ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພາລະກິດ ການຊອກຄົ້ນຫາ ພວກທະຫານເຮືອ ທີ່ຫາຍສາບສູນ ຫຼັງຈາກ ເຮືອບິນຕົກ ຍັງມີສືບຕໍ່ໄປ


ເຮືອບິນສອງໝາກປິ່ນລຸ້ນ ຊີ້ 2-ເອ ເກຣຮ້າວນ໌ ເປັນເຮືອບິນ ໃຊ້ໃນການສົ່ງກຳລັງທະຫານ ກຳລັງບິນລົງຈອດ ເທິງກຳປັ່ນ
ບັນທຸກເຮືອບິນ ຢູແອັສໆ ແຮຣີ ແອັສ ທລູເມັນ, ວັນທີ 30 ກັນຍາ 2015.
ເຮືອບິນສອງໝາກປິ່ນລຸ້ນ ຊີ້ 2-ເອ ເກຣຮ້າວນ໌ ເປັນເຮືອບິນ ໃຊ້ໃນການສົ່ງກຳລັງທະຫານ ກຳລັງບິນລົງຈອດ ເທິງກຳປັ່ນ ບັນທຸກເຮືອບິນ ຢູແອັສໆ ແຮຣີ ແອັສ ທລູເມັນ, ວັນທີ 30 ກັນຍາ 2015.

ການປະຕິບັດການຊອກຫາ ແລະຊ່ອຍເຫຼືອ ຍັງໄດ້ມີສືບຕໍ່ໄປ ໃນວັນພະຫັດມື້ນີ້ ສຳລັບ
ທະຫານເຮືອ 3 ຄົນ ທີ່ຍັງຫາຍສາບສູນຢູ່ ຫຼັງຈາກເຮືອບິນຂົນສົ່ງຂອງກອງທັບເຮືອ
ສະຫະລັດ ໄດ້ຕົກລົງສູ່ມະຫາສະໝຸດປາຊີຟິກ ທາງພາກຕາເວັນຕົກ ເມື່ອວັນພຸດວານນີ້.

ກອງທັບເຮືອ ສະຫະລັດ ກ່າວວ່າ ເຮືອບິນສອງໝາກປິ່ນລຸ້ນ ຊີ້ 2-ເອ ເກຣຮ້າວນ໌ ໄດ້ດິ່ງ
ລົງສູ່ທະເລ ຢູ່ໃນໄລຍະປະມານ 925 ກິໂລແມັດ ທາງທິດຕາເວັນອອກສຽງໃຕ້ຂອງ
ເກາະ ໂອກີນາວາ ໃນຂະນະທີ່ມັນກຳລັງບິນຕາມພາລະກິດປົກກະຕິ ໂດຍນຳເອົາ
ພວກຜູ້ໂດຍສານ ແລະ ເຄື່ອງຂອງ ຈາກຖານທັບສະຫະລັດ ຢູ່ໃນຍີ່ປຸ່ນ ໄປຍັງ ກຳປັ່ນ
ບັນທຸກເຮືອບິນ ຢູແອັສແອັສ ຣອນໂນລ ເຣເກັນ ນັ້ນ.

ກອງທັບເຮືອ ໄດ້ກ່າວອີກວ່າ ໄດ້ຊ່ອຍຊີວິດ 8 ຄົນມາໄດ້ ໃນປະມານ 40 ນາທີ ລຸນຫຼັງ
ເຮືອບິນຕົກ ແລະ ໄດ້ນຳເອົາພວກເຂົາເຈົ້າໄປຍັງກຳປັ່ນ Reagan ບ່ອນທີ່ມີລາຍງານ
ວ່າ ພວກເຂົາເຈົ້າ ຢູ່ໃນອາການທີ່ດີ.

ກຳປັ່ນຂອງກອງທັບເຮືອ ສະຫະລັດ ແລະ ຍີ່ປຸ່ນ ພ້ອມກັບ ເຮືອບິນ ຈຳນວນນຶ່ງ ມາເຖິງ
ຕອນນີ້ ໄດ້ປົກຄຸມເນື້ອທີ່ທະເລ ຫຼາຍກວ່າ 515 ກິໂລແມັດ ໃນພາລະກິດຊອກຫາ
ພວກເຂົາເຈົ້ານັ້ນ ດັ່ງທີ່ກອງທັບເຮືອໄດ້ກ່າວໄປ.

ບໍ່ມີຄຳອະທິບາຍໃດໆເທື່ອ ສຳລັບອຸບບັດເຫດເຮືອບິນຕົກດັ່ງກ່າວ ແລະ ກອງທັບເຮືອ
ໄດ້ກ່າວວ່າ ເຫດການນີ້ ແມ່ນກຳລັງຢູ່ໃນການສືບສວນສອບສວນຢູ່.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນຂະນະຢູ່ທີ່ ບ້ານພັກ ມາຣ-ອາ-ລາໂກ
ຕັ້ງຢູ່ແຄມຝັ່ງທະເລ ໃນລັດຟລໍຣີດາ ສຳລັບວັນພັກ ຂອບຄຸນພະເຈົ້າ ຫຼື Thanksgiving
ໃນທ້າຍສັບປະດາ ໄດ້ກ່າວໃນຂໍ້ຄວາມທີ່ຂຽນລົງ ທະວີດເຕີ ວ່າ ທ່ານກຳລັງຕິດຕາມເບິ່ງ
ສະຖານະການຢູ່.

ທ່ານກ່າວວ່າ “ພາວັນນາ ໃຫ້ພວກຄົນທີ່ກ່ຽວຂ້ອງຈົ່ງປອດໄພ.”

ກຳປັ່ນ ເຣເກັນ ໄດ້ປະຕິບັດການ ຢູ່ໃນ ທະເລຟີລິບປິນ ອັນເປັນສ່ວນນຶ່ງຂອງການຝຶກ
ຊ້ອມຮ່ວມ ກັບກອງກຳລັງປ້ອງການຕົນເອງທາງທະເລ ຂອງຍີ່ປຸ່ນ ທີ່ເປັນພາກສ່ວນ
ຂອງການຝຶກຊ້ອມ ໄລຍະເວລາ 10 ວັນ ທີ່ໄດ້ອອກແບບ ເພື່ອເພີ່ມຄວາມພ້ອມ ໃນ
ດ້ານ ການປ້ອງກັນ ແລະ ຄວາມອາດສາມາດໃນການປະສານງານຮ່ວມກັນ ໃນການ
ເຄື່ອນທັບ ທາງອາກາດ ແລະ ທະເລ ລະຫວ່າງສອງປະເທດ.

ພະນັກງານທະຫານ ສະຫະລັດ ຫຼາຍກວ່າ 14,000 ຄົນ ກຳລັງເຂົ້າຮ່ວມໃນການຊ້ອມ
ລົບດັ່ງກ່າວ ເຊິ່ງຍັງປະກອບດ້ວຍ ກຳປັ່ນພິຄາດຕິດລູກສອນໄຟນຳວິຖີ ຢູ່ແອັສໆ
ສະຕີເດມ ຢູ່ແອັສໆ ແຈຟຟີ້ ແລະ ຢູ່ແອັສໆ ມັສຕິນ ແລະ ເຮືອລາດຕະເວນທາງທະເລ
ແລະ ຝຸງບິນສອດແນມ ຈຳນວນນຶ່ງ.

ເຫດການໃຫຍ່ ຂອງເຮືອບິນຕົກ ໃນວັນພຸດວານນີ້ ແມ່ນເປັນຄັ້ງທີ 5 ຂອງກອງທັບເຮືອ
ສະຫະລັດ ຢູ່ໃນນ່ານນ້ຳ ຂອງເອເຊຍ ໃນປີນີ້.

US Military Air Crash
please wait
Embed

No media source currently available

0:00 0:01:04 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG