ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Sebelius ລັດຖະມົນຕີ ສາທາລະນະສຸກ ສຫລ ລາອອກ (ວີດີໂອ)


ທ່ານນາງ Katherine Sebelius ລັດຖະມົນຕີ ສາທາລະນະສຸກ ແລະ ສາທາລະນະສຸກ
ທ່ານນາງ Katherine Sebelius ລັດຖະມົນຕີ ສາທາລະນະສຸກ ແລະ ສາທາລະນະສຸກ
ລັດຖະມົນຕີ ກະຊວງສາທາ​ລະນະ​ສຸກ ​ແລະ ບໍລິການມະ
ນຸດສະຫະລັດ ທ່ານ​ນາງ Katherine Sebelius ​ລາ​ອອກ​
ຈາກ​ຕຳ​ແໜ່​ງ ຫລັງ​ຈາກ​ໄດ້​ກຳກັບ​ນຳການລົງທະບຽນປະ
ກັນ​ໄພ​ສຸຂະພາບ​ຂອງປະທານາທິບໍດີ Barack Obama
ທີ່​ໄດ້​ກາ​ຍມາ​ເປັນ​ກົດໝາຍແລ້ວນັ້ນ.

ການ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງທ່ານ​ນາງ Katherine
Sebelius ມີ​ຂື້ນ​ພຽງ ນຶ່ງ​ອາທິດ ​ຫລັງ​ຈາກການ​ລົງ​ທະບຽນ​
ໄດ້​ປິດ​ລົງ​ສຳລັບ​ປີ​ທຳ​ອິດ ໃນອັນທີ່​ຮູ້​ກັນ​ດີ​ວ່າ Obamacare
ນັ້ນ.

​ໃນ​ໄລຍະຫລາຍໆສັບປະດາ​ຂອງ​ການເລີ້ມລົງ​ທະບຽນ​ນັ້ນ ​ໄດ້​ມີ​ບັນຫາຫລາຍ​ຢ່າງ
ເກີດຂຶ້ນກ່ຽວກັບເລື່ອງເວັບໄຊທ໌ ທີ່​ເຮັດ​ໃຫ້​ຫລາຍ​ລ້ານ​ຄົນ​ບໍ່​ສາມາດ​ເຂົ້າ​ໄປ​ລົງທະ
ບຽນ​ໄດ້.

ບັນດາ​ສະມາຊິກພັກ​ຣີພັບບລິ​ກັນ ​ໄດ້​ຮຽກຮ້ອງ​ໃຫ້ລັດຖະມົນຕີ Sebelius ລາ​ອອກ
​ຈາກ​ຕຳ​ແໜ່​ງ ​ແຕ່ທ່ານ Obama ​ໄດ້​ປະກາດ​ ໃຫ້ການ​ສະໜັບສະໜູນ ທ່ານ​ນາງ
ຢ່າງ​ເປັນການເປີດ​ເຜີຍ.

​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ນາງບໍ່ໄດ້ໄປມີໜ້າ ໃນອາທິດ​ແລ້ວ​ນີ້ ​ເວລາປະທານ​າທິ ບໍດີໄດ້
ປະກາດວ່າ ​ລະຍະການ​ລົງທະບຽນ​ດັ່ງກ່າວປະສົບ​ຜົນສຳ​ເລັດໃນທີ່ສຸດ. ການ​ລົງ​ທະ
ບຽນ​ແມ່ນມີຈຳ​ນວນ​ກາຍໂຕເລກ 7 ລ້ານ​ຄົນ ທີ່ທາງລັດຖະບານ ທ່ານ Obama ​ໄດ້​
ຄາດ​ຄະ​ເນ​ໄວ້ນັ້ນ.
SEBELIUS RESIGNATION VO
please wait

No media source currently available

0:00 0:00:52 0:00
XS
SM
MD
LG