ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມີນາ ໒໐໒໓

ໜ່ວຍກູ້ໄພ ທໍາຄວາມຄືບໜ້າ ໃນການຊອກຫາຊາກສົບ ພວກເຄາະຮ້າຍ ຈາກເຮືອບິນຕົກ (ວີດີໂອ)


ທະຫານອີນໂດເນເຊຍ ຫາມສົບຜູ້ເຄາະຮ້າຍ ຈາກເຮືອບິນຕົກໃນວັນພຸດທີ່ Cijeruk ໃນ Bogor, ເຂດ Java ຕາເວນຕົກ, ອີນໂດເນເຊຍ, ວັນເສົາ, ທີ່ 12, ເດືອນພຶດສະພາ 2012.

ບັນດາ​ໜ່ວຍ​ກູ້ໄພພວມ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຊ້າໆ ຢູ່ທີ່ພູໄຟທີ່​ສອກ ຫຼີກຫ່າງ​
ໄກ ແລະ​ບໍ່​ໄດ້​ລະ​ເບີດ​ໃນ​ອີນ​ໂດ​ເນ​ເຊຍ ​ເພື່ອ​ຊອກ​ຫາ​ຊາກ​ສົບ​ຂອງ​ຜູ້​ເຄາະ​ຮ້າຍ
​ຈາກອຸບັດເຫດເ​ຮື​ອບິນ​ຕົກ​ທີ່ຮ້າຍ​ແຮງ ​ແລະ​ລືກ​ລັບ ນັ້ນ.

ຖົງ​ທີ່ບັນ​ຈຸ​ພາກສ່ວນ​ຂອງ​ຮ່າງກາຍຈຳນວນ​ນື່ງ ​ໄດ້​ຖືກ​ສົ່ງ​ໄປເຖິງ​ກຸ​ງ ຈາ​ກາ​ຕາ
ເມື​ອງ​ເອກ​ຂອງອີນ​ໂດ​ເນ​ເຊຍ​ໃນ​ວັນ​ເສົາ​ນີ້ ​ໃນ​ຂະ​ນະ​ທີ່ສະ ພາບ​ດີ​ນຟ້າ​ອາກາດ
ທີ່​ດີ​ຂຶ້ນໄດ້ຊ່ວຍ​ໃຫ້​ພວກກູ້​ໄພຂ​ະຫຍາ​ຍການ​ຊອກ​ຄົ້ນຫາບ່ອນ​ເຮືອບິນ​ຕົກ​ຢູ່ທີ່ພູ
Salak​. ​ເຮືອບິນ​ເຮ​ລິ​ຄອບ​ເຕີຈໍາ​ນວນ​ນຶ່ງ​ໄດ້​ຖືກນໍາ​ມາຊ່ວຍ​ໃນ​ການພະຍາຍາມ​
ຊອກ​ຫາຊາກ​ສົບຜູ້​ເສຍ​ຊີວິດ.

ພວກ​ກູ້​ໄພ​ກ່າວ​ວ່າ ຄວາມ​ເສຍ​ຫາຍ​ຂອງ​ເຮືອບິນ ​ແລະຜູ້​ເຄາະ​ຮ້າ​ຍນັ້ນ​ແມ່ນຮ້າຍ
​ແຮງ​ທີ່​ສຸດ ​ເຂົາ​ເຈົ້າຈະ​ຕ້ອງ​ໄດ້ໃຊ້ DNA ​ເພື່ອເປັນການ​ຢັ້ງ ຢືນ​ຊາກ​ສົບ. ຢູ່​ນອກ​
ໂຮງ​ໝໍ​ບ່ອນ​ທີ່​ມີ​ການສົ່ງ​ຊາກ​ສົບ​ໄປ​ນັ້ນ ບັນດາ​ຍາດ​ຕິ​ພີ່ນ້ອງ​ຂອງ​ຜູ້​ເຄາະ​ຮ້າຍ
ພາກັນ​ລໍຖ້າ​ຢ່າງ​ເປັນຄວາມຫ່ວງເປັນ ​ໄຍ ບາງ​ຄົນ​ຍັງ​ສະ​ແດງ​ຄວາມ​ຫວັງອອກ
ມາວ່າ ຍາດຕິ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ​ອາດ​ຈະ​ຖືກ​ຄົ້ນ​ພົບ​ ໂດຍ​ທີ່​ຍັງ​ມີ​ຊີວິ​ດຢູ່.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ໂດຍສານ​ເກືອບ 50 ຄົນ ​ທີ່ຢູ່​ໃນ​ເຮືອບິນ ນັ້ນ​ ມີ​ທ່າ​
ທາງ​ວ່າຄົງ​ຈະ​ຕາຍ​ໝົດ ​ເວລາ​ເຮືອບິນອາຍ​ພົ່ນ​ຣັດ​ເຊຍ ບິນ ຕໍາ​ເຂົ້າ​ໜ້າ​ຜາ​ທີ່​ສູງ​ຊັນ​
ຂອງ​ພູ Salak ດ້ວຍ​ຄວາມໄວ​ເກືອບ 800 ກິ​ໂລ​ແມດ​ຕໍ່​ຊົ່ວ​ໂມງ​ໃນວັນ​ພຸດ​ແລ້ວ​ນີ້.

​ເຮືອ​ບິນເຄາະ​ຮ້າຍ Sukhoi Superjet 100 ທີ່​ມີ 100 ບ່ອນ​ນັ່ງ ຊຶ່ງ​ກໍາລັງ​ເດີນ
ທາງ​ໂຄສະນາ​ຂາຍນັ້ນ ​ໄດ້ບິນຂື້ນ​ຈາກ​ສະໜາມ​ບິນ Halim ​ໃນ​ກຸງ Jakata ບໍ່​
ດົນຫລັງ​ຈາກບ່າຍ 2 ໂມງຂອງ​ມື້ວັນ​ພຸດ​ແລ້ວພ້ອມ ດ້ວຍ​ບັນດາຜູ້​ຕິດ​ຕາມ​ທີ່​ຈະ​ຊື້
ນັກ​ຂ່າວ​ ແລະ​ພະນັກງານ. ​ເປັນ​ທີ່ຄາ​ດ ຄະ​ເນ​ວ່າ ເຮືອບິນຣັດ​ເຊຍ​ລຳ​ນີ້ຈະ​ກັບ​ຄືນ​
ມາ​ພາຍ​ໃນ​ນຶ່ງ​ຊົ່ວ​ໂມງ. ​ແຕ່​ວ່າ ​ເຮືອບິນ​ໄດ້​ຫຼຸດລະດັບ​ເພດານ​ບິນຈາກ 3000 ​ແມັດ​
ລົງ​ສູ່ 1,800 ​ແມັດ ​ແລະ​ຂາດ​ກາ​ນຕິດ​ຕໍ່​ກັບ​ຫໍ​ຄວບ​ຄຸ​ມການບິນ​ໃນ​ບໍລິ​ເວນ​ພູ
Salak ທີ່ມີ​ຄວາ​ມສູງ​ 2,200 ​ແມັດ.

​ບັນດາເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເປັນ​ຫຍັງ​ເຮືອບິນລຳ​ນີ້​ຈຶ່ງ​ຂໍ​ຮ້ອງ​ໃຫ້ຫຼຸດລະ ດັບ​ເພດານ​ບິນ​
ລົງ ຫລື​ວ່າ​ບັນດາ​ຜູ້​ຄວບ​ຄຸ​ມການບິນ ອະ​ນຸຍາດໃຫ້​ປະຕິບັດ​ດັ່ງ​ກ່າວ.

​ໂຄສົກ​ຂອງ​ຫ້ອງການຊອກ​ຄົ້ນຫາ​ແລະ​ກູ້​ໄພຂອງ​ອິນ​ໂດ​ເນ​ເຊຍ ທ່ານ Galah
Prakoso​ ກ່າວ​ຕໍ່ອົງການ​ຂ່າວ​ເອພີວ່າ ພວກ​ກູ້​ໄພ​ໄດ້​ຖືກ​ສັ່ງ​ໃຫ້​ຊອກ​ຫາກັບ​ດໍາ ຊຶ່ງ​
ເປັນ​ອຸປະກອນ​ບັນ​ທຶກ​ຂໍ້ມູນການບິນທີ່​ສໍາ​ຄັນ​ທີ່​ສຸດນັ້ນ.

XS
SM
MD
LG