາຍຄວາມ ອະວຸໂສຄົນນຶ່ງ ທີ່ກຳມາທິການ SEC ໄດ້ໃຊ້ເວລາ 8 ຊົ່ວໂມງຕໍ່ມື້ ເບິ່ງຮູບພາບລາມົກ ທີ່ດາວໂລດມານັ້ນ. ໃນອີກດ້ານນຶ່ງ ນັກບັນຊີຄົນນຶ່ງ ມີຮູບພາບລາມົກ ທີ່ເກັບສະສົມໄວ້ ໃນເຄື່ອງເກັບ ຂໍ້ມູນ ຮາດດຣາຍ ຂອງຄອມພິວເຕີ້ ເປັນຈຳນວນຫລວງຫລາຍ. ກຳມາທິການ SEC ກ່າວວ່າ ພະນັກງານ ທີ່ໄດ້ກະທຳຜິດ ແຕ່ລະຄົນນັ້ນ ໄດ້ຖືກລົງໂທດ ໄປແລ້ວ ແລະບາງຄົນ ໄດ້ຖືກສັ່ງໃຫ້ ພັກການຊົ່ວຄາວ ຫລືບໍ່ ກໍຖືກໄລ່ອອກເລີຍ. ບັນທຶກການສືບສວນ ເວົ້າວ່າ ຜູ້ຖືກກ່າວຫາວ່າ ກະທຳຜິດ 17 ຄົນ ເປັນເຈົ້າໜ້າທີ່ ອະວຸໂສ ຂອງກຳມາທິການ SEC ທີ່ໄດ້ຮັບເງິນເດືອນ ສູງເຖິງ 222 ພັນໂດລາ ຕໍ່ປີ.

XS
SM
MD
LG