ການຄົ້ນຫາຍັງສືບຕໍ່ດຳເນີນໄປໃນວັນອັງຄານມື້ນີ້ ໃນອາຟຣິກາໃຕ້ ເພື່ອຄົ້ນຫາຄົນງານທີ່ຕິດຢູ່ໃນການພັງລົງຂອງອາຄານຫຼາຍຊັ້ນທີ່ກຳລັງກໍ່ສ້າງຢູ່ ນອກນະຄອນຫຼວງ Cape Town ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ.
ກຳມະກອນກໍ່ສ້າງປະມານ 75 ຄົນ ກຳລັງເຮັດວຽກຢູ່ ໃນເວລາທີ່ອາຄານດັ່ງ ກ່າວໄດ້ພັງລົງໃນຕອນບ່າຍຂອງວັນຈັນວານນີ້ ທີ່ເມືອງ George, ເຊິ່ງຕັ້ງຢູ່ ປະມານ 400 ກິໂລແມັດ ທາງພາກຕາເວັນອອກຂອງນະຄອນຫຼວງ Cape Town.
ຖະແຫຼງການສະບັບນຶ່ງຂອງເຈົ້າໜ້າທີ່ຂອງເມືອງກ່າວວ່າ ມີຫຼາຍກວ່າ 20 ຄົນໄດ້ຖືກຊ່ວຍເຫຼືອອອກມາຈາກຊາກຫັກພັງ, ໃນຂະນະທີ່ມີກຳມະກອນກໍ່ສ້າງຢ່າງໜ້ອຍ 50 ຄົນຍັງບໍ່ທັນຮູ້ສະຕາກຳ.
ຖະແຫຼງການກ່າວວ່າ “ໜ່ວຍງານກູ້ໄພ 3 ໜ່ວຍ ກຳລັງເຮັດວຽກຢູ່ພື້ນທີ່ທີ່ແຕກຕ່າງກັນ 3 ຈຸດພາຍໃນບໍລິເວນທີ່ອາຄານພັງລົງນັ້ນ.” ນອກຈາກນີ້, ຍັງມີໝາຄົ້ນຫາຫຼາຍໂຕ ຖືກນຳໄປຊ່ວຍເຫຼືອໃນການຊອກຫາຜູ້ລອດຊີວິດ ອີກດ້ວຍ.
ຍາດຕິພີ່ນ້ອງຄົນງານທີ່ຫາຍສາບສູນ ໄດ້ໄປເຕົ້າໂຮມກັນຢູ່ທີ່ຫ້ອງການລັດຖະບານໃນເມືອງໃກ້ຄຽງເພື່ອລໍຖ້າຟັງຂ່າວ.
ສາເຫດຂອງການພັງລົງມາແມ່ນຢູ່ໃນລະຫວ່າງການສືບສວນ.
ຟໍຣັມສະແດງຄວາມຄິດເຫັນ