ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫ້າງຮ້ານສັບ​ພະ​ສິ​ນ​ຄ​້າ Sears ຮ່າງການ​ປົກ​ປ້ອງ​ ການ​ລົ້ມ​ລະ​ລາຍ ສະ​ບັບ​ທີ 11, ມີ​ໜີ້​ສິນ​ມະ​ຫາ​ສານ


ໃນ​ຮູບ​ວັນ​ທີ 8 ກໍ​ລະ​ກົດ 2017 ນີ້, ປະ​ຊາ​ຊົນ​ຍ່າງ​ເຂົ້າ​ໄປ​ໃນ​ຫ້າງຮ້ານສັບ​ພະ​ສິນ​ຄ້າ Sears ທີ່​ມີ​ກຳ​ນົດຈະ​ປິດ​ກິດ​ຈະ​
ການລົງ ຕັ້ງ​ຢູ່​ໃກ້​ໆກັບຍ່ານການຄ້າ ເຊິ່ງ​ກຳ​ລັງ​ຖືກ​ທັບ​ມ້າງ​ລົງ​ໃນ​ເມືອງ ໂອ​ເວີ​ແລນ ພາກ "Overland Park" ລັດ ແຄນ​ຊັ​ສ.
ໃນ​ຮູບ​ວັນ​ທີ 8 ກໍ​ລະ​ກົດ 2017 ນີ້, ປະ​ຊາ​ຊົນ​ຍ່າງ​ເຂົ້າ​ໄປ​ໃນ​ຫ້າງຮ້ານສັບ​ພະ​ສິນ​ຄ້າ Sears ທີ່​ມີ​ກຳ​ນົດຈະ​ປິດ​ກິດ​ຈະ​ ການລົງ ຕັ້ງ​ຢູ່​ໃກ້​ໆກັບຍ່ານການຄ້າ ເຊິ່ງ​ກຳ​ລັງ​ຖືກ​ທັບ​ມ້າງ​ລົງ​ໃນ​ເມືອງ ໂອ​ເວີ​ແລນ ພາກ "Overland Park" ລັດ ແຄນ​ຊັ​ສ.

​ເຄື່ອຄ່າຍຂາຍເຄື່ອງ​ຍ່ອຍ​ທີ່​ມີ​ຊື່​ສຽງ​ຂອງ ອາ​ເມ​ຣິ​ກາ ຊື່​ວ່າ ເຊຍ​ສ໌ (Sears) ໄດ້​ສະ​ເໜີ
ຮ່າງປົກປ້ອງການລົ້ມລະລາຍສະບັບທີ 11 ໃນຄວາມພະຍາຍາມທີ່ຈະຈັດແຈງຄືນບໍລິ
ສັດ ໃຫ້ເປັນກິດຈະການທີ່ນ້ອຍກວ່າ ເຊິ່ງອາດສ້າງລາຍໄດ້ຫຼັງຈາກໄດ້ຜ່ານຜ່າເວລາ
ທີ່ຫຍຸ້ງຍາກມາຫຼາຍປີ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ​ແມ່ນ​ການ​ພະ​ຍາ​ຍາມ​ຄັ້ງຫຼ້າ​ສຸດຂອງ​ຮ້ານສັບພະສິນຄ້າ
ເຊຍສ໌ ທີ່ຈະປັບປຸງທຸລະກິດຂອງເຂົາເຈົ້າ, ລວມທັງການຂາຍຍີ່ຫໍ້ບາງຢ່າງຂອງເຂົາ
ເຈົ້າ ແລະ ປິດຫ້າງຫຼາຍຮ້ອຍແຫ່ງ ໃນຂະນະທີ່ຍອດຂາຍໄດ້ຫຼຸດລົງ.

ໃນການ​ສະ​ເໜີ​ລົ້ມ​ລະ​ລ​າຍ​ຂອງ​ເຂົາ​ເຈົ້າ​ໃນ​ວັນ​ຈັນ​ມື້ນີ້, ບໍ​ລິ​ສັດ​ດັ່ງ​ກ່າວ​ ໄດ້​ກຳ​ນົດ​ຊັ​ບ​
ສິນມູນຄ່າ 6.9 ຕື້ໂດລາ ພ້ອມກັບໜີ້ສິນ 11.3 ຕື້ໂດລາ. ເຂົາເຈົ້າມີແຜນທີ່ຈະປິດຮ້ານ
142 ແຫ່ງໃນທ້າຍປີນີ້, ຫຼືອີກຢ່າງນຶ່ງແມ່ນເປີດຮ້ານ ເຊຍສ໌ ແລະ ເຄມາດ (Kmart)
ທີ່ຍັງເຫຼືອນັ້ນໄວ້ຄືເກົ່າ.

ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ເລີ່ມ​ຕົ້ນ​ທຸ​ລະ​ກິດ​ ດ້ວຍ​ການ​ຂາຍ​ເຄື່ອງ​ສັ່ງ​ຕາມ​ ຄາ​ຕາ​ລອກ​ໃນ​ຊຸມ​
ປີ 1880, ເຕີບໃຫຍ່ຂຶ້ນດ້ວຍການຂາຍຂອງຫຼິ້ນ, ເຄື່ອງນຸ່ງ ແລະ ແມ່ນກະທັ້ງເຄື່ອງໃຊ້
ໃນເຮືອນຂອງເຂົາເຈົ້າ. ຈົນໃນທີ່ສຸດເຂົາເຈົ້າກໍໄດ້ເປີດຮ້ານຂາຍເຄື່ອງຍ່ອຍ ທີ່ໄດ້ຂະ
ຫຍາຍເປັນຫ້າງສັບພະສິນຄ້າໃນທົ່ວປະເທດ.

ແຕ່​ດ້ວຍ​ການ​ເຕີບ​ໂຕ​ຂຶ້ນ​ຂອງ​ຫ້າງອື່ນໆ​ທີ່​ຂາຍ​ເຄື່ອງ​ຖືກກວ່າ​ຄື ຫ້າງ ວອ​ລ​ມາດ
(Walmart) ແລະ ຜູ້ບໍລິໂພກ ຈຶ່ງໄດ້ຫັນໄປຊື້ເຄື່ອງທາງອອນໄລນ໌ຫຼາຍຂຶ້ນນັ້ນ, ມັນ
ໄດ້ເຮັດໃຫ້ຫ້າງ ເຊຍສ໌ ຕ້ອງດີ້ນຮົນທາງດ້ານການເງິນ. ບໍລິສັດດັ່ງກ່າວບໍ່ໄດ້ຮັບຜົນກຳ
ໄລນັບຕັ້ງແຕ່ປີ 2010 ເປັນຕົ້ນມາ.

ປີ​ກາຍນີ້, ຮ້ານ ເຊຍ​ສ໌ ໄດ້​ຂາຍ​ຍີ່​ຫໍ້​ເຄື່ອງ​ມື Craftsman ໃຫ້​ບໍ​ລິ​ສັດ ສ​ແຕນ​ລີ ແລະ
ເດັກເກີ (Stanley & Decker) ໃນຮູບແບບຂອງຂໍ້ຕົກລົງທີ່ທາງບໍລິສັດໄດ້ກ່າວໃນວັນ
ຈັນມື້ນີ້ວ່າ ເຂົາເຈົ້າມີແຜນທີ່ຈະສືບຕໍ່ທຸລະກິດ ກັບຊັບສິນອື່ນໆຂອງເຂົາເຈົ້າໃນລະ
ຫວ່າງການປັບປ່ຽນນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG