ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນດານັກຄົ້ນຫາ ຈັບໄດ້ສຽງ​ສັນຍານ ຈາກຫີບດຳ ຂອງ ເຮືອບິນໂດຍສານ AirAsia


ບັນດານັກດຳນ້ຳຂອງທະຫານເຮືອອິນໂດເນເຊຍ ຕຽມປະຕິບັດການ ຍົກຫາງເຮືອບິນໂດຍສານ AirAsia ຖ້ຽວບິນ 8501 ຂຶ້ນຈາກທະເລຈາວາ ປະເທດອິນໂດເນເຊຍ ເມື່ອວັນສຸກ ທີ 9 ມັງກອນ 2015.
ບັນດານັກດຳນ້ຳຂອງທະຫານເຮືອອິນໂດເນເຊຍ ຕຽມປະຕິບັດການ ຍົກຫາງເຮືອບິນໂດຍສານ AirAsia ຖ້ຽວບິນ 8501 ຂຶ້ນຈາກທະເລຈາວາ ປະເທດອິນໂດເນເຊຍ ເມື່ອວັນສຸກ ທີ 9 ມັງກອນ 2015.

ພວກ​ເຈົ້າໜ້າ​ທີ່ ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ບັນດາ​ນັກ​ຄົ້ນ​ຫາ ຈັບໄດ້
ສຽງ​ສັນຍານ​ ຈາກ​ເຄື່ອງ​ບັນທຶກ​ສຽງ​ແລະຂໍ້ມູນການບິນ ຫຼື black
boxes ຂອງ​ຖ້ຽວບິນ 8501 ເຮືອ​ບິນ​ໂດຍສານ AirAsia ຊຶ່ງ​ໄດ້​
ຕົກລົງ​ໃສ່​ທະ​ເລ​ຈາ​ວາ ​ເມື່ອ​ວັນ​ທີ 28 ທັນວາ ຜ່ານ​ມາ.

​ເຈົ້າໜ້າ​ທີ່​ຄົນໜຶ່ງ ກ່າວ​ໃນ​ວັນ​ສຸກ​ມື້​ນີ້ ວ່າ ສຽງ​ສັນຍານ​ນັ້ນ ປາກົດ
​ວ່າ ​ແມ່ນມາ​ຈາກບໍລິ​ເວນ​ພື້ນ​ທະ​ເລ ​ຕ່າງໄປ​ຈາກບໍລິເວນສ່ວນ​ຫາງ
ຂອງ​ເຮືອບິນ ບ່ອນ​ທີ່​ເຄື່ອງ​ບັນທຶກ​ສຽງແລະ​ຂໍ້​ມູນ​ຂອງ​ການບິນ
ຖືກຕິດຕັ້ງ​ໄວ້ນັ້ນ. ​ເຄື່ອງບັນທຶກດັ່ງກ່າວນີ້ ອາດ​ໃຫ້​ຂໍ້​ມູນ​ທີ່​ສຳ​ຄັນ
ກ່ຽວ​ກັບ​ຖ້ຽວບິນທີ່ປະສົບອຸບັດເຫດດັ່ງກ່າວ.

ສ່ວນ​ຫາງຂອງ​ເຮືອບິນ ​ໄດ້​ພົບເຫັນ​ ໃນ​ວັນ​ພຸດຜ່ານມາ ຢູ່​ພື້ນ​ທະ​ເລ ປະມານ 30 ກິ​ໂລ​ແມັດ ຫ່າງຈາກຈຸດ​ສຸ​ດທ້າຍ​ທີ່​ຮູ້ຈັກກ່ຽວກັບເຮືອບິນ ລຳດັ່ງກ່າວ ຢູ່ທີ່​ພື້ນ​ທະ​ເລ​ທີ່​ມີ​ຄວາມ​ເລິກ​ປະມານ 30 ​ແມັດ.

​ເຮືອບິນ​ Airbus 320 ລຳນີ້ ຫາຍ​ໄປ​ຈາກ ຈໍ​ເຣດາ ຢູ່​ເທິງ​ນານ​ຟ້າ​ທະ​ເລ​ຈາ​ວາ ທີ່​ກຳລັງ
​ບິນ​ຂຶ້ນ​ໄປ​ໄດ້ ​ພຽງບໍ່ຮອດເຄິ່ງທາງ ​ໃນ​ລະຍະ​ຖ້ຽວ​ບິນ 2 ຊົ່ວ​ໂມງຈາກເມືອງ Surabaya
ຊຶ່ງ​ເປັນເມືອງໃຫຍ່ສຸດ ອັນ​ດັບ​ສອງ ຂອງອິນ​ໂດ​ເນ​ເຊຍ ​ໄປ​ຍັງສິງກະ​ໂປ.

ບໍ່​ມີ​ຜູ້​ລອດ​ຊີວິດມາ​ໄດ້ ​ໃນ​ຈຳນວນ ຜູ້​ໂດຍສານ​ ແລະ​ຈຸ​ບິນ​ທັງໝົດ 162 ຄົນ​ທີ່ຢູ່​ໃນເຮືອບິນ ລຳ​ດັ່ງກ່າວ. ມາ​ເຖິງ​ຕອນນີ້ ມີແຕ່ພຽງ 48 ສົບ ສາມາດ​ເກັບ​ກູ້​ຂຶ້ນ​ມາ​ໄດ້.

ບັນດາ​ເຈົ້າໜ້າ​ທີ່ ຫວັງ​ວ່າ ສົບ​ຜູ້​ເຄາະ​ຮ້າຍ​ ສ່ວນ​ໃຫຍ່ຈະ​ສາມາດ​ເກັບ​ກູ້ໄດ້ ຈາກ​ຊາກ​
ຫັກ​ພັງຂະໜາດໃຫຍ່ຫລາຍໆອັນ ​ໃນ​ພື້ນ​ທະ​ເລນັ້ນ.

ASIA MISSING PLANE VIDEO
please wait

No media source currently available

0:00 0:02:01 0:00

XS
SM
MD
LG