ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຊອກຄົ້ນຫາເຮືອບິນ ຂອງມາເລເຊຍ ມີ 25 ປະເທດ ເຂົ້າຮ່ວມນຳແລ້ວ (ວິດີໂອ)


Malaysia plane 16mar
please wait
Embed

No media source currently available

0:00 0:00:41 0:00

ເບິ່ງວີດີໂອ ກ່ຽວກັບເລື້ອງນີ້

ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​ກ່າວ​ວ່າ ຈຳນວນ​ປະ​ເທດ​ທີ່​ເຂົ້າ​ມາ​ພົວພັນ
​ນຳ​ການ​ຊ່ວຍ​ຊອກ​ຄົ້ນ​ຫາເຮືອບິນ​ຂອງ​ສາຍ​ການບິນມາ​ເລ​ເຊຍ
​ທີ່​ຫາຍ​ໄປ​ນັ້ນ ​ໄດ້​ເພີ້​ມຂຶ້ນ​ເປັນ 25 ປະ​ເທດ​ແລ້ວເວລາ​ນີ້ ຫລັງ
​ຈາກ​ທີ່​ມີ​ການ​ລົງ​ຄວາມ​ເຫັນ​ກັນ​ວ່າ ​ເຮືອບິນ​ລຳນັ້ນ​ອາດ​ໄດ້​ບິນ
​ຜ່ານ​ຫລາຍໆ​ປະ​ເທດ.

ລັດຖະມົນ​ຕີກະຊວງ​ຂົນ​ສົ່ງ​ມາ​ເລ​ເຊຍ ທ່ານ Hishammuddin
Hussein ກ່າວ​ວ່າ ປະ​ເທດ​ທີ່​ເຂົ້າ​ມາ​ຊ່ວຍ​ໃນການ​ຊອກ​ຄົ້ນ​
ແລະ​ກູ້​ໄພ ​ໄດ້​ເພີ້​ມຂຶ້ນ 11 ​ປະ​ເທດ ​ແລະ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເຮືອບິນ
​ອາດ​ໄດ້​ບິນ​ຜ່ານ​ບາງ​ປະ​ເທດ​ໃນ​ນັ້ນ ​ແລະ​ອາດ​ໄດ້​ບິນ​ໄປ​ຮອດ​
ເຂດ​ເອ​ເຊຍ​ກາງ.

ນອກ​ນັ້ນ​ ພວກ​ເຈົ້າ​ໜ້າ​ທີ່ກໍ​ບໍ່​ໄດ້​ຕັດ​ອອກ ຄວາມ​ເປັນ​ໄປ​ໄດ້​ທີ່​ວ່າ ​ເຮືອບິນ​ອາດ​ໄດ້​ລົງ​ຈອດ​
ຢູ່​ບ່ອນ​ໃດ​ບ່ອນ​ນຶ່ງ ທີ່​ສັນຍານ​ດາວ​ທຽມ​ສົ່ງ​ໄປ​ເຖິງ​ນັ້ນ.

ບັດ​ນີ້ ​ການ​ສືບສວນ​ກ່ຽວ​ກັບ​ການ​ຫາຍ​ໄປ​ຂອງ​ເຮືອບິນລຳນີ້ ແມ່ນແນ​ຈຸດ​ໃສ່​ພວກຈຸ​ບິນ​
ກັບຄົນ​ໂດຍສານ ​ທັງ​ໝົດ 239 ຄົນ​ ຢູ່​ໃນ​ເຮືອບິນ.

ບັນດາ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ຕຳຫຼວດ​ໄດ້​ເຂົ້າ​ຄົ້ນບ້ານ​ເຮືອນ​ຂອງ​
ພວກ​ນັກ​ບິນທັງ 2 ຄົນ ​ແລະ​ກຳລັງ​ກວດ​ສອບ​ເບິ່ງ​ ​ຫ້ອງ​ບິນ​ຈຳລອງ​ແບບລະອຽດ​ຂອງ​ນັກ
​ບິນຄົນ​ນຶ່ງ. ນອກ​ນັ້ນ ​ທາງ​ເຈົ້າ​ໜ້າ​ທີ່ຍັງ​ທຳການ​ສອບ​ສວນ​ພວກ​ນາຍ​ຊ່າງ​ ຜູ້ທີ່​ອາດ​ໄດ້​ມີ​
ການແຕະຕ້ອງກັບ​ເຮືອບິນ ກ່ອນ​ບິນ​ອອກ​ຈາກ​ກຸງ​ກົວ​ລາ​ລຳ​ເປີ​ໄປ​ນັ້ນ.

ການ​ສືບສວນ​ສອບ​ສວນ​ທາງ​ອາຍາ​ຢ່າງ​ຂະໜາ​ນ​ໃຫຍ່ນີ້ ​ໄດ້​ມີ​ຂຶ້ນ ​ຫລັງ​ຈາກ​ທີ່ນາຍົກລັດ
ຖະມົນຕີ​ມາ​ເລ​ເຊຍ ທ່ານ Najib Razak ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ມີ “ຄວາມ​ແນ່ນອນ​
ໃນລະດັບ​ສູງ” ວ່າ ມີ​ຜູ້​ໃດ​ຜູ້​ນຶ່ງ​ໄດ້​ມອດ​ລະ​ບົບສື່ສານ​ໂດຍ​ເຈດ​ຕະນາ ​ຊຶ່ງເປັນ​ຜູ້​ທີ່​ຮູ້ຈັກດີ​
ວ່າ ຕົນ​ກຳລັງເຮັດ​ຫຍັງ​ຢູ່.

ນາຍົກລັດຖະມົນຕີ ກ່າວ​ຕື່ມ​ວ່າ ລະບົບ​ສື່ສານ​ອັນ​ສຸດ​ທ້າຍ​ໄດ້​ມອດ​ໄປ ກ່ອນ​ເຮືອບິນອວ່າຍ
​ກັບ​ຄືນ​ໄປ​ທາງ​ທິດຕາ​ເວັນ​ຕົກ ອອກ​ຈາກ​ສາຍ​ທາງ​ບິນ​ຂອງ​ເຮືອບິນ​ນັ້ນ.

​ແຕ່ທ່ານ Najib ກໍບໍ່​ໄດ້​ເວົ້າວ່າ ​ເຮືອບິນ​ລຳ​ນີ້​ໄດ້​ຖືກ​ຈີ້​ໄປ ​ແລະ​ເວົ້າ​ວ່າ ພວກ​ເຈົ້າ​ໜ້າ​ທີ່ສືບ
ສວນ​ ​ກຳລັງ​ພິຈາລະນາ​ເບິ່ງ​ໝົດ​ທຸກ​ຮູບການ ທີ່​ສາມາດ​ເປັນ​ໄປ​ໄດ້.

ການ​ຊອກ​ຫາ​ເຮືອບິນ​ຂອງ​ສາຍ​ການບິນມາ​ເລ​ເຊຍ ​ຖ້ຽວ 370 ບັດ​ນີ້ ​ແມ່ນ​ກວມ​ເອົາ​ຕັ້ງ​ແຕ່
ປະ​ເທດ Kazakhstan ​ໄປ​ຮອດ​ເຂດ​ໃຕ້​ຂອງ​ມະຫາ​ສະມຸດ​ອິນ​ເດຍ. ພວກ​ເຈົ້າໜ້າທີ່ສືບ
ສວນກ່າວ​ວ່າ ​ເຮືອບິນມີ​ນ້ຳມັນ​ໃນ​ຖັງ ພຽງພໍ​ສຳລັບ​ບິນ​ຕື່ມໄດ້ອີກຫຼາຍ​ຊົ່ວ​ໂມງ ຫຼັງຈາກ​ມັນ​
ຫາຍ​ໄປ​ຈາກ​ຈໍເຣດາ ເມື່ອ​ວັນ​ເສົາ ​ທີ 8 ​ເດືອນ​ນີ້.

ວີດີໂອ: ສະຫະລັດຈະສົ່ງກຳປັ່ນ ໄປຊ່ວຍຊອກຄົ້ນ ຢູ່ມະຫາສະມຸດ ອິນເດຍ:

Malaysia Plane US Role
please wait

No media source currently available

0:00 0:02:06 0:00
XS
SM
MD
LG