ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ການຊອກຫາ ເຮືອບິນ ມາເລເຊຍ ຍ້າຍໄປສູ່ ບໍລິເວນໃໝ່ (ສະໄລດ໌/ວີດີໂອ)


ເຮືອບິນ C-17 ລຳນຶ່ງ ຂອງກອງທັບອາກາດອອສເຕຣເລຍ ພວມແລ່ນຢູ່ທີ່ ຖານທັບອາກາດ Pearce ໃກ້ໆເມືອງ Perth ໃນວັນທີ 28 ມີນາມື້ນີ້ ເພື່ອໄປສົ່ງເຮືອບິນເຮຣີຄອບເຕີ້ SeaHawk ທີ່ຈະໃຊ້ໃນການຊອກຫາເຮືອບິນມາເລເຊຍ ທີ່ຫາຍໄປ ໃນເຂດມະຫາສະມຸດອິນເດຍນັ້ນ.
ເຮືອບິນ C-17 ລຳນຶ່ງ ຂອງກອງທັບອາກາດອອສເຕຣເລຍ ພວມແລ່ນຢູ່ທີ່ ຖານທັບອາກາດ Pearce ໃກ້ໆເມືອງ Perth ໃນວັນທີ 28 ມີນາມື້ນີ້ ເພື່ອໄປສົ່ງເຮືອບິນເຮຣີຄອບເຕີ້ SeaHawk ທີ່ຈະໃຊ້ໃນການຊອກຫາເຮືອບິນມາເລເຊຍ ທີ່ຫາຍໄປ ໃນເຂດມະຫາສະມຸດອິນເດຍນັ້ນ.
ເຮືອບິນຊອກຄົ້ນຫາລຳນຶ່ງຂອງອອສເຕຣເລຍ ໄດ້ແນມ
ເຫັນວັດຖຸທີ່ລອຍຢູ່ໃນມະຫາສະມຸດອິນເດຍໃນບໍລິເວນ
ທີ່ການຊອກຄົ້ນຫາ ເຮືອບິນໂດຍສານມາເລເຊຍທີ່ຫາຍ
ໄປນັ້ນ ຫາກໍຍ້າຍໄປໃໝ່.

ອົງການຄຸ້ມຄອງຄວາມປອດໄພໃນການເດີນເຮືອທາງ
ທະເລຂອງອອສເຕຣເລຍ ຫລື AMSA ກ່າວວ່າ ເຮືອບິນ
ສັງເກດການ Orion ລຳນຶ່ງໄດ້ແນມເຫັນວັດຖຸດັ່ງກ່າວໃນ
ວັນສຸກມື້ນີ້ ໃນບໍລິເວນທີ່ມີການຊອກຄົ້ນຫາແຫ່ງໃໝ່
ປະມານ 1,850 ກິໂລແມັດ ຫ່າງຈາກເມືອງ Perth ຂອງ
ອອສເຕຣເລຍ ໄປທາງທິດຕາເວັນຕົກ.

ວັດຖຸທີ່ແນມເຫັນຈາກດາວທຽມ
ຮູບຖ່າຍທາງດາວທຽມຂອງໄທ ທີ່ແນມເຫັນວັດຖຸ ປະມານ 300 ຊິ້ນສ່ວນ
ຮູບຖ່າຍທາງດາວທຽມຂອງໄທ ທີ່ແນມເຫັນວັດຖຸ ປະມານ 300 ຊິ້ນສ່ວນ

ໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີີຍແຜ່ ໂດຍທາງ
Twiiter ນັ້ນ ອົງການ AMSA ເວົ້າວ່າ ເຮືອບິນລຳນີ້ພວມ
ຢູ່ໃນຂັ້ນຕອນສົ່ງຮູບພາບຂອງວັດຖຸດັ່ງກ່າວນີ້ໄປຍັງຫ້ອງ
ການຊຶ່ງຈຳເປັນຈະຕ້ອງໄດ້ຮັບການຢືນຢັນເສຍກ່ອນ. ອົງ
ການ AMSA ກ່າວວ່າ ກຳປັ່ນຍັງບໍ່ສາມາດແລ່ນໄປເຖິງບໍ
ລິເວນດັ່ງກ່າວໄດ້ ຈົນຮອດວັນເສົາມື້ອື່ນ.

ໃນຕອນເຊົ້າຂອງວັນສຸກມື້ນີ້ ເຈົ້າໜ້າທີ່ອອສເຕຣເລຍກ່າວ
ວ່າ ການຊອກຄົ້ນຫາເຮືອບິນໂດຍສານອາຍພົ່ນມາເລເຊຍ
ທີ່ຫາຍສາບສູນໄປນັ້ນ ໄດ້ຍ້າຍຂຶ້ນໄປທາງທິດຕາເວັນອອກສຽງເໜືອຂອງມະຫາສະ ມຸດອິນເດຍ 1,000 ກວ່າກິໂລແມັດ ຫລັງຈາກເຈົ້າໜ້າທີ່ສືບສວນ ໄດ້ລົງຄວາມເຫັນ ວ່າເຮືອບິນໄດ້ເດີນທາງຢ່າງວ່ອງໄວແລະໃຊ້ເຊື້ອໄຟໄວຂຶ້ນກວ່າທີ່ໄດ້ຄາດຄະເນກັນ ໄວ້ກ່ອນໜ້ານີ້ ຊຶ່ງເຮັດໃຫ້ໄລຍະທາງຂອງການບິນຫຼຸດລົງ.
MALAYSIA PLANE VOSOTVO
please wait

No media source currently available

0:00 0:01:09 0:00

ທ່ານ John Young ຜູ້ຈັດການໃຫຍ່ຂອງອົງການ AMSA ກ່າວວ່າ ຂໍ້ມູນທີ່ໄດ້ຮັບນີ້ ເປັນຂໍ້ມູນໃໝ່ທີ່ໜ້າເຊື່ອຖືໄດ້ທີ່ສຸດໃນການຊອກຄົ້ນຫາຊາກຫັກພັງຂອງເຮືອບິນ ແຕ່ ກໍເຕືອນວ່າ ມັນຍັງເປັນເສັ້ນທາງທີ່ໄກຢູ່.

ທ່ານ John Young ເວົ້າວ່າ “ນີ້ແມ່ນທຸລະກິດ ຕາມປົກກະຕິ ໃນການປະຕິບັດງານ ຊອກຄົ້ນຫາແລະກູ້ໄພ ຂໍ້ມູນໃໝ່ ທີ່ພວກເຮົາໄດ້ຮັບນີ້ ແມ່ນໄດ້ຮັບການວິເຄາະ ກັ່ນ ກອງທີ່ນຳພາພວກເຮົາໄປຊອກຄົ້ນຫາຢູ່ບ່ອນໃໝ່. ຂ້າພະເຈົ້າບໍ່ຄິດວ່າ ວຽກງານຕົ້ນ ຕໍທີ່ພວກເຮົາໄດ້ເຮັດມາແລ້ວນັ້ນ ເປັນການສິ້ນເປືອງເວລາໄປຊື່ໆແຕ່ຢ່າງໃດເລີຍ.

ລັດຖະມົນຕີປ້ອງກັນປະເທດມາເລເຊຍ ທ່ານ Hishammudin Hussein ກ່າວວ່າ
ຖ້າເວົ້າເຖິງການໄຫລ ຂອງທະເລແລ້ວ ສະຖານທີ່ຊອກຫາໃໝ່ນີ້ ກໍຍັງເປັນບ່ອນທີ່
ເໝາະສົມ ກັບຄວາມເປັນໄປໄດ້ໃນການແນມເຫັນວັດຖຸທີ່ອາດຈະເປັນຊາກຫັກພັງ
ໃນຮູບຖ່າຍທາງດາວທຽມໃນໄລຍະຮອບສັບປະດາຜ່ານມາໃກ້ໆບ່ອນຊອກຫາເກົ່າ
ນັ້ນ.

ນອກນັ້ນທ່ານ Hishammudin ຍັງເວົ້າວ່າ ທ່ານໄດ້ຮັບຮູບຖ່າຍທາງດາວທຽມໃໝ່
ຈາກເຈົ້າໜ້າທີ່ໄທແລະຍີ່ປຸ່ນ ທີ່ສະແດງໃຫ້ເຫັນວັດຖຸທີ່ອາດເປັນຊາກຂອງເຮືອບິນ
ເພີ້ມຕື່ມ ໃນບ່ອນຊອກຫາເກົ່າ. ທ່ານບໍ່ໄດ້ແຈ້ງໃຫ້ຊາບວ່າ ເວລາໃດທີ່ຮູບເຫຼົ່ານີ້ໄດ້
ມີການຖ່າຍກັນ.

ສະຖານທີ່ຊອກຄົ້ນຫາຊຶ່ງຢູ່ຫ່າງໄກຫຼາຍນັ້ນ ພ້ອມໆກັບສະພາບດິນຟ້າອາກາດທີ່ບໍ່ ອຳນວຍໃຫ້ ໄດ້ເປັນອຸບປະສັກຂັດຂວາງ ຕໍ່ການຄົ້ນຫາ ເຮືອບິນໂບອິ້ງ 777 ທີ່ໄດ້ ຫາຍສາບສູນໄປເມື່ອວັນທີ 8 ມີນາພ້ອມດ້ວຍຜູ້ໂດຍສານແລະພະນັກງານ 239 ຄົນ ທີ່ຢູ່ເທິງເຮືອບິນລຳດັ່ງກ່າວ.

Some information in this report contributed by Reuters.
XS
SM
MD
LG