ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການພົບເຫັນ ສິ່ງຫັກພັງ ທີ່ອາດເປັນຊາກ ຂອງເຮືອບິນ ມາເລເຊຍ ຟູຢູ່ໃນນ້ຳ (ສະໄລດ໌/ວີດີໂອ)


malaysiapalane20mar14
please wait
Embed

No media source currently available

0:00 0:00:19 0:00
ເຮືອບິນສັງເກດການ ໄດ້ພາກັນລາດຕະເວນ ຢູ່ໃນເຂດສອກ
ຫລີກຫ່າງໄກ ທາງພາກໃຕ້ ຂອງມະຫາສະມຸດອິນເດຍ ເພື່ອ​
ຊ່ວຍ​ຊອກ​ຄົ້ນ​ຫາເຮືອບິນ​ຂອງ​ສາຍ​ການບິນ​ມາ​ເລ​ເຊຍ​ທີ່​ຫາຍ
​ໄປ​ນັ້ນ ​ຫລັງຈາກອອສເຕຣເລຍໄດ້ນຳອອກເຜີຍແຜ່ຮູບຖ່າຍ
ທາງດາວທຽມຂອງເຂດທີ່ສະແດງໃຫ້ເຫັນວ່າ ອາດເປັນຊາກ
ຂອງເຮືອບິນ ທີ່ຟູນ້ຳຢູ່ນັ້ນ.

ລັດຖະມົນ​ຕີກະຊວງປ້ອງກັນປະເທດ ທ່ານ Hishammuddin
Hussein ກ່າວ​ວ່າ ຮູບຖ່າຍເຫຼົ່ານີ້ ແມ່ນຂໍ້ມູນນຳພາ ທີ່ໜ້າເຊື່ອ
ຖືໄດ້ໃນການຊອກຄົ້ນຫາເຮືອບິນຂະໜາດໃຫຍ່ຂອງນາໆຊາດ ທີ່ໄດ້ຫາຍສາບສູນໄປ ໃນວັນທີ 8 ມີນາ ຜ່ານມາ ພ້ອມດ້ວຍຜູ້
ໂດຍສານແລະພະນັກງານ ຢູ່ເທິງເຮືອບິນ 239 ຄົນນັ້ນ.



​ຊາກຫັກພັງ​ດັ່ງກ່າວ ​ໄດ້ພົບເຫັນໃນ​ໄລຍະ​ຫ່າງ​ໄກ 2500 ຫຼັກ​ກິ​ໂລ​ແມັດ​ໄປ​ທາງ​ທິດ
ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເມືອງ Perth ທີ່​ຕັ້ງ​ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອອສ​ເຕຣ​ເລຍ.

ທ່ານ John Young ​ໃນ​ພະ​ແນ​ກການ​ເດີນ​ເຮືອ​ທາງ​ທະ​ເລ​ຂອງ​ອອສ​ເຕຣ​ເລຍ ກ່າວ​ວ່າ ​ເຮືອບິນ​ຂອງ​ອອສ​ເຕຣ​ເລຍ​ຫຼາຍ​ລຳ​ໄດ້​ບິນ​ມຸ້ງ​ໜ້າ​ໄປ​ຍັງ​ຂົງ​ເຂດ​ດັ່ງກ່າວ ​ແຕ່​ວ່າ ຄວາມ​ພະ ຍາຍາມ​ຕ່າງໆ​ໃນ​ການ​ຊອກ​ຫາ​ນີ້ ສາມາດ​ປະສົບກັບ​ຄວາມ​ຫຍຸ້ງຍາກ ຍ້ອນ​ສະພາບອາ ກາດ​ມີເມກໝອກ​ຫຼືບໍ່​ເຫັນ​ແຈ້ງ​ຢູ່ໃນ​ຂົງ​ເຂດ.

ພວກ​ກຳ​ປັ່ນ​ແລະ​ເຮືອບິນ​ຈຳນວນ​ຫຼວງ​ຫຼາຍ ຈາກ​ຫຼາຍ​ປະ​ເທດກໍ​າລັງ​ພາກັນ​ແລ່ນ​ໄປ​ຍັງ​ຂົງ​ເຂດ​ດັ່ງກ່າວ ​ເພື່ອ​ຊ່ອຍ​ໃນ​ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ລຳ​ນີ້.

US Pilots Discuss Malaysian Plane Mystery
please wait

No media source currently available

0:00 0:02:21 0:00


ພວກ​ຮູບ​ພາບ​ທີ່​ເປັນ​ຈຸດ​ໆບໍ່ຄ່ອຍແຈ້ງປານໃດ ທີ່​ບັນດາ​ເຈົ້າໜ້າ​ທີ່​ອອສ​ເຕຣ​ເລຍ​ເປີດ​ເຜີຍ​ໃຫ້​ຮູ້ ສະ​ແດງ​ໃຫ້​ເຫັນ​ສິ່ງ​ຂອງ​ຕ່າງໆ​ພວມ​ໄຫລ​ຟູ​ໄປ​ນຳ​ຄື້ນຟອງ​ທະ​ເລ ຊຶ່ງ​ບາງ​ສ່ວນ​ຈົມ​ນ້ຳ​ຢູ່​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກະ​ປະມານ​ວ່າ ນຶ່ງ​ໃນ​ພວກ​ສິ່ງ​ທີ່​ເຫັນ​ຟູ​ໄປ​ໃນ​ໜ້າ​ນ້ຳ​ນັ້ນ ຍາວ​ເຖິງ 24 ​ແມັດ ​ແລະ​ອີກ​ແຜ່ນ​ນຶ່ງ​ຍາວ 5 ​ແມັດ.

ທ່ານ Tony Abbot ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທີ່​ເປັນ​ຜູ້​ປະກາດ​ການ​ພົບ​ເຫັນ​ສິ່ງ ເຫຼົ່າ​ນີ້​ຄັ້ງ​ທຳ​ອິດຕໍ່​ສະພາ​ໃນ​ວັນ​ພະຫັດມື້​ນີ້ ​ໄດ້​ເຕືອນ​ຜູ້​ຄົນ ​ບໍ່​ໃຫ້​ພາກັນ​ທຳ​ການ​ສັນນິຖານ​ລ່ວງ​ໜ້າ ກ່ຽວ​ກັບ​ສິ່ງ​ເຫຼົ່າ​ນີ້ ​ໂດຍ​ກ່າວ​ວ່າ ມັນ​ຈະ​ເປັນ​ສິ່ງ​ທີ່ “ຫຍຸ້ງຍາກ​ທີ່​ສຸດ” ​ເພື່ອ​ຊອກ​ຫາ​ໃຫ້ເຫັນວ່າ ​ມັນ​ຢູ່​ໃສ​ນັ້ນ.

ທ່ານ Abbot ກ່າວ​ວ່າ “ ອົງການ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ທາງ​ທະ​
ເລ​ຂອງ ອອສ​ເຕຣ​ເລຍ ​ໄດ້​ຂ່າວ​ຂໍ້​ມູນ​ທີ່​ວ່າ​ນີ້ ອີງ​ຕາມ​ຮູບ​ພາບ​ຂອງ​ສິ່ງ​ຂອງ​ເຫຼົ່າ​
ນີ້​ທາງ​ດາວ​ທຽມ ທີ່​ອາດ​ເປັນ​ໄປ​ໄດ້ ທີ່ພົວພັນ​ກັບ​ການ​ຊອກ​ຫາ​ນີ້. ພາຍຫຼັງ​ການ​
ວິ​ເຄາະ​ຂອງ​ນັກ​ຊ່ຽວຊານ​ພິ​ເສດ​ກ່ຽວ​ກັບ​ຮູບ​ພາບ​ທາງ​ດາວ​ທຽມ​ ສິ່ງ​ຂອງ​ສອງ​
ຢ່າງ​ທີ່​ເປັນ​ໄປ​ໄດ້ ພົວພັນ​ກັບ​ການ​ຊອກ​ຄົ້ນ​ນີ້ ​ໄດ້​ຮັບ​ການຢັ້ງຢືນ​ແລ້ວ​.”


ອອສສະເຕຣເລຍ ໄດ້ໃຫ້ຄວາມຊ່ອຍເຫຼືອ ໃນການປະສານກັນໃນເຂດໃຕ້ ຂອງການຊອກ
​ຫາ​ເຮືອບິນ Boeing 777 ລຳ​ນີ້. ຢ່າງ​ໜ້ອຍ​ມີ 26 ປະ​ເທດ​ ໄດ້​ເຂົ້າ​ປະກອບສ່ວນ​ໃນ​ການ​ຊອກ​ຫາ ​ໃນ​ທົ່ວ​ຂົງ​ເຂດ ທີ່​ກວມ​ເນື້ອ​ທີ່​ທັງ​ໝົດ​ຫຼາຍ​ກວ່າ 7 ລ້ານ​ຫຼັກ​ກິ​ໂລ​ແມັດ​ມົນທົນ.

XS
SM
MD
LG