ພວກກູ້ໄພຍັງສືບຕໍ່ ຊອກຫາຄົນງານ 25 ຄົນ ທີ່ໄດ້ຕົກຄ້າງ ຫຼັງ
ຈາກແກັສລະເບີດຢູ່ໃນບໍ່ຖ່ານຫີນແຫ່ງນຶ່ງໃນພາກຕາເວັນອອກ
ຂອງຈີນ.
ອົງການຂ່າວ Xinhua ຂອງທາງການຈີນ ໄດ້ອ້າງຄຳເວົ້າ ຂອງ
ເຈົ້າໜ້າທີ່ໆກ່າວວ່າ ໄດ້ດຶງເອົາສົບສອງຄົນອອກມາໄດ້ໃນຕອນ
ເຊົ້າຂອງວັນພຸດມື້ນີ້ ຈາກສ່ວນເລິກຂອງບໍ່ຖ່ານຫີນ ທີ່ພັງລົງສ່ວນນຶ່ງແລ້ວນັ້ນ.
ບັນດາເຈົ້າໜ້າທີ່ ຍັງບໍ່ຮູ້ວ່າແມ່ນຫຍັງເຮັດໃຫ້ເກີດລະເບີດຂຶ້ນໃນວັນອັງຄານວານນີ້ ຢູ່ທີ່
ບໍ່ຖ່ານຫີນ Dongfang ຊຶ່ງຕັ້ງຢູ່ທີ່ແຂວງ Anhui ໃນພາກຕາເວັນອອກຂອງຈີນ.
ເຈົ້າໜ້າທີ່ກູ້ໄພໃນທ້ອງຖິ່ນຜູ້ນຶ່ງ ທ່ານ Wu Zhiyong ກ່າວວ່າ ບໍ່ຖ່ານຫີນ ທີ່ເປັນຂອງ
ເອກະຊົນດັ່ງກ່າວນີ້ ໄດ້ດຳເນີນງານໂດຍຂັດກັບຄຳສັ່ງ ທີ່ໃຫ້ຢຸດເຊົາ ໃນລະຫວ່າງລະດູ
ນ້ຳຖ້ວມ.
ທ່ານເວົ້າວ່າ “ລັດຖະບານໃນທ້ອງຖິ່ນ ໄດ້ອອກຄຳແນະນຳ ຮຽກຮ້ອງ ໃຫ້ບໍ່ຖ່ານຫິນທັງໝົດ ໂຈະການຜະລິດ ຍ້ອນລະດູນ້ຳຖ້ວມ ແລະ ຄຳສັ່ງຍັງບໍ່ທັນມີການ
ຍົກເລີກເທື່ອ.”
ອຸບັດຕິເຫດຢູ່ຕາມບໍ່ຖ່ານຫີນຕ່າງໆໃນຈີນ ໄດ້ເອົາຊີວິດຫຼາຍຮ້ອຍຄົນ ໃນແຕ່ລະປີ ເຖິງ
ແມ່ນວ່າ ມາດຕະຖານດ້ານຄວາມປອດໄພ ໄດ້ມີການປັບປຸງໃຫ້ຂຶ້ນເລື້ອຍໆກໍຕາມ.
ອົງການຂ່າວ Xinhua ລາຍງານໃນວັນຈັນຜ່ານມານີ້ວ່າ ໂອກາດທີ່ຈະພົບຄົນງານອີກ
13 ຄົນທີ່ຍັງຫາຍສາບສູນຢູ່ໃນບໍ່ຖ່ານຫີນທີ່ຖືກນ້ຳ ຖ້ວມເມື່ອອາທິດແລ້ວ ໃນພາກຕາ
ເວັນອອກສຽງເໜືອຂອງຈີນ ແມ່ນໜ້ອຍເຕັມທີ. ມີການພົບເຫັນສົບແລ້ວ 3 ສົບ.
Rescuers continue searching for 25 workers who became trapped following a gas explosion in a coal mine in eastern China.
Officials quoted in the official Xinhua news agency said two bodies were pulled early Wednesday from deep within the partially collapsed mine.
Authorities still do not know what led to the Tuesday explosion at the Dongfang Coal Mine, which is located in eastern Anhui province.
A local emergency official ((Wu Zhiyong)) said the privately owned mine was operating against orders to stop work during the flood season.
"Local government issued an instruction, urging all the coal mines to suspend production due to the flood season and the order has not been lifted."
Mining accidents in China claim hundreds of lives every year, though safety standards have been gradually improving.
Xinhua reported on Monday that chances of finding 13 workers missing in a flooded mine last week in northeast China were slim. Three bodies have been found.