ການຊອກຫາຖ້ຽວບິນ 370 ຂອງສາຍການບິນມາເລເຊຍ
ທີ່ຫາຍສາບສູນໄປນັ້ນ ໄດ້ເລີ້ມຄືນອີກໃນວັນອາທິດມື້ນີ້
ໃນຂະນະທີ່ຄວາມຢ້ານກົວເພີ້ມທະວີຂຶ້ນ ທີ່ວ່າໝໍ້ໄຟໃນ
ເຄື່ອງບັນທຶກຂໍ້ມູນຖ້ຽວບິນ ອາດຈະ ຕາຍແລ້ວນັ້ນ.
ທ່ານ Tony Abbott ນາຍົກລັດຖະມົນຕີອອສເຕຣເລຍ
ຍັງສືບຕໍ່ໃຫ້ຂໍ້ສັງເກດໃນທຳນອງເຕືອນ ໂດຍເນັ້ນວ່າມັນ
ອາດຈະໃຊ້ເວລາດົນນານ ຈຶ່ງຈະພົບເຫັນເຮືອບິນ Boeing
777 ລຳນີ້. ບັນດາເຈົ້າໜ້າທີ່ກໍ ພາກັນເຕືອນຕື່ມວ່າ ພວກ
ເຈົ້າໜ້າທີ່ສືບສວນສອບສວນ ຈະສູນເສຍພາຫະນະທີ່ສຳຄັນໃນການຊອກຫາສັນ
ຍານ ເວລາແບດເຕີຣີໃນເຄື່ອງ ບັນທຶກຂໍ້ມູນອ່ອນລົງນັ້ນ ເພາະວ່າພວກແບດເຕີຣີ
ເຫຼົ່ານີ້ ແມ່ນອອກແບບມາໃຫ້ໃຊ້ການໄດ້ຢ່າງໜ້ອຍ 30 ມື້ເທົ່ານັ້ນ ແລະບັນດາ
ນັກຊ່ຽວຊານຫຼາຍຄົນ ພາກັນສັນນິຖານວ່າ ມັນອາດຈະຕາຍແລ້ວ ກໍໄດ້.
ໃນຂະນະດຽວກັນໜັງສືພິມຊັ້ນນຳຂອງມາເລເຊຍສະບັບນຶ່ງກ່າວວ່າພວກເຈົ້າໜ້າທີ່
ສືບສວນສອບສວນ ຫາຫຼັກຖານກ່ຽວກັບການຫາຍສາບສູນໄປຂອງເຮືອບິນລຳນີ້
ສົງໄສວ່າ ນັກບິນຮ່ວມ ຄື co-pilot ອາດ ໄດ້ພະຍາຍາມຈະໃຊ້ໂທລະສັບມືຖື ຫຼັງ
ຈາກເຮືອບິນໄດ້ປ່ຽນທິດທາງ ບິນ ຈາກເສັ້ນທາງບິນທຳອິດແລ້ວນັ້ນ.
ໜັງສືພິມ New Straits Times ທີ່ນິຍົມລັດຖະບານ ກ່າວວ່າ ພວກເຈົ້າໜ້າທີ່
ສືບສວນເຊື່ອວ່າ ການໂທລະສັບໄດ້ຍຸດຕິລົງຢ່າງກະທັນຫັນ ຫຼັງຈາກຕິດຕໍ່ໄດ້
ກັບຫໍຄວບຄຸມການບິນແຫ່ງນຶ່ງ ໃນຂະນະທີ່ເຮືອບິນ ກຳລັງບິນໃນລະດັບຕຳ່
ຫ່າງຈາກເກາະ Penang ຂອງມາເລເຊຍ ໄປທາງພາກຕາເວັນຕົກສຽງເໜືອ
ປະມານ 200 miles ນັ້ນ. ໜັງສືພິມສະບັບນີ້ກ່າວຕື່ມວ່າແຫຼ່ງຂ່າວຂອງຕົນ
ບໍ່ໄດ້ເປີດເຜີຍໃຫ້ຮູ້ວ່າ ຜູ້ໂທລະສັບນັ້ນ ພະຍາຍາມຕິດຕໍ່ຫາໃຜ.
ໃນວັນເສົາວານນີ້ ລັດຖະມົນຕີປ້ອງກັນປະເທດມາເລເຊຍ ທ່ານ Hishammud
din Hussein ຕັ້ງຂໍ້ສົງໄສກ່ຽວກັບລາຍງານນີ້ ໂດຍ ກ່າວຕໍ່ບັນດານັກຂ່າວວ່າ ທ່ານຄວນໄດ້ຮັບແຈ້ງໃຫ້ຊາບກ່ຽວກັບເລື້ອງນີ້ແລ້ວ ຖ້າຫາກວ່າມັນເກີດຂຶ້ນແທ້ໆ.