ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປັ່ນຂອງຈີນ ໄດ້ຮັບ ສຽງສັນຍານ ທີ່ອາດມາຈາກ ຖ້ຽວບິນ MH370 (ວີດີໂອ)


malaysiaplane6april14
please wait
Embed

No media source currently available

0:00 0:00:52 0:00

ເບິ່ງວີດີໂອ ເລື້ອງນີ້.

ຫົວໜ້າ​ທີ​ມ​ຊອກ​ຄົ້ນ​ນາໆ​ຊາດ ຫາ​ຖ້ຽ​ວບິນ 370 ຂອງ​
ສາຍ​ການບິນ​ມາ​ເລ​ເຊຍ ທີ່​ຫາຍ​ສາບ​ສູນ​ໄປ​ນັ້ນ ກ່າວ​ວ່າ
ລາຍ​ງານຂ່າວ​ທີ່​ວ່າ ກຳ​ປັ່ນ​ລຳ​ນຶ່ງ​ຂອງ​ຈີນ ຈັບ​ໄດ້ສັນຍານ
ທາງ​ອີ​ເລັກໂທຣນິກ 2 ​ເທື່ອ ​ໃນ​ແລງວັນ​ເສົາ​ວານ​ນີ້ ເປັນ
ທີ່ໃຫ້​ກຳລັງ​ໃຈ ​ແຕ່​ຍັງ​ບໍ່​ທັນ​ພິສູດ​ໄດ້​ເທື່ອ​ວ່າ ​ມາ​ຈາກ​ເຮືອ
ບິນ​ລຳ​ນັ້ນ.

ພົນ​ເອກ​ເບ້ຍ​ບຳນານ Angus Houston ຈາກ​ກອງທັບ
​ອາກາດສະຫລັດ ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ອາ
ທິດ​ມື້​ນີ້​ວ່າ ​ເຖິງ​ແມ່ນ​ສັນຍານທີ່​ໄດ້​ຮັບ​ແມ່ນ​ແບບ​ດຽວກັນ
ກັບ​ສັນຍານ ​ທີ່​ມາ​ຈາກ “black box” ​ຫລືເຄື່ອງ​ບັນທຶກ
​ສຽງໃນ​ເຮືອບິນ​ກໍ​ຕາມ ​ແຕ່​ບັນດາ​ເຈົ້າ​ໜ້າທີ່​ກໍ​ຍັງບໍ່​ສາມາດ​ພິສູດ​ຄວາມ​ຈິງໄດ້ເທື່ອວ່າ
ແມ່ນ​ສັນ ຍານມາ​ຈາກ​ເຮືອບິນມາ​ເລ​ເຊຍ​ນັ້ນແທ້ຫຼື​ບໍ ໃນ​ຂັ້ນ​ນີ້? ທ່ານ​ກ່າວ​ຕໍ່​ໄປວ່າ
ກຳ​ປັ່ນ​ອອສ​ເຕຣ​ເລຍ 2 ລຳ ທີ່​ຕິດ​ເຄື່ອງ​ອຸບປະກອນ​ເທັກ​ໂນ​ໂລ​ຈີ​ລະດັບ​ສູງ ຈະໄປ
​ສົມທົບ​ກັບ​ກຳ​ປັ່ນ​ຂອງ​ຈີນ​ ເພື່ອຢືນຢັນ ​ໃນ​ໄວໆ​ນີ້.

ທ່ານ Tony Abbott ນາຍົກລັດຖະມົນຕີອອສ​ເຕຣ​ເລຍກ່າວ​ໃນ​ວັນ​ອາທິດ​ມື້​ນີ້ວ່າ
ພວກ​ຊອກ​ຄົ້ນຫາ​ຮູ້ສຶກມີຄວາມ​ຫວັງ ​ແຕ່​ກໍ​ບໍ່ແນ່​ໃຈ​ວ່າ​ສັນຍານ​ດັ່ງກ່າວ​ນີ້ມາ​ຈາກ​
ເຄື່ອງ​ບັນທຶກ​ສຽງຂອງ​ເຮືອບິນ​ລຳ​ນີ້​ຫຼື​ບໍ? ຖ້ຽວ​ບິນ​ຂອງ​ສາຍ​ການບິນ​ມາ​ເລ​ເຊຍທີ່
ໄດ້​ອອກ​ຈາກ​ນະຄອນຫຼວງ​ກົວ​ລາ​ລຳ​ເປີມຸ້ງ​ໜ້າ​ໄປ​ຍັງ​ນະຄອນຫຼວງ​ປັກ​ກິ່ງ ຫາຍ
​ສາບ​ສູນ​ໄປໄດ້​ເກືອບ​ນຶ່ງ​ເດືອນ​ແລ້ວ ຄື​ຕັ້ງ​ແຕ່​ວັນ​ທີ​ 8 ມີນາ​ຜ່ານ​ມາ​ນີ້​.

ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ລຳ​ນີ້​ຢ່າງ​ກວ້າງຂວາງ ​ໄດ້​ເພ່ງ​ເລັງ​ໃສ່​ເຂດ​ສອກຫຼີກຫ່າງ
ໄກ​ ໃນ​ພາກ​ໃຕ້​ຂອງ​ມະຫາ​ສະມຸດ​ອິນ​ເດຍ ບ່ອນ​ທີ່​ການ​ຊອກ​ຄົ້ນ​ໃນ​ພື້ນ​ທະ​ເລ ໄດ້​
ເລີ້ມ​ມາ​ຕັ້ງ​ແຕ່​ວັນ​ເສົາ. ການ​ຊອກ​ຄົ້ນ​ດັ່ງກ່າວ​ໄດ້​ເລັ່ງມືຂຶ້ນ ເພາະວ່າໝໍ້​ໄຟເຄື່ອງ​
ບັນທຶກ​ສຽງ ທີ່​ໃຊ້ໄດ້​ນຶ່ງ​ເດືອນ​ນັ້ນ ​ໃກ້​ຈະ​ໝົດ​ລົງ​ແລ້ວ.
XS
SM
MD
LG