ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາລະກິດ ການຄົ້ນຫາ ແລະ ກູ້ໄພ ຜູ້ລອດຊີວິດ ຈາກເຮືອຂ້າມຟາກ ຫຼົ້ມຈົມ ຍັງສືບຕໍ່ມາ ໃນວັນຈັນມື້ນີ້


ແມ່ຍິງຄົນໜຶ່ງ ຢືນຄຽງລາຍຊື່ຂອງຜູ້ໂດຍສານ ໃນຂະນະທີ່ ນາງຊອກຫາ ຂໍ້ມູນ ກ່ຽວກັບ ສະມາຊິກຄອບຄົວຂອງນາງ ຜູ້ທີ່ຢູ່ເທິງເຮືອຂ້າມຟາກ ທີ່ຄວ້ຳຈົມລົງ, ຢູ່ທີ່ໜ່ວຍປະຕິບັດການ ກູ້ໄພ ໃນເມືອງ Siwa, Wajo, ຢູ່ທິດໃຕ້ຂອງແຂວງ Sulawesi, ປະເທດອິນໂດເນເຊຍ, ວັນທີ 21 ທັນວາ 2015.
ແມ່ຍິງຄົນໜຶ່ງ ຢືນຄຽງລາຍຊື່ຂອງຜູ້ໂດຍສານ ໃນຂະນະທີ່ ນາງຊອກຫາ ຂໍ້ມູນ ກ່ຽວກັບ ສະມາຊິກຄອບຄົວຂອງນາງ ຜູ້ທີ່ຢູ່ເທິງເຮືອຂ້າມຟາກ ທີ່ຄວ້ຳຈົມລົງ, ຢູ່ທີ່ໜ່ວຍປະຕິບັດການ ກູ້ໄພ ໃນເມືອງ Siwa, Wajo, ຢູ່ທິດໃຕ້ຂອງແຂວງ Sulawesi, ປະເທດອິນໂດເນເຊຍ, ວັນທີ 21 ທັນວາ 2015.

ພາລະກິດການຄົ້ນຫາ ແລະ ກູ້ໄພໄດ້ສືບຕໍ່ມາໃນວັນຈັນມື້ນີ້
ເພື່ອຊອກຫາຜູ້ລອດຊີວິດ ຈາກເຮືອຂ້າມຟາກທີ່ໄດ້ຫາຍສາບ
ສູນໄປໃນໃຈກາງປະເທດ ອິນໂດເນເຊຍ.

ບັນດາເຈົ້າໜ້າທີ່ກ່າວວ່າ ປະຊາຊົນ 39 ຄົນໄດ້ຖືກຊ່ວຍເຫຼືອ
ລອດຊີວິດຂຶ້ນມາ ຕັ້ງແຕ່ເຮືອຂ້າມຟາກໄດ້ຫຼົ້ມໃນວັນເສົາທີ່
ຜ່ານມາ ຫຼັງຈາກທີ່ເຮືອດັ່ງກ່າວ ປະສົບກັບສະພາບອາກາດ
ທີ່ບໍ່ດີ ໃນຂະນະທີ່ເດີນທາງຈາກເຂດ Kolaka ໄປຍັງ ເມືອງ
Siwa ໃນແຂວງ Sulawesi. ເຮືອລຳດັ່ງກ່າວໄດ້ຖືກພັດຫຼົ້ມ
ໂດຍຄື້ນສູງເຖິງ 5 ແມັດ.

ເຮືອລຳດັງກ່າວໄດ້ຂົນສົ່ງຜູ້ໂດຍສານ ແລະ ລູກເຮືອ 100 ຄົນ ລວມທັງເດັກນ້ອຍຫຼາຍ ຄົນ. 80 ຄົນຍັງຫາຍສາບສູນຢູ່. ຢ່າງໜ້ອຍ ໄດ້ກອບກູ້ 3 ສົບ ຂຶ້ນມາ. ເຈົ້າໜ້າທີ່ຄົນໜຶ່ງ
ຈາກອົງການຄວບຄຸມໄພພິບັດແຫ່ງຊາດ ຂອງອິນໂດເນເຊຍ ໄດ້ກ່າວຕໍ່ວີໂອເອ ວ່າ ສົບ
ດັ່ງກ່າວແມ່ນເດັກນ້ອຍທັງໝົດ.

ເຮືອບິນເຮລີຄັອບເຕີ ທະຫານ ແລະ ເຮືອຫຼາຍລຳໄດ້ຖືກສົ່ງໄປຮ່ວມໃນການຄົ້ນຫາຄັ້ງນີ້.

ບໍລິເວນໝູ່ເກາະອັນກວ້າງໃຫຽ່ຂອງ ອິນໂດເນເຊຍ ປະກອບມີເກາະດອນຫຼາຍກວ່າ
17,000 ແຫ່ງ, ເຊິ່ງອາໄສການບໍລິການເຮືອຂົນສົ່ງ ຢ່າງຫຼວງຫຼາຍ, ແຕ່ວ່າພາກທຸລະກິດ
ການບໍລິການນັ້ນ ມີປະຫວັດໃນການບໍລິການ ທີ່ບໍ່ດີ ແລະ ອຸບັດເຫດເຖິງແກ່ຊີວິດ ແມ່ນ
ເກີດຂຶ້ນເປັນປະຈຳ.

Indonesia Ferry
please wait
Embed

No media source currently available

0:00 0:01:02 0:00

XS
SM
MD
LG