ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດ ໃນສຫລ ຍັງຕ້ອງການ ຄົນງານຕ່າງປະເທດ ມາເຮັດວຽກ ແບບມີລະດູການ


Seasonal Businesses Scramble to Stay Afloat Without Foreign Workers
please wait

No media source currently available

0:00 0:02:14 0:00

ວີດີໂອລາຍງານຈາກ Cape Cod ເມື​ອງ Cape Cod, ລັດ Massachusetts

ບັນດາ​ທ່ານ​ອາດ​ຈະ​ສັງ​ເກດ​ເຫັນ​ແລ້ວ​ວ່າ ຄວາມເວົ້າສ່ວນ​ໃຫຍ່ທີ່​ຕໍ່ຕ້ານ​ຄົນ​ເຂົ້າ​ເມືອງ
​ຢູ່​ນະຄອນ​ວໍ​ຊິງ​ຕັນທີ່​ອອກ​ມາ​ດັງໆ ​ເມື່ອບໍ່ນານ​ມານີ້ ​ແມ່ນ​ມາ​ຈາກ​ກຸ່ມ​ສະໜັບສະໜຸນ
ສິດທິ​ທາງ​ການ​ເມືອງ: ເລື່ອງວີ​ຊາ​ປະ​ເພດ H1B ​ແລະ H2B ນັ້ນລ້ວນ​ແລ້ວ​ແຕ່​ແມ່ນ
ກ່ຽວຂ້ອງກັບ​ການ​ປົກ​ປ້ອງວຽກ​ເຮັດ​ງານ​ທໍາ​ຂອງ​ຄົນ​ອາ​ເມຣິກັນ ທັງນັ້ນ.

ນາງ Jane Nichols Bishop, ຜູ່ທີ່ມີຊື່ຫລິ້ນວ່າ “Mama Visa,” ຊ່ວຍບໍລິສັດໃນເມືອງ Cape Cod ຂໍວີຊາ H2B ເອົາຄົນເຮັດງານມາຈາກຕ່າງປະເທດ
ນາງ Jane Nichols Bishop, ຜູ່ທີ່ມີຊື່ຫລິ້ນວ່າ “Mama Visa,” ຊ່ວຍບໍລິສັດໃນເມືອງ Cape Cod ຂໍວີຊາ H2B ເອົາຄົນເຮັດງານມາຈາກຕ່າງປະເທດ

ແຕ່​ວ່າ​ແຕ່​ລະບາດ​ກ້າວ​ທີ່​ເດີນ​ໄປ​ນັ້ນ ກໍ​ມີ​ກຸ່ມ​ທີ່​ມີ​ຫົວ​ກ້າວໜ້າທີ່-​ໃນ​ຂະນະ​ທີ່​ສະໜັບ
ສະໜຸນ ການ​ໃຫ້​ຄົນ​ເຂົ້າ​ເມືອ​ງ- ​ແຕ່​ກໍ​ມີ​ການ​ຕໍາໜິ ​ໃນ​ການໃຫ້​ວີ​ຊາ​ແກ່​ຄົນ​ເຮັດ​ວຽກ
ຈາກ​ຕ່າງປະ​ເທດ ​ເທົ່າ​ກັນ. ​ເຂົາ​ເຈົ້າ​ໃຫ້​ເຫດຜົນ​ວ່າ ລະບຽບການ​ຂອງ​ບັດ​ຖະບານ​
ກາງທີ່ຂຽນ​ໄວ້​ໃນ​ປຶ້ມນັ້ນ ບໍ່ພຽງພໍຢ່າງ​ເປັນ​ພື້ນຖານ​ຢູ່​ແລ້ວ ທີ່​ຈະ​ສາມາດ​ປ້ອງ​ກັນ​ບໍ່
​ໃຫ້​ພວກ​ໄດ້​ຮັບ​ວີ​ຊາ​ດັ່ງກ່າວ ​ໃຊ້​ວີ​ຊາ​ໄປ​ໃນ​ທາງ​ຜິດ ບໍ່​ວ່າຈະ​ເປັນ​ການ​ໃຊ້​ຜິດ​ ໂດຍ
​ຜ່ານ​ການ​ເກັບຄ່າ​ຈັດ​ຫາ​ງານທີ່​ບໍ່ມີ​ການ​ຮັບປະກັນ, ຫລື ການ​ບອກ​ເງື່​ອນ​ໄຂຈໍາ​ເປັນ​
ໃນ​ການເຮັດ​ວຽກບໍ່ກົງ​ກັບ​ຕົວ​ຈິງ, ຫລື​ການປອມ​ແປງ ຫລືການ​ຂົ່ມຂູ່​ກໍ​ຕາມ.

ບັນຫາ​ດັ່ງກ່າວ ບໍ່ພຽງ​ແຕ່ສ້າ​ງບັນຫາ​ໃຫ້​ແກ່​ການພວກ​ທີ່​ມີ​ຄວາມ​ສາມາດ​ໃນ​ການ​ຫາ
​ງານ ​ແຕ່​ຍັງ​ເປັນ​ການຫຍຸ້ງຍາກ​ໃຫ້​ແກ່ ນັກທຸລະ​ກິດ​ທີ່​ມີຈຸດປະສົງ​ດີ ທີ່​ບໍ່ສາມາດ​ຫາ
​ຄົນ​ອາ​ເມຣິກັນ​ພຽງພໍ ​ທີ່​ຈະ​ຍິນ​ດີ​ມາ​ເຮັດ​ວຽກທີ່​ມີ​ຕາມ​ລະດູ​ການ​ໃຫ້​ນັ້ນ. ສໍາ​ລັບຢູ່​
ເມື​ອງ Cape Cod, ລັດ Massachusetts ​ແລະຢູ່​ເຂດ​ອື່ນໆ ຂອງ​ປະ​ເທດ ທີ່​ມີ
ແບບ​ວິທີເສດຖະກິດ ທີ່​ສຸມ​ໃສ່​ລະດູ​ການທ່ອງທ່ຽວທີ່​ມີ​ໄລຍະ 5 ຫາ 6 ​ເດືອນ​ນັ້ນ,
​ເຈົ້າຂອງ​ທຸລະ​ກິດ​ແມ່ນ​ຕ້ອງການ​ໃຫ້ ​ຜູ້​ມີ​ວີ​ຊາປະ​ເພດ H2B ມາ​ເຮັດ​ວຽກ​ໃຫ້.

Prince Wright ບໍ່ຕ້ອງການຂໍວິຊາ H2B ເພື່ອເຮັດວຽກ ຂາຍເຄື່ອງນຸ່ງຂອງລາວ ທີ່ Capd Cod.
Prince Wright ບໍ່ຕ້ອງການຂໍວິຊາ H2B ເພື່ອເຮັດວຽກ ຂາຍເຄື່ອງນຸ່ງຂອງລາວ ທີ່ Capd Cod.

ທ່ານ Tyler Hayes, ຮອງ​ປະທານ​ຂອງ​ກຸ່ມ​ຮ້ານ​ອາ​ຫານ​ຢູ່​ເມືອງ Cape Cod ​
ເວົ້າວ່າທ່ານ​ມີ​ຄວາມ​ໂຊກ​ດີ ທີ່​ແຮງ​ງານ​ຕ່າງປະ​ເທດ​ຂອງ​ທ່ານ ທີ່​ສ່ວນ​ໃຫຍ່​ມາ​ຈາກ
ໄມ​ການັ້ນ ​ໄດ້​ສ້າງ​ໃຫ້​ມີ “​ບັນຍາກາດ​ແບບ​ຄອບຄົວ" ຂຶ້ນ​ໃນ​ໄລຍະ 20 ປີ ທີ່​ບໍ​ລິ​ສັດ
​ຂອງ​ທ່ານ​ດໍາ​ເນີນ​ທຸລະ​ກິດ​ຢູ່​ນັ້ນ. ທ່ານ​ກ່າວ​ວ່າ:

"ດຽວນີ້ລູກ​ເຕົ້າຂອງ​ເຂົາ​ເຈົ້າກໍ​ກໍາລັງ​ມາ​ເຮັດ​ວຽກ​ໃຫ້​ພວກ​ເຮົາ."

ຂວາຟູນໍ້າທີ່ Falmouth ທີ່ລັດ Massachusetts.
ຂວາຟູນໍ້າທີ່ Falmouth ທີ່ລັດ Massachusetts.

​ແຕ່​ວ່າ ທ່ານ Hayes ກໍໄດ້​ແຕ່​ຊີ້ໃຫ້ເຫັນ​ແຕ່​ຄວາມ​ຢູ່​ດີ​ກິນ​ດີ​ຂອງ​ຜູ້​ອອກແຮງ​ງານ​ໃຫ້
​ຕົນ​ເອງ​ເທົ່າ​ນັ້ນ ​ໃນ​ຂະນະ​ດຽວກັນ ທ່ານ​ກໍ​ຍອມຮັບ​ວ່າ ຢ່າງໜ້ອຍ​ໃນ​ຊຸມ​ປີໝໍ່ໆມານີ້
ການ​ຂົ່ມ ​ເຫັງ​ຜູ້​ອອກ​ແຮງ​ງານ​ກໍ​ເປັນ​ເລື້ອງທີ່​ຮ້າຍ​ແຮງ​ແບບ​ບໍ່ຄາດ​ຄິດ​ເຊັ່ນ​ກັນ.
ທ່ານ ຈື່​ໄດ້​ວ່າ:

"​ເຄີຍ​ມີ​ບັນດາ​ບໍລິສັດ​ທີ່​ສົ່ງ​ການ​ຮັບປະກັນ​ອອກ​ໄປ ​ແລ້ວ​ເຂົາ​ເອົາ​ຄົນ​ ​ເປັນ 100 ຫລື
200 ຄົນ ເຂົ້າມາປະ​ເທດ​ແລ້ວ​ກໍ​ຂູດ​ຮີດ​ເຂົາ​ເຈົ້າ"

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Seasonal Businesses Scramble to Stay Afloat Without Foreign Workers
please wait

No media source currently available

0:00 0:00:45 0:00

XS
SM
MD
LG