ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ​ນາງ Sebelius ປະເຊີນກັບ ການຊັກຖາມ ຂອງສະພາ


ລັດຖະມົນຕີກະຊວງ​ສາທາລະນະ​ສຸກ​ ແລະ​ຊັບພະ​ຍາກ​ອນ
ມະນຸດສະຫະລັດ ທ່ານ​ນາງ Kathleen Sebelius
ລັດຖະມົນຕີກະຊວງ​ສາທາລະນະ​ສຸກ​ ແລະ​ຊັບພະ​ຍາກ​ອນ ມະນຸດສະຫະລັດ ທ່ານ​ນາງ Kathleen Sebelius
ລັດຖະມົນຕີກະຊວງ​ສາທາລະນະ​ສຸກ​ ແລະ​ຊັບພະ​ຍາກ​ອນ
ມະນຸດສະຫະລັດ ທ່ານ​ນາງ Kathleen Sabelius ​ຈະປະເຊີນ​
ກັບ​ຄຳ​ທີ່​ຫຍຸ້ງຍາກ​ຕ່າງໆ​ຈາກຄະນະກໍາມາ​ທິການ​ຂອງ ລັດຖະ
ສະພາໃນ​ວັນ​ພຸດ​ມື້​ນີ້​ ກ່ຽວ​ກັບເລື່ອງ website ທີ່​ມີ​ບັນຫາຂອງ
​ໂຄງການ​ປະຕິ​ຮູບ ການປະກັນໄພ​ສຸຂະ​ພາບ ​ຂອງປະທານາ
ທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ​ນັ້ນ.

​ເປັນ​ທີ່​ຄາ​ກັນ​ວ່ວາ ທ່ານ​ນາງ Sabelius ​ຈະ​ໃຫ້ການ​ຄໍ້າປະກັນ
​ແກ່​ບັນດາ​ສະມາຊິກ​ຂອງ ຄະ​ກຳມາ​ທິການ​ພະລັງງານ​ແລະ
​ການ​ຄ້າ​ຂອງ​ສະພາ​ຕໍ່າ​ສະຫະລັດ ກ່ຽວ​ກັບ​ບັນຫາ​ຂອງ​ການ​
ລົງທະບຽນ ​ໃນ website ນັ້ນ ຈະ​ໄດ້​ຮັບ​ການ​ສ້ອມ​ແປງ
ພາຍ​ໃນ​ກຳນົດ​ເສັ້ນຕາຍ ​ໃນ​ວັນທີ 31 ມີນາ​ໜ້າ​ນີ້ ​ເພື່ອໃຫ້ຊາວ​ອ​າ​ເມຣິກັນຈະ​ສາມາດ​
ຊື້ປະກັນໄພສຸກຂະພາບ​ໄດ້​ນັ້ນ.

ນອກ​ນັ້ນຍັງ​ມີ​ທ່າ​ທາງ​ວ່າ ທ່ານ​ນາງ​ຍັງ​ຈະ​ປະ​ເຊີນ​ກັບ​ຫຼາຍ​ໆ​ຄໍາ​ຖາມ ກ່ຽວ​ກັບ​ການ​
ປະກັນໄພ​ຂອງສ່ວນ​ບຸກຄົນ ​ແລະ​ທຸລະ​ກິດ​ຂະໜາດ​ນ້ອຍ ທີ່ັປະກັນ​ໄພ​ຂອງ​ພວກ​ເຂົາ​
ເຈົ້າ​ຖືກ​ຍົກ​ເລີກ​ໄປ​ນັ້ນ ​ເຖິງ​ແມ້ນ​ວ່າ​ປະທານາທິບໍດີໄດ້​ໃຫ້​ສັນຍາ​ໄວ້​ວ່າ ​ປະຊາຊົນ
ສາມາດ​ທີ່ຈະ​ຮັກສາ​ປະກັນໄພ​ດັ້ງ​ເດີມ​ຂອງ​ພວກ​ເຂົາ​ເຈົ້າ​ໄວ້​ໄດ້ ຖ້າພວ​ກເຂົາ​ເຈົ້າ​ພໍ​ໃຈ​.

​ໃນ​ວັນ​ພຸດ​ມື້​ນີ້ ທ່ານ​ປະທາ​ນາທີ​ບໍດີ ​ບາຣັກ ໂອ​ບາ​ມາ ​ແມ່ນ​ມີ​ໝາຍ​ກໍານົດ ຈະໄປ​ປະກົດ
​ຕົວ​ທີ່​ນະຄອນ Boston ບ່ອນ​ທີ່​ອະດີດຜູ້​ປົກຄອງ​ລັດ Massachusetts ​ແລະ​ອະດີດ
ຜູ້​ສະຫມັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີຂອງ​ພັກຣີພັບ​ບລີ​ກັນ ທ່ານ Mitt Romney
ໄດ້​ລົງ​ນາມໃນ​ກົດໝາຍປະຕິ​ຮູບ​ການ​ຮັກສາ​ສຸຂະພາ​ບ ຂອງ​ລັດ​ທ່ານ ​ໃນປີ 2006.
ທ່ານໂອ​ບາ​ມາຄາດ​ຫວັງ​ ຈະ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ປະຕິ​ຮູບ​ລະບົບ​ຮັກສາ​ສຸຂະພາບ​
ຂອງລັດ Massachusetts ຊຶ່ງເປັນແຜນການ​ປະກັນ​ໄພ​ສຸ​ຂະ​ພາບ​ ຊຶ່ງ​ເປັນ​ໂຕ​ແບບ​
ໂດຍ​ກົງ​ຕໍ່​ອັນ​ ທີ່​ເອີ້ນ​ກັນ​ວ່າ “Obamacare” ນັ້ນ ກໍມີ​ບັນຫາ​ເຊັ່ນ​ກັນ ​ໃນ​ຕອນ​ເລີ່​ມຕົ້ນ.
XS
SM
MD
LG