ກອງທັບເຮືອສະຫະລັດ ໄດ້ຢຸດການປະຕິບັດງານຊອກຄົ້ນຫາແລະກູ້ໄພທະຫານເຮືອ
3 ຄົນ ທີ່ຫາຍສາບສູນໄປ ໃນທະເລ ເມື່ອວັນພຸດແລ້ວນີ້ ເວລາເຮືອບິນຂົນສົ່ງທະຫານ
ຂອງກອງທັບເຮືອລຳນຶ່ງໄດ້ປະສົບອຸບັດຕິເຫດຕົກໃນເຂດພາກຕາເວັນຕົກຂອງມະຫາ
ສະໝຸດປາຊີຟິກ.
ກອງທັບເຮືອຂອງສະຫະລັດ ກ່າວໃນວັນພະຫັດ ວານນີ້ວ່າ ກຳປັ່ນລົບຂອງສະຫະລັດ
ແລະກຳປັ່ນ ຂອງກຳລັງປ້ອງກັນໂຕທາງທະເລຂອງຍີປຸ່ນ 8 ລຳ ຝູງບິນເຮຣີຄອບເຕີ້ 3
ຝູງແລະເຮືອບິນລາດຕາເວນທາງທະເລ ໄດ້ຊອກຫາ ໃນພື້ນທີ່ເກືອບ 1,000 ຕາລາງ
ໄມລ໌ທະເລ ໃນການຊອກຫາທະຫານເຮືອທີ່ຫາຍສາບສູນ ໃນໄລຍະສອງມື້ຜ່ານມາ.
ພົນເຮືອຕີ ມາກຄ໌ ດາລຕັນ ຜູ້ບັນຊາການ ກຳລັງເຮັດວຽກ ສະເພາະກິດ 70 ກ່າວວ່າ “ຄວາມຄິດແລະຄຳພາວະນາຂອງພວກເຮົາແມ່ນຢູ່ກັບພວກທະຫານເຮືອທີ່ຫາຍສາບ
ສູນແລະຄອບຄົວເຂົາເຈົ້າ. ໃນຂະນະທີ່ພວມປະສົບກັບຄວາມຫຍຸ້ງຍາກແບບນີ້ພວກ
ເຮົາຂໍຂອບໃຈຕໍ່ການຮັບມືຢ່າງວ່ອງໄວ ແລະມີປະສິດທິຜົນທີ່ພາໃຫ້ມີການຊ່ອຍກູ້ໄພ
ທະຫານເຮືອ ຂອງພວກເຮົາ 8 ຄົນ ແລະຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ຕໍ່ການ
ເປັນມືອາຊີບແລະການອຸທິດທີ່ສະແດງໃຫ້ເຫັນໂດຍພວກທີ່ເຂົ້າຮ່ວມທັງໝົດໃນການ
ຊອກຄົ້ນຫາດັ່ງກ່າວ.”
ກອງທັບເຮືອ ກ່າວວ່າ ເຮືອບິນສອງໝາກປິ່ນ ເກຣຍຮາວ ຊີ 2-ເອ ໄດ້ປະສົບອຸບັດຕິ
ເຫດຕົກລົງໃສ່ທະເລປະມານ 925 ກິໂລແມັດຫ່າງຈາກເກາະໂອກີນາວາໄປພາກຕາ ເວັນອອກສຽງໃຕ້ ໃນຂະນະທີ່ ພວມປະຕິບັດງານ ຕາມປົກກະຕິ ຮັບສົ່ງຜູ້ໂດຍສານ
ແລະລຳລຽງເຄື່ອງຂອງ ຈາກຖານທັບຂອງສະຫະລັດໃນຍີປຸ່ນ ໄປໃຫ້ກຳບັ່ນບັນທຸກ
ເຮືອບິນ ຣໍໂນລ ຣິແກນ.
ລາຍງານແຈ້ງວ່າ ມີ 8 ຄົນຖືກຊ່ອຍຊີວິດໄວ້ໄດ້ ປະມານ 40 ນາທີຕໍ່ມາແລະຖືກສົ່ງໄປ
ຍັງກຳປັ່ນບັນທຸກເຮືອບິນຣິແກນ ບ່ອນທີ່ມີລາຍງານວ່າ ພວກເຂົາເຈົ້າປອດໄພແລ້ວ.
ເວລານີ້ ຍັງບໍ່ທັນມີການອະທິບາຍໃດໆກ່ຽວກັບອຸບັດຕິເຫດດັ່ງກ່າວ ແລະທາງກອງທັບ
ເຮືອ ກ່າວວ່າ ພວມມີການສືບສວນກ່ຽວກັບເລື່ອງນີ້ຢູ່.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ທີ່ບ້ານພັກຕາກອາກາດແຄມທະເລ ມາ
ຣາລາໂກ ໃນລັດຟລໍຣິດາ ເພື່ອສະຫຼອງວັນພັກຂອບຄຸນພະເຈົ້າ ໃນໂອກາດທ້າຍສັບ
ປະດານັ້ນ ກ່າວຜ່ານທາງທວີດເຕີ້ວ່າ ທ່ານພວມຕິດຕາມເບິ່ງສະຖານະການຢູ່.
ທ່ານເວົ້າວ່າ “ຂໍໃຫ້ພາວະນາແກ່ທຸກໆຄົນທີ່ມີສ່ວນພົວພັນນຳ.”