ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊອກຄົ້ນຫາ ເຮືອດຳນໍ້າ ອິນໂດເນເຊຍ ກ້າວເຂົ້າສູ່ມື້ທີສອງ ໃນຂະນະທີ່ເພື່ອນບ້ານ ສະເໜີໃຫ້ການຊ່ວຍເຫຼືອ


ແຜນທີ່ປະເທດອິນໂດເນເຊຍ.
ແຜນທີ່ປະເທດອິນໂດເນເຊຍ.

ການຊອກຄົ້ນຫາເຮືອດຳນໍ້າຂອງອິນໂດເນເຊຍ ທີ່ໄດ້ຫາຍສາບສູນໄປພ້ອມກັບ ລູກເຮືອ
53 ຄົນ ຍັງດຳເນີນຢູ່ຕໍ່ໄປ ໃນວັນພະຫັດມື້ນີ້ ຫຼັງການໜ່ວຍກູ້ໄພໄດ້ ພົບເຫັນນໍ້າມັນຮົ່ວໄຫຼ
ອອກມາ ຢູ່ໃກ້ກັບບ່ອນທີ່ເຮືອດຳລົງໄປນັ້ນແລະໃນຂະນະ ທີ່ບັນດາປະເທດເພື່ອນບ້ານໄດ້
ປະກາດທີ່ຈະໃຫ້ການຊ່ວຍເຫຼືອ.

ເຮືອດຳນໍ້າອາຍຸ 44 ປີ KRI ນັງກາລາ-402 ໄດ້ປະຕິບັດງານຝຶກຊ້ອມການຍິງຕໍປີໂດ
ຢູ່ໃນເຂດນ່ານນໍ້າທາງພາກເໜືອຂອງເກາະບາຫຼີໃນວັນພຸດວານນີ້ ແຕ່ໄດ້ບໍ່ໄດ້ສົ່ງລາຍ
ງານກ່ຽວກັບຜົນທີ່ໄດ້ຄາດໄວ້ນັ້ນໃຫ້ຊາບ ອີງຕາມໂຄສົກ ກອງທັບເຮືອອິນໂດເນເຊຍ.

ການຊອກຫາທາງອາກາດໄດ້ພົບເຫັນນໍ້າມັນຮົ່ວໄຫຼອອກມາໃກ້ກັບບ່ອນເຮືອດຳນໍ້າ ດໍາລົງ
ໄປ ແລະກໍາປັ່ນທະຫານເຮືອສອງລໍາທີ່ມີຄວາມສາມາດໃນການຊອກຫາທາງດ້ານໂຊນາ
ໄດ້ຖືກສົ່ງໄປ ຊ່ວຍໃນການຊອກຄົ້ນຫາ ອີງຕາມຄຳເວົ້າຂອງກະຊວງປ້ອງກັນປະເທດ.

ຖະແຫຼງການຂອງກະຊວງກ່າວວ່າ ການຮ້ອງຂໍຄວາມຊ່ວຍເຫຼືອ ທີ່ໄດ້ສົ່ງໄປ ຍັງອອສເຕຣເລຍ ສິງກະໂປ ແລະອິນເດຍນັ້ນ ແມ່ນໄດ້ຮັບຄຳຕອບແລ້ວ.

ກຳລັງປ້ອງກັນປະເທດອອສເຕຣເລຍຈະ “ໃຫ້ການຊ່ວຍເຫຼືອທຸກວິທີທາງທີ່ພວກ ເຮົາສາ
ມາດ” ອີງຕາມລັດຖະມົນຕີການຕ່າງປະເທດ ມາຣິສ ເພນທ ໄດ້ກ່າວຕໍ່ ວິທະຍຸ ABC ໃນ
ວັນພະຫັດມື້ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG