ເຈົ້າໜ້າທີ່ມາເລເຊຍກ່າວວ່າ ການຊອກຄົ້ນຫາເຮືອບິນທີ່
ຫາຍໄປ ໄດ້ຂະຫຍາຍກວ້າງອອກໄປກວມເອົາພື້ນທີ່
ກວ້າງກ່ວາ 4 ລ້ານຕາລາງກິໂລແມັດ.
ພ້ອມດຽວກັນ ໃນວັນອັງຄານມື້ນີ້ ລັດຖະມົນຕີປ້ອງກັນ
ປະເທດມາເລເຊຍ ທ່ານ Hishammuddin Hussein
ຍັງຮ້ອງຂໍການຮ່ວມມືຈາກນາໆຊາດຕື່ມອີກ ໃນການຊ່ວຍ
ເຮັດໃຫ້ການຊອກຄົ້ນ ແຄບເຂົ້າ.
ບັນດາເຈົ້າໜ້າທີ່ເຊື່ອວ່າ ເຮືອບິນໂບອິ້ງ 777 ຂອງສາຍການບິນມາເລເຊຍລຳນັ້ນ ໄດ້ຖືກຫັນເຫອອກຈາກທິດທາງບິນດັ້ງເດີມ ໂດຍເຈດຕະນາ ແລະໄດ້ບິນຂຶ້ນເໜືອໄປຍັງເຂດເອເຊຍພາກກາງ ຫລືບໍ່ກໍບິນລົງໃຕ້ ໄປຍັງມະຫາສະມຸດອິນເດຍ.
ມີຫລາຍກ່ວາ 26 ປະເທດ ພົວພັນໃນຄວາມພະຍາຍາມຊອກຄົ້ນຫາເຮືອບິນລຳນີ້ ທີ່ໄດ້ຫາຍໄປໃນວັນທີ 8 ຜ່ານມາ ໃນລະຫວ່າງບິນຈາກ ກົວລາລຳເປີໄປຍັງປັກກິ່ງ. ເຈົ້າໜ້າທີ່ບໍ່ໄດ້ຕັດຊ່ອງ
ທາງທີ່ອາດເປັນໄປໄດ້ທຸກທາງ ໂຮມທັງການກໍ່ການຮ້າຍ ການຈີ້ ຫລືວ່າເຄື່ອງຈັກຕິດຂັດ.
ໃນວັນອັງຄານມື້ນີ້ເຊ່ນກັນ ຈີນກ່າວວ່າ ປາກົດວ່າ ບໍ່ມີຜູ້ໃດໃນຈຳນວນຜູ້ໂດຍ ສານຊາວ
ຈີນ 154 ຄົນ ຢູ່ໃນເຮືອບິນລຳທີ່ຫາຍສາບສູນໄປນັ້ນ ມີການພົວພັນກັບການກໍ່ການຮ້າຍ ຫລືວ່າການຈີ້ເຮືອບິນ.
ທ່ານ Huang Huikang ເອກອັກຄະລັດຖະທູດຈີນປະຈໍາາ ມາເລເຊຍ ກ່າວວ່າໄດ້ມີການ
ກວດສອບເບິ່ງປະຫວັດເບື້ອງຫລັງຂອງຜູ້ໂດຍສານຈາກ ຈີນແຜ່ນດິນໃຫຍ່ທັງໝົດນັ້ນ ຢ່າງລະອຽດແລ້ວ. ທ່ານກ່າວຕື່ມວ່າ:
“ຈີນ ໄດ້ທຳການສືບສວນຢ່າງຖີ່ຖ້ວນເບິ່ງປະຫວັດຂອງຜູ້ໂດຍສານຈີນຢູ່ໃນເຮືອບິນ. ເທົ່າທີ່ຜ່ານມາ ຈີນຍັງບໍ່ໄດ້ພົບເຫັນການປະຕິບັດງານໃດໆ ທີ່ເປັນ ໄພຕໍ່ສາຍການບິນມາເລເຊຍ
MH 370. ເພາະສະນັ້ນ ພວກເຮົາຈຶ່ງສາມາດປະຕິເສດ ເຖິງຄວາມເປັນໄປໄດ້ ທີ່ວ່າຜູ້ໂດຍ
ສານຈີນຄວນຖືກສົງໄສວ່າ ມີ ການພົວພັນກັບການກໍ່ການຮ້າຍຢ່າງໃດຢ່າງນຶ່ງ ຫລືກິດຈະ
ການ ທີ່ເປັນໄພ ອັນຕະລາຍ.”
ເອກອັກຄະລັດຖະທູດ Huang ຍັງກ່າວວ່າ ຈີນ ໄດ້ເລີ້ມຊອກຫາເຮືອບິນ Boeing 777
ແລະຜູ້ໂດຍສານ 239 ຄົນທີ່ຢູ່ໃນເຮືອບິນ “ຢູ່ໃນດິນແດນ ຂອງຕົນ ເລາະຕາມເຂດພາກ
ເໜືອ” ຂອງເຂດທີ່ຊອກຄົ້ນຫາ.
ຂະນະດຽວກັນ ໜັງສືພິມ The New York Times ລາຍງານວ່າ ເສັ້ນທາງເຮືອບິນທີ່ຕັ້ງ
ໄວ້ນັ້ນ ປາກົດວ່າໄດ້ຖືກປ່ຽນແປງຢູ່ໃນລະບົບຄອມພິວເຕີ ຊຶ່ງມີ ທ່າງທາງວ່າຈະ ເປັນການ
ກະທຳຂອງຜູ້ໃດຜູ້ນຶ່ງຢູ່ໃນຫ້ອງຂັບເຮືອບິນ ທີ່ຮູ້ດີ ກ່ຽວກັບລະບົບອັນກ້າວໜ້າຂອງເຮືອບິນ.