ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ກູ້ເອົາ ສົບຜູ້ເຄາະຮ້າຍ ໃນເຫດເຮືອບິນຕົກ ມາໄດ້ 17 ສົບ (ວີດີໂອ/ສະໄລດ໌)


ກ່ຽວ​ກັບ​ເລື້ອງ​ເຮືອບິນ​ຕົກ​ທີ່​ລາວ​ນັ້ນ ບັນດາ​ເຈົ້າ​ໜ້າ​ທີ່​ລາວ​ກ່າວ
​ວ່າ ຕົນ​ໄດ້​ກູ້​ສົບ​ຂອງ​ພວກ​ເຄາະ​ຮ້າຍ​ມາ​ໄດ້ 17 ສົບ​ແລ້ວ​ ຈາກ​
ບ່ອນ​ທີ່​ເຮືອບິນ​ຂອງ​ສາຍການບິນ​ລາວ​ລຳ​ນຶ່ງ​ເກີດ​ອຸບັດ​ເຫດ​ຕົກ
ລົງ​ໃນ​ແມ່​ນ້ຳຂອງ​ໃນ​ວັນ​ພຸດ​ສັບປະດາ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຊອກ​ຄົ້ນ​ຫາ​ສົບ​ຂອງ​ພວກ​ຄົນ
ໂດຍສານ​ແລະ​ພວກ​ລູກ​ເຮືອ ຕື່ມ​ອີກ 32 ຄົນ​ນັ້ນ ຍັງ​ດຳ​ເນີນ​ຢູ່​
ຕໍ່​ມາ​ ໃນ​ວັນ​ສຸກ​ມື້​ນີ້.

ໃນວັນພະຫັດວານນີ້ ບັນດາພີ່ນ້ອງຂອງຜູ້ໂດຍສານ ໄດ້ພາກັນ ໄປໂຮມກັນຢູ່ໂຮງແຮມທ້ອງຖິ່ນແຫ່ງນຶ່ງ ເພື່ອລໍຖ້າຟັງຂ່າວ

Kyun-s Seo ອ້າຍຂອງຜູ້ໂດຍສານຊາວເກົາຫລີ ເວົ້າວ່າ:

"ຂ້ອຍນອນບໍ່ຫລັບເລີຍ ຫລັງຈາກໄດ້ຍິນຂ່າວເຫດທີ່
ເກີດຂຶ້ນໃນມື້ວານນີ້. ຂ້ອຍຍັງຕົກໃຈຫລາຍ ແລະ
ຍັງສັ່ນສະທ້ານຢູ່ ບໍ່ຮູ້ວ່າຈະເຮັດແນວໃດເລີຍ.”


​ເຮືອບິນ​ໝາກ​ປິ່ນ ລຸ້ນ ATR-72 ທີ່​ສ້າງ​ໂດຍ​ຝຣັ່ງ ຂອງ​ສາຍ​ການບິນ​ລາວ​ກຳລັງ​ບິນ​ໄປໃນ​ວັນ​ພຸດ​ມື້ກ່ອນ​ ຈາກ​ນະຄອນຫຼວງ​ວຽງ​ຈັນ​ໄປ​ຍັງ​ເມືອງ​ປາກ​ເຊ ​ເວລາເກີດອຸບັດ​ເຫດ​ຕົກລົງໃນ​ແມ່ນ້ຳຂອງ​ໃນພາກ​ໃຕ້​ຂອງ​ລາວ ຊຶ່ງ​ລັດຖະບານ​ກ່າວ​ວ່າ ​ເບິ່ງ​ຄື​ວ່າ​ຈະບໍ່​ມີ​ຜູ້
​ໃດ​ລອດ​ຊີວິດ ໃນຈໍານວນຜູ້ໂດຍສານ ນັກບິນ ກັບພະນັກງານບິນ ທັງໝົດ 49 ຄົນນັ້ນ.

ລາຍ​ຊື່​ຜູ້​ໂດຍສານ​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຄົນ​ລາວ 17 ຄົນ ຝຣັ່ງ 7 ຄົນ ​ອອສເຕຣ​ເລຍ
5 ຄົນ ​ໄທ 5 ຄົນ ເກົາຫຼີ 3 ຄົນ ຫວຽດນາມ 2 ຄົນ ອາ​ເມຣິກັນ 1 ຄົນ ກາ​ນາ​ດາ 1 ຄົນ
ຈີນ 1 ຄົນ ມາ​ເລ​ເຊຍ 1 ຄົນ ​ແລະໄຕ້​ຫວັນ 1 ຄົນ ຢູ່​ໃນ​ເຮືອບິ​ນລຳ​ນັ້ນ.

Lao
please wait
Embed
Lao

No media source currently available

0:00 0:00:33 0:00

XS
SM
MD
LG