ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄະນະກູ້ໄພ ພົບຫີບ​ບັນທຶກ​ຂໍ້​ມູນຫຼັກ ຂອງ ເຮືອບິນຣັດເຊຍ ທີ່ຕົກ ໃນທະເລດຳ


Russia Plane Crash
please wait
Embed

No media source currently available

0:00 0:00:43 0:00

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຄະນະຄົ້ນ​ຫາ ​ໄດ້​ພົບ​ເຫັນ​ຫີບ​ບັນທຶກ​ຂໍ້​ມູນຫຼັກ ຂອງ​ເຮືອບິນ​ທະຫານ ທີ່​ໄດ້​ປະສົບ​ອຸບັດ​ຕິ​ເຫດຕົກ​ໃນ​ທ້າຍ​ສັບປະດາ​ຜ່ານ​ມາ​ນີ້ ​ໃນ​ທະ​ເລ​ດຳ​ນັ້ນ.

ອົ​ງການ​ຂ່າວຣັດ​ເຊຍ​ ​ໄດ້​ກ່າວ​ວ່າ ຫີບບັນທຶກ​ຂໍ້​ມູນ​ທີ່​ວ່າ​ນີ້ ຈະ​ຖືກສົ່ງ​ໄປ​ຍັງ​ນະຄອນ Moscow ​ເພື່ອ​ການ​ວິ​ໄຈ​ ໃນຂະນະທີ່​ເຈົ້າໜ້າ​ທີ່​ສືບສວນ ພະຍາຍາມ​ທີ່​ຈະ​ຄົ້ນ​ຫາ​ສາເຫດ​ຂອງ​ອຸບັດ​ຕິ​ເຫດ​ດັ່ງກ່າວ.

ພາຫະນະ ຕຽມພ້ອມ ທີ່ຈະຄົ້ນຫາ ສົບຂອງພວກເຄາະຮ້າຍ ຈາກເຮືອບິນຕົກ ຂ້າງນອກ ເມືອງ Sochi, ຣັດເຊຍ, 26 ທັນວາ, 2016.
ພາຫະນະ ຕຽມພ້ອມ ທີ່ຈະຄົ້ນຫາ ສົບຂອງພວກເຄາະຮ້າຍ ຈາກເຮືອບິນຕົກ ຂ້າງນອກ ເມືອງ Sochi, ຣັດເຊຍ, 26 ທັນວາ, 2016.


ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ​ການ​ກໍ່​ການ​ຮ້າຍກໍ​ບໍ່​ໄດ້​ມີ​ການ​ຍົກ​ເວັ້ນ ກ່ຽວ​ກັບ​ສາ​ເຫດ​ທີ່​ພາ​ໃຫ້​ເຮືອບິນ​ຕົກໃນ​ວັນ​ອາທິດຜ່ານ​ມາ​ນີ້​ ​ແຕ່​ນັ້ນ​ແມ່ນ​ເປັນ​ເລື້ອງ​ທີ່​ບໍ່​ໜ້າ​ຈະ​ເປັນ​ໄປ​ໄດ້.

ພວກ​ຜູ້​ໂດຍສານທັງ​ໝົດ​ 92 ຄົນ​ໃນ​ເຮືອບິນ​ລຳ​ນັ້ນ ​ໄດ້​ເສຍ​ຊີວິດ. ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ກ່າວ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້​ວ່າ ຄະນະ​ກູ້​ໄພ ​ໄດ້​ພົບ​ເຫັນ 12 ສົບ ​ແລະ​ຊິ້ນ​ສ່ວນ​ຂອງ​ຮ່າງກາຍ​ຫຼາຍໆ​ສົບ.

​ໃນ​ວັນ​ຈັນ​ວານ​ນີ້ ກະຊວງ​ຮັບ​ມື​ກັບ​ເຫດການສຸກ​ເສີນ ​ໄດ້​ລາຍ​ງານ​ວ່າ ​ເຮືອ 45 ລຳ ​ແລະ​ຄະນະ​ດຳ​ນ້ຳ 135 ຄົນ ຈາກ​ທົ່ວ​ປະ​ເທດ ​ໄດ້​ພົບ​ເຫັນ​ຊິ້ນ​ສ່ວນ​ຂອງ​ເຮືອບິນ ປະມານ 1 ກິ​ໂລແມັດ​ເຄິ່ງຈາກ​ຝັ່ງ​ທະ​ເລ ​ແລະ​ປະມານ 25 ​ແມັດ​ເລິກ​ລົງ​ໄປ​ໃນ​ນ້ຳ​.

ຜູ້ຄົນພາກັນຖືພາບຂອງພວກທີ່ເສຍຊີວິດ ຈາກເຮືອບິນ Tu-154 ທີ່ໄດ້ຕົກໃນທະເລດຳທີ່ Rostov-On-Don, ຣັດເຊຍ, 26 ທັນວາ, 2016.
ຜູ້ຄົນພາກັນຖືພາບຂອງພວກທີ່ເສຍຊີວິດ ຈາກເຮືອບິນ Tu-154 ທີ່ໄດ້ຕົກໃນທະເລດຳທີ່ Rostov-On-Don, ຣັດເຊຍ, 26 ທັນວາ, 2016.

ສື່ມວນ​ຊົນ​ຂອງຣັດ​ເຊຍ ​ໄດ້​ລາຍ​ງານ​ກ່ຽວ​ກັບສາ​ເຫດ​ຂອງ​ຄວາມ​ເປັນ​ໄປ​ໄດ້​ໃນການ​ຕົກຂອງ​ເຮືອບິນ​ຄັ້ງ​ນີ້​ວ່າ ອາດ​ເປັນ​ບັນຫາ​ທາງ​ດ້ານ​ເທັກ​ນິກ ​ແລະ​ຄວາມ​ຜິດພາດ​ຂອງ​ມະນຸດ ຫຼື​ບໍ່ ກໍ​ແມ່ນ​ວ່າ​ເຮືອບິນບັນຈຸຜູ້​ຄົນ​ຫຼາຍ​ເກີນ​ໄປ.

ທ່ານ Maxim Pyadushkin ຜູ້ອຳນວຍການຂອງ ວາລະສານ Air Transport Observer ກ່າວ​ວ່າ “​ເຮືອບິນ Tu-154 ດັ່ງກ່າວ​ນີ້ ​ແມ່ນ​ບໍ່ໄດ້ສ້າງ​ຂຶ້ນ​ມາ​ເປັນ​ເວລາ​ດົນ​ສົມຄວນແລ້ວ ​ແລະວ່າກະຊວງ​ປ້ອງ​ກັນ​ປະ​ເທດ ​ແມ່ນ​ເປັນ​ພຽງ​ຜູ້​ດຽວ​ທີ່​ຍັງ​ນຳ​ໃຊ້​ເຮືອ
ບິນ​ນີ້​ຢູ່ ​ແຕ່ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ລະບຸ​ວ່າ ເຮືອບິນ​ລຳ​ດັ່ງ​ກ່າວ ໄດ້ຜ່ານການ
ກວດ​ ສອບ​ຮຽບຮ້ອຍ​ແລ້ວ. ນັ້ນ​ໝາຍ​ຄວາມ​ວ່າ ສະພາບ​ຂອງ​ເຮືອບິນ​ລຳ​ດັ່ງກ່າວ​ ​ແມ່ນ​ຢູ່​ໃນ​ການ​ຄວບ​ຄຸມ ພວກ​ເຮົາ​ແມ່ນ​ບໍ່​ສາມາດ​ລະບຸ​ໄດ້​ວ່າ ​ມັນແມ່ນ​ເລື້ອງ​ບັນຫາ​ທາງ​ເທັກ​ນິກ​. ຜົນ​ສະຫຼຸບ​ຂອງ​ການ​ສືບສວນ​ສອບ​ສວນ​ ຈະສະ​ແດງ​ໃຫ້​ເຫັນ​ເຖິງ​ສາ​ເຫດ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG