ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສໃນການໂຈມຕີ ຢູ່ນິວຢອກ ໄດ້ຖືກຈັບແລະຕັ້ງຂໍ້ຫາແລ້ວ


ຕໍາຫຼວດນະຄອນນິວຢອກ ແລະເຈົ້າໜ້າທີ່ທາງກົດໝາຍຄົນອື່ນໆ ນໍາເອົາໂຕຜູ້ຕ້ອງສົງໄສກໍ່ເຫດຍິງຢູ່ທີ່ສະຖານີລົດໄຟໃຕ້ດິນ ທ້າວແຣັງ ຣ. ເຈມສ (Frank R. James) ອາຍຸ 62 (ຜູ້ຢູ່ກາງ), ອອກຈາກສະຖານີຕໍາຫຼວດໃນນະຄອນນິວຢອກ, ເມື່ອວັນທີ 13 ເມສາ 2022. ຜູ້ຊາຍຄົນນີ້ ຖືກກ່າວຫາວ່າ ຍິງຫຼາຍໆຄົນ ຢູ່ທີ່ລົດໄຟໃຕ້ດິນ...
ຕໍາຫຼວດນະຄອນນິວຢອກ ແລະເຈົ້າໜ້າທີ່ທາງກົດໝາຍຄົນອື່ນໆ ນໍາເອົາໂຕຜູ້ຕ້ອງສົງໄສກໍ່ເຫດຍິງຢູ່ທີ່ສະຖານີລົດໄຟໃຕ້ດິນ ທ້າວແຣັງ ຣ. ເຈມສ (Frank R. James) ອາຍຸ 62 (ຜູ້ຢູ່ກາງ), ອອກຈາກສະຖານີຕໍາຫຼວດໃນນະຄອນນິວຢອກ, ເມື່ອວັນທີ 13 ເມສາ 2022. ຜູ້ຊາຍຄົນນີ້ ຖືກກ່າວຫາວ່າ ຍິງຫຼາຍໆຄົນ ຢູ່ທີ່ລົດໄຟໃຕ້ດິນ...

ຜູ້ຕ້ອງສົງໄສໃນເຫດການຍິງປືນໃສ່ມວນຊົນ ໃນມື້ວັນອັງຄານຜ່ານ​ມາ ຢູ່ທີ່ສະ ຖານີລົດໄຟໃຕ້ດິນໃນນະຄອນນິວຢອກ ໄດ້ຖືກຈັບແລ້ວ ແລະຖືກຂໍ້ຫາວ່າ ເປັນຜູ້ກະທໍາຄວາມຜິດໃນການກໍ່ການຮ້າຍຂອງລັດຖະບານກາງ ຢູ່ນະຄອນນິວຢອກ ໃນຕອນບາຍຂອງມື້ວັນພຸດວານນີ້, ອີງ​ຕາມ​ຄຳ​ເວົ້າ​ຂອງທ່ານບ​ຣີອັນ ພີສ (Breon Peace), ໄອຍະການຂອງສະຫະລັດປະຈໍາຂົງເຂດ​ພາກຕາເວັນອອກຂອງນະຄອນນິວຢອກ ​ທີ່​ໄດ້ກ່າວຕໍ່ນັກຂ່າວ.

ທ້າວແຟຣັງ ຣ. ເຈມສ (Frank R. James), ອາຍຸ 62 ປີ, ໄດ້ຖືກຈັບໂຕໃນບໍລິເວນທີ່ຢູ່ອາໄສ East Village ຂອງແມນຮັດຕັນ ພາຍຫຼັງທີ່ຕໍາຫຼວດໄດ້ຮັບຂໍ້ມູນກ່ຽວກັບລາວ. ອີງຕາມລາຍງານຂອງໜັງສືພິມ ນິວຢອກໄທມ໌, ລາວໄດ້ຖືກຈັບ ໂດຍປາສະຈາກເຫດການຮຸນແຮງໃດໆ.

“ປະຊາຊົນຊາວນິກຢອກຂອງຂ້ອຍ, ພວກເຮົາໄດ້ໂຕຄົນຜູ້ນັ້ນແລ້ວ,” ເຈົ້າຄອງ​ນະ​ຄອນ ​ເອຣິກ ແອດາມ (Eric Adam), ກ່າວຈາກເຮືອນພັກຫຼັງໃຫຍ່ ທີ່ເປັນເຮືອນພັກທາງການຂອງເຈົ້າຄອງນະຄອນນິວຢອກ, ເຊິ່ງເປັນບ່ອນທີ່ເພິ່ນພັກຮັກສາອາການຈາກໂຄວິດ-19.

​ທ້າວເຈມ​ສ໌ ຖືກຕັ້ງຂໍ້ກ່າວຫາວ່າ ຈັດການວາງລະເບີດຄ​ວັນ ແລະຈາກນັ້ນ ກໍເລີ້ມການຍິງໃສ່ຜູ້ໂດຍສານຄົນອື່ນໆ ໃນຂະນະທີ່ລົດໄຟໄດ້ແລ່ນເຂົ້າມາສະຖາ ນີຂອງຖະນົນທີ 36 ຢູ່ໃນເຂດ ບຣຸກ​ຄລີນ, ເຊິ່ງເປັນເຂດນຶ່ງຂອງໂຕເມືອງໃນນະຄອນນິວຢອກ. ໃນນີ້ ມີ 10 ຄົນທີ່ຖືກຍິງ, ເຊິ່ງ 5 ຄົນແມ່ນລາຍງານວ່າໄດ້ຮັບບາດເຈັນທີ່ຮຸນແຮງ ແຕ່ອາການແມ່ນຄົງທີ່ແລ້ວ, ໂດຍຄາດວ່າ ທັງໝົດນັ້ນປອດໄພ.

“ພວກເຮົາໄດ້ເຮັດໃຫ້ຊ່ວງເວລາຂອງລາວຫຍໍ້ລົງມາ,” ຫົວໜ້າກົມຕໍາຫຼວດແຫ່ງນະຄອນນິວຢອກ ທ່ານຄີຊັນທ໌ ເຊເວລ (Keechant Sewell) ກ່າວໃນລະ ຫວ່າງການຖະແຫຼງຂ່າວຂອງມື້ວັນພຸດວານນີ້ ລຸນຫຼັງທີ່ ທ້າວເຈມສ໌ ຖືກຈັບ, ເຊິ່ງທ່ານກ່າວຕື່ມວ່າ “ມັນບໍ່ມີບ່ອນໃດໃຫ້ລາວໄດ້ແລ່ນໜີອີກແລ້ວ.”

ເຈົ້າໜ້າທີ່ພ້ອມດ້ວຍໝາດົມກິ່ນຫາລະເບີດ ກວດເບິ່ງພື້ນທີ່ ທີ່ເກີດເຫດ, ລຸນຫຼັງທີ່ມີການຍິງກັນຢູ່ລົດໄຟໃຕ້ດິນໃນມື້ວັນອັງຄານ ທີ 12 ເມສາ 2022. ຢູ່ໃນຂົງເຂດ ບຣຸກລີນ ຂອງນະຄອນນິວຢອກ.
ເຈົ້າໜ້າທີ່ພ້ອມດ້ວຍໝາດົມກິ່ນຫາລະເບີດ ກວດເບິ່ງພື້ນທີ່ ທີ່ເກີດເຫດ, ລຸນຫຼັງທີ່ມີການຍິງກັນຢູ່ລົດໄຟໃຕ້ດິນໃນມື້ວັນອັງຄານ ທີ 12 ເມສາ 2022. ຢູ່ໃນຂົງເຂດ ບຣຸກລີນ ຂອງນະຄອນນິວຢອກ.

ຂໍ້ມູນສໍາຄັນທີ່ສາມາດເຮັດໃຫ້ລະບຸໂຕ ທ້າວເຈມສ ໄດ້ກໍຄື ລົດຕູ້ U-Haul ທີ່ລາວໄດ້ເຊົ່າມາ ແລະຖືກຄົ້ນພົບ ຈາກບ່ອນເກີດເຫດ 8 ກິໂລແມັດ.

ຫົວໜ້າໜ່ວຍສືບສວນຂອງຕໍາຫຼວດປະຈໍານະຄອນນິວຢອກ ທ່ານຈິມ ແອສຊິກ (Jim Essig) ກ່າວກັບຜູ້ລາຍງານຂ່າວໃນຕອນແລງຂອງວັນອັງຄານແລ້ວນີ້ວ່າ ກະແຈຂອງລົດຕູ້ຄັນດັ່ງກ່າວ ຖືກພົບຢູ່ບໍລິເວນບ່ອນເກີດເຫດໃນສະຖານີລົດໄຟໃຕ້ດິນ ບຣຸກ​ຄລີນ. ທ່ານແອສຊິກ ກ່າວວ່າ ທ້າວເຈມສ ເຊົ່າລົດຕູ້ຄັນນັ້ນຢູ່ນະ ຄອນຟິລາ​ແດລເຟຍ ໃນລັດເພັນຊີລ​ເວເນຍ.

ຮູບພາບ ແລະວີດີໂອທີ່ໄດ້ເອົາລົງຢູ່ໃນສື່ສັງຄົມອອນລາຍ ໄດ້ເຜີຍໃຫ້ເຫັນຜູ້ເຄາະຮ້າຍ ທີ່ມີເລືອດໄຫຼຍ້ອຍເປັນຈໍານວນຫຼາຍຢູ່ໃນພື້ນຂອງສະຖານີຈອດລົດໄຟ ແລະມີຄວັນລອຍອອກມາເຕັມອາກາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG