ການຊອກຫາເຮືອບິນໂດຍສານ ມາເລເຊຍ ຖ້ຽວບິນ 370 ທີ່
ຫາຍສາບສູນໄປນັ້ນ ໄດ້ເລີ້ມຄືນອີກເທື່ອນຶ່ງ.
ການຄົ້ນຫາໄດ້ເລີ້ມຂຶ້ນຄືນໃໝ່ ໃນວັນຈັນມື້ນີ້ ຢູ່ທາງພາກໃຕ້
ຂອງມະຫາສະມຸດອິນເດຍ ຊຶ່ງເປັນເວລາ 7 ເດືອນຜ່ານມາ ຫຼັງ
ຈາກເຮືອບິນອາຍພົ່ນລຳນັ້ນ ໄດ້ຫາຍສາບສູນໄປ ໃນຖ້ຽວບິນ
ລະຫວ່າງ ນະຄອນ ຫລວງກົວລາລຳເປີ ໄປຍັງປັກກິ່ງ ພ້ອມກັບ
ຜູ້ໂດຍສານ ແລະ ຈຸບິນທັງໝົດ 239 ຄົນ.
ການຊອກຫາຢ່າງກວ້າງຂວາງ ທີ່ຜ່ານມານັ້ນ ຈາກທາງອາກາດ
ແລະຢູ່ໃນທະເລ ຕະຫຼອດ ທັງໃຕ້ນ້ຳທະເລ ແມ່ນລົ້ມແຫລວ ບໍ່
ສາມາດ ກຳນົດສະຖານທີ່ ຫຼືພົບເຫັນຮ່ອງຮອຍເຮືອບິນລຳດັ່ງກ່າວເລີຍ. ບັນດານັກຊ່ຽວ
ຊານ ໄດ້ວິເຄາະຂໍ້ມູນສັນຍານຕ່າງໆ ຈາກເຮືອບິນລຳດັ່ງກ່າວຈາກດາວທຽມ ເພື່ອຈະລະ
ບຸບໍລິເວນທີ່ໃກ້ຄຽງທີ່ສຸດ ຊຶ່ງຈະເປັນຈຸດປະຕິບັດການຄົ້ນຫາຄັ້ງໃໝ່ນີ້. ໜ່ວຍງານຄົ້ນຫາ
ໄດ້ໃຊ້ເວລາຫຼາຍໆເດືອນ ແຕ້ມແຜນທີ່ພື້ນທະເລ ຂອງເຂດຄົ້ນຫາໃໝ່ນັ້ນ ຊຶ່ງຢູ່ຫ່າງ
ປະມານ 1,800 ກິໂລແມັດ ຈາກຝັ່ງທະເລກ້ຳພາກຕາເວັນຕົກ ຂອງອອສເຕຣເລຍ.
ໜ່ວຍງານຂອງບັນດາເຮືອຄົ້ນຫາ ຈະນຳໃຊ້ເຄື່ອງ sonar ກ້ອງຖ່າຍ ວີດີໂອ ແລະເຄື່ອງ
ກວດຫານ້ຳມັນເຮືອບິນ ເພື່ອກວດຄົ້ນຫາເຮືອບິນໂບອິ້ງ 777 ລຳນັ້ນ ຢູ່ພື້ນທະເລ.
ປະເທດອອສເຕຣເລຍເປັນຜູ້ນຳພາ ໃນການຄົ້ນຫາຄັ້ງນີ້.
ບັນດາເຈົ້າໜ້າທີ່ອອສເຕຣເລຍ “ມີຄວາມຫວັງໃນທາງທີ່ດີ ຢ່າງລະມັດ ລະວັງ” ວ່າ
ຈະສາມາດຊອກຫາເຮືອບິນລຳນັ້ນໄດ້ ໃນເຂດຄົ້ນຫາທີ່ໄດ້ກັ່ນກອງຢ່າງລະອຽດແລ້ວນັ້ນ.