ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທິມຊອກຄົ້ນ ພົບເຫັນ ກຳປັ່ນ El Faro ທີ່ຫາຍສາບສູນ ໃນລະຫວ່າງ ພາຍຸເຮີຣິເຄນ Joaquin ແລ້ວ


ບັນດາພະນັກງານສັນຍາຈ້າງ ແລະ ພັນຕີ Daniel Neverosky ເກັບກູ້ ແລະ ເກັບມ້ຽນ ສາຍລາກ ເຄື່ອງຊອກຫາ ໂຊນ້າ ທີ່ທັນສະໄໝ ຢູ່ເທິງກຳປັ່ນ USNS Apache ຊຶ່ງໄດ້ເດີນທາງອອກຈາກ ຖານທັບເຮືອໃນເມືອງ Norfolk, ລັດ Virginia, ເມື່ອວັນທີ 19 ຕຸລາ ເພື່ອເລີ້ມຕົ້ນການຄົ້ນຫາ ຊາກກຳປັ່ນບັນທຸກສິນຄ້າ El Faro ທີ່ໄດ້ຫາຍສາບສູນໄປ, ວັນທີ 24 ຕຸລາ 2015.
ບັນດາພະນັກງານສັນຍາຈ້າງ ແລະ ພັນຕີ Daniel Neverosky ເກັບກູ້ ແລະ ເກັບມ້ຽນ ສາຍລາກ ເຄື່ອງຊອກຫາ ໂຊນ້າ ທີ່ທັນສະໄໝ ຢູ່ເທິງກຳປັ່ນ USNS Apache ຊຶ່ງໄດ້ເດີນທາງອອກຈາກ ຖານທັບເຮືອໃນເມືອງ Norfolk, ລັດ Virginia, ເມື່ອວັນທີ 19 ຕຸລາ ເພື່ອເລີ້ມຕົ້ນການຄົ້ນຫາ ຊາກກຳປັ່ນບັນທຸກສິນຄ້າ El Faro ທີ່ໄດ້ຫາຍສາບສູນໄປ, ວັນທີ 24 ຕຸລາ 2015.

ບັນດາເຈົ້າໜ້າທີ່ສະຫະລັດ ກ່າວວ່າ ທິມນັກຄົ້ນຫາ ໄດ້ພົບເຫັນ
ຊາກຂອງກຳປັ່ນ ທີ່ເຊື່ອກັນວ່າ ເປັນກຳປັ່ນບັນທຸກສິນຄ້າ El
Faro ທີ່ໄດ້ຈົມລົງໃກ້ໆ ກັບເກາະບາຮາມັສ ພ້ອມດ້ວຍ ສະມາ
ຊິກລູກເຮືອ 33 ຄົນ ຢູ່ເທິງເຮືອ ເມື່ອວັນທີ 1 ຕຸລາ ຜ່ານມາ ໃນ
ລະຫວ່າງ ພາຍຸເຮີຣິເຄນ Jaoquin ຊຶ່ງບໍ່ມີຜູ້ລອດຊີວິດເລີຍ.

ຄະນະກຳມະການ ຄົມມະນາຄົມຂົນສົ່ງ ຮັກສາຄວາມປອດໄພ
ແຫ່ງຊາດ ໄດ້ກ່າວວ່າ “ເຄື່ອງໂຊນ້າທີ່ທັນສະໄໝ” ໄດ້ກວດພົບ
ເມື່ອວັນເສົາວານນີ້ ອັນທີ່ເຊື່ອກັນວ່າ ເປັນພາບຂອງກຳປັ່ນ El
Faro ໃນຂະນະທີ່ນຳໃຊ້ Orion ຊຶ່ງເປັນເຄື່ອງໂຊນ້າ ທີ່ໃຊ້ລະ
ບົບການສະແກນກວດເບິ່ງທາງດ້ານຂ້າງຂອງເຮືອ.

ຄະນະດັ່ງກ່າວ ເວົ້າວ່າ “ເປົ້າໝາຍທີ່ໄດ້ຖືກລະບຸແລ້ວນັ້ນ” ປາກົດວ່າ ແມ່ນຢູ່ໃນທ່າທີ
ທີ່ຕັ້ງຂຶ້ນ ແລະ ສິ້ນສ່ວນນຶ່ງ ແມ່ນຕັ້ງຢູ່ບໍລິເວນຄວາມເລີກ ປະມານ 4,500 ແມັດ.

ເຮືອກຳປັ່ນ El Faro ໄດ້ບັນຈຸສິນຄ້າ ຈາກເມືອງ Jacksonville ລັດ Florida ເດີນ
ທະເລໄປຍັງ ເມືອງ San Juan ປະເທດ Puerto Rico ໃນເວລາມັນໄດ້ປະສົບກັບ
ພາຍຸເຮີຣິເຄນ Jaoquin - ທີ່ມີຄວາມແຮງ ລະດັບທີ 4 ຂອງພາຍຸ ໂດຍມີລົມພັດແຮງ
ສູງເຖິງ 215 ກິໂລແມັດຕໍ່ຊົ່ວໂມງ.

ເຮືອບັນທຸກຄວາມຍາວ 240 ແມັດ ໄດ້ສົ່ງຂໍ້ຄວາມອອກຜ່ານທາງດາວທຽມ ທີ່ວ່າ ຕົນ
ໄດ້ພົບກັບຄວາມລຳບາກ ກ່ອນໜ້າບັນດາເຈົ້າໜ້າທີ່ ຢູ່ທາງເທິງຝັ່ງ ໄດ້ຂາດການຕິດຕໍ່
ກັບລູກເຮືອ.

ບັນດາເຈົ້າໜ້າທີ່ ຄິດວ່າ ເຮືອບັນທຸກ El Faro ອາດໄດ້ປະສົບກັບບັນຫາເຄື່ອງຈັກເຮືອ ເສຍພະລັງ ຊຶ່ງໄດ້ກີດກັນ ບໍ່ໃຫ້ກັບຕັນເຮືອ ບັງຄັບເຮືອດັ່ງກ່າວຜ່ານຜ່າພາຍຸນັ້ນໄດ້.

US Ship Wreckage
please wait
Embed

No media source currently available

0:00 0:00:23 0:00

XS
SM
MD
LG