ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍກວ່າ 1 ແສນຄົນ ລົງທະບຽນ ເຂົ້າຮ່ວມ ແຜນການ Obamacare


ທ່ານນາງ Kathleen Sebelius ລັດຖະມຸນຕີ ກະຊວງສາທາລະນະສຸກ ຂອງສະຫະລັດ.
ທ່ານນາງ Kathleen Sebelius ລັດຖະມຸນຕີ ກະຊວງສາທາລະນະສຸກ ຂອງສະຫະລັດ.
ກະຊວງ​ສາທາລະນະ​ສຸກ​ແລະ​ບໍລິການ​ມະນຸດ​ ກ່າວ​ວ່າ ຊາວ​ອາ
​ເມຣິກັນ​ຈຳນວນ ​ຫຼາຍ​ກວ່າ 1 ​ແສນ​ຄົນ​ໄດ້​ເລືອກ​ເອົາ​ແຜນການ​
ຮັກສາ​ສຸກຂະພາບ​ໃໝ່ ໂດຍ​ຜ່ານ​ອັນ​ທີ່​ເອີ້ນ​ວ່າ ​ໂຄງການ​ຮັກສາ​
ສຸກຂະ​ພາບ​ໂອ​ບາ​ມາຫຼື Obamacare ທີ່​ເປີດ​ບໍລິການ​ມາ​ຕັ້ງ​ແຕ່
​ວັນ​ທີ 1 ຕຸລາ​ຜ່ານ​ມາ​ນີ້.

ທ່ານ​ນາງ Kathleen Sebelius ລັດຖະມຸນຕີ​ກະຊວງ​ສາທາລະນະ​ສຸກ​ກ່າວ​ໃນ​ວັນ​ພຸດ ວານ​ນີ້​ວ່າ ນັບ​ແຕ່​ຕົ້ນ​ເດືອນ​ນີ້​ເປັນ​ຕົ້ນ​ມາປະຊາຊົນ​ອາ​ເມຣິກາ​ຈຳນວນ 106 ພັນ​ກັບ 185 ຄົນ​ ໄດ້​ຊື້​ແຜນການ​ຮັກສາ​ສຸກຂະພາບ​ໃໝ່ ຫຼື​ປ່ຽນ​ແຜນການ​ຮັກສາ​ສຸຂະພາບ​ໂດຍ​ຍັງ​ບໍ່​ທັນ​ໄດ້​ຈ່າຍ​ຄ່າ​ປະກັນ​ໄພ​ໃໝ່​ຂອງ​ຕົນ​ເທື່ອ​ ຊຶ່ງຈຳນວນ​ດັ່ງກ່າວ​ນີ້ ​ເປັນ​ຈຳນວນ​ເກືອບ 1 ສ່ວນ 5 ຂອງ​ຈຳນວນ​ປະຊາຊົນ 5 ​ແສນ​ຄົນ ​ທີ່​ທາງ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໄດ້​ຄາດ​ໄວ້ລ່ວງໜ້າທີ່​ວ່າຈະເຂົ້າ​ປະກອບສ່ວນ​ໃນ​ໂຄງການ​ຮັກສາ​ສຸຂະພາບ​ທີ່ປະທານາທິບໍດີ​ບາຣັກ ໂອ​ບາ​ມາ​ລົງ​ນາມ​ໃຊ້​ເປັນ​ກົດໝາຍ​ນັ້ນ.

ທ່ານ Jay Carney ​ໂຄສົກ​ປະຈຳ​ທຳນຽບຂາວຍອມຮັບ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຈຳນວນ​ດັ່ງກ່າວ​ແມ່ນ​ຕໍ່າ​ກວ່າ​ທີ່​ຄາດ​ຫວັງ​ໄວ້​ລ່ວ​ງໜ້າ​ຫຼາຍ. ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານຫວັງ​ວ່າ ປະຊາຊົນ​ອາ​ເມຣິກາ​ຫຼາຍ​ລ້ານ​ຄົນ​ຈະ​ໄປ​ລົງ​ທະບຽນ​ເຂົ້າ​ຮ່ວມ​ໃນ​ແຜນການ​ດັ່ງກ່າວ​ ກ່ອນວັນ​ທີ 31 ມີນາ​ໜ້າ​ນີ້ ຊຶ່ງ​ເປັນ​ວັນ​ສຸດທ້າຍ​ຫຼື​ເສັ້ນ​ຕາຍ​ຂອງ​ການ​ໄປ​ລົງທະບຽນທີ່​ວ່າ​ນີ້.

XS
SM
MD
LG