ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ທີມ Seattle Seahawks ຖະຫຼົ່ມທີມ Denver Broncos ໃນການແຂ່ງຂັນຍາດເອົາ Super Bowl (ສະໄລດ໌/ວີດີໂອ)


ນາຍ Russell Wilson, quarterback ທີມ Seattle Seahawks ເທນ້ຳສົ້ມ Gatorade ຫົດທ່ານ Pete Carroll ຫົວໜ້າໂຄຈທີມ Seattle Seahawks ຊຶ່ງເປັນປະເພນີ ໃນການສະຫຼອງໄຊຊະນະ.
ຜົນ​ການ​ແຂ່ງຂັນຍາດ​ເອົາ​ Super Bowl ຫລືຊີງ​ແຊ້ມຟຸດ​ບອລ
ອາ​ເມຣິກັນ ປະຈຳ​ປີ ປະກົດ​ວ່າ ທີ​ມ Seattle Seahawks ​ໄດ້
ເຮັດໃຫ້​ທີ​ມ Denver Broncos ປາ​ໄຊຢ່າງເຈັບ​ແສບ ​ດ້ວຍ​ຄະ
​ແນນ 43 ຕໍ່ 8 ​ໃນ​ແລງ​ວັນ​ອາທິດ​ວານ​ນີ້ ທີ່​ສະໜາມ​ກີລາ Metlife
​ໃນ​ເມືອງ East Rutherford ລັດ New Jersey.

ໜ່ວຍປ້ອງ​ກັນຂອງ​ທີ​ມ Seahawks ​ໄດ້​ຄອບ​ງຳ​ໜ່ວຍ​ບຸກຂອງ​
ທີ​ມ Bruncos ພາຍ​ໃຕ້​ການ​ນຳພາຂອງ​ນາຍ Peyton Manning
ຜູ້ແກ່ວ​ງບານ ​ຫຼື quarterback ຊຶ່ງ​ຈະ​ໄດ້​ມີ​ຊື່​ຢູ່​ໃນ Hall of Fame
​ໃນ​ອະນາຄົດ. ທີ​ມ Seahawks ​ໄດ້​ຕິດຕາມ​ປະ​ກົບ​ຜູ້​ຮັບ​ບານ
​ຂອງ​ທີ​ມ Broncos ​ຕິດໆ ​ແລະ​ຍາດ​ເອົາ​ບານ​ມາ​ໄດ້ 4 ​ເທື່ອ ຊຶ່ງ
​ສອງ​ເທື່ອ​ແມ່ນ​ຝ່າ​ຍ Broncos ເຮັດ​ບານ​ລຸດມືແລະ​ອີກ 2 ​ເທື່ອ ​ແມ່ນ​ນາຍ Manning ​
ແກວ່ງບານໄປ​ແລ້ວ​ຝ່າຍ​ຕົນ​ສະກັດ​ກັ້ນ​ໄດ້ ຊຶ່ງເທື່ອນຶ່ງ ນາຍ Malcolm Smith line-
backer ​ຂອງ​ທີ​ມ Seahawks ຫອບບານ​ແລ່ນ 69 yards ໄປ​ touchdown ເຮັດ​ໃຫ້​ທີ​ມ Seahawks ​ມີ​ຄະ​ແນນ​ນຳ​ໜ້າ 22 ຕໍ່ 0 ກ່ອນ​ຢຸດ​ພັກເຄິ່ງ​ເວລາ.


ພໍ​ເຂົ້າ​ມາຫລິ້ນ​ເຄິ່ງທີ​ສອງ ບໍ່​ພໍ​ເທົ່າ​ໃດ​ນາທີ ນາຍ Percy Harvin ກໍ​ໄດ້ຍາດ​ເອົາ​ໄຊ
ຊະນະ​ມາ​ໃຫ້​ທີ​ມ Seahawks ​ຢ່າງ​ຂາດ​ຮອຍ ຊຶ່ງ​ຜູ້ກ່ຽວ​ໄດ້​ຮັບບານ​ທີ່ ​ທີ​ມ Broncos ​ເຕະ​ໄປແລ້ວ​ຫອບແລ່ນ​ຄືນ 87 yards ໄປ​ສູ່​ເຂົ້າ​ປະຕູ​ໄຊ ຫລື touchdown.

​ແລະຕໍ່​ມາ ​ນາຍ Russell Wilson quarterback ຂອງ Seahawks ​ກໍໄດ້​ແກວ່ງບານ
ໄປ touchdown ອີກ 2 ຄັ້ງ​.

ທີ​ມ Denver ​ໄດ້​ລ້າ​ຫຼັງ​ມາ ​ຕັ້ງ​ແຕ່ເລີ້ມ​ຕົ້ນ​ ​ເວລາ​ຜູ້​ສົ່ງບານ​ ​ແກ່ວ​ງກາຍ​ຫົວ​ quarter-
back Manning ໄປ ​ຕົກລົງ​ໃນ​ເຂດ goal ຂອງ​ຕົນ​ເອງ ​ເຮັດ​ໃຫ້​ ທີ​ມ Seattle ມີຄະແນນ
ນຳ​ໜ້າ 2 ຕໍ່ 0.

ການ​ເສຍ​ໄຊ​ຄັ້ງ​ນີ້ ​ໄດ້​ເຮັດ​ໃຫ້​ນາຍ Manning ທີ່​ຊະນະ​ການ​ແຂ່ງຂັນ​ມາ​ໃນ​ລະດູ​ແຂ່ງ
ຂັນຮອບ​ທຳ​ມະ​ດາ​ມາ​ເປັນ​ຄັ້ງ​ປະຫວັດສາດ ຊຶ່ງ​ເປັນ​ນັກກີລາ​ທີ່​ມີຄ່າ​ສູງ​ທີ່​ສຸດຄັ້ງ​ທີ 5
ຂອງ​ສະມາຄົມ​ກີລາ​ຟຸດ​ບອນ​ແຫ່ງ​ຊາດ ພຽງ 1 ມື້ກ່ອນ​ໜ້າ​ນີ້.

ນາຍ Smith linebacker ຂອງ​ທີ​ມ Seattle ​ໄດ້​ຖືກ​ເລືອກ​ວ່າ​ເປັນ​ນັກກີລາ​ທີ່ມີ​ຄຸນ
ຄ່າ​ຫຼາຍ​ທີ່​ສຸດ​ໃນ​ການ​ແຂ່ງຂັນ​ຄັ້ງ​ນີ້.

ວີດີໂອກ່ຽວກັບ ການໂຄສະນາສິນຄ້າທາງໂທລະພາບ ໃນລະຫວ່າງການ
ຖ່າຍທອດ Super Bowl:


Super Bowl TV Ads are Big, Big Business
please wait

No media source currently available

0:00 0:02:44 0:00
ລິງໂດຍກົງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG