ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊອກຫາບຸກຄົນທີ່ຕ້ອງສົງໄສ ໃນການຍິງໂຈມຕີ ທີ່ລົດໄຟໃຕ້ດິນ ໃນນະຄອນນິວຢອກ ຍັງດຳ​ເນີນ​ຕໍ່​ມາ


ເຈົ້າໜ້າທີ່ຕຳຫຼວດ ພ້ອມກັບໝາດົມກິ່ນຫາລະເບີດ ກວດເບິ່ງພື້ນທີ່ ຫຼັງຈາກມີການຍິງຄົນຢູ່ລົດໄຟໃຕ້ດິນ ເມື່ອວັນອັງຄານ ທີ 12 ເມສາ 2022, ໃນເມືອງບຣຸກກລິນ ຂອງລັດນິວຢອກ.
ເຈົ້າໜ້າທີ່ຕຳຫຼວດ ພ້ອມກັບໝາດົມກິ່ນຫາລະເບີດ ກວດເບິ່ງພື້ນທີ່ ຫຼັງຈາກມີການຍິງຄົນຢູ່ລົດໄຟໃຕ້ດິນ ເມື່ອວັນອັງຄານ ທີ 12 ເມສາ 2022, ໃນເມືອງບຣຸກກລິນ ຂອງລັດນິວຢອກ.

ການຊອກຫາບຸກຄົນທີ່ຕ້ອງສົງໄສ ຍັງດຳ​ເນີນ​ຕໍ່​ໄປ ຫຼັງ​ຈາກ​ໄດ້​ມີການຍິງຄົນຊ່ວງເວລາຟ້າວຝັ່ງທີ່ມີຄົນໜາແໜ້ນໃນລົດໄຟໃຕ້ດິນຂອງນະຄອນນິວຢອກ ເມື່ອວັນອັງຄານວານນີ້ ທີ່ໄດ້ເຮັດໃຫ້ຊາວກວ່າຄົນບາດເຈັບ.

ຕຳຫຼວດໄດ້ກ່າວວ່າ ເຂົາເຈົ້າຢາກຈະລົມກັບທ້າວແຟຣັກ ອາຣ ເຈມສ໌ ອາຍຸ 62 ປີ ຜູ້ຊຶ່ງມີທີ່ຢູ່ ໃນລັດວິສຄອນຊິນ ແລະໃນນະຄອນຟີລາແດລເຟຍ ລັດ ເພັນຊີລເວເນຍ. ພວກເຂົາເຊື່ອວ່າ ລາວໄດ້ເຊົ່າລົດຕູ້ທີ່ໄດ້ຖືກພົບເຫັນຢູ່ຫ່າງຈາກສະຖານີລົດໄຟ 8 ກິໂລແມັດ ຊຶ່ງຖືກສືບສວນວ່າ ເຊື່ອມໂຍງກັບການຍິງຄົນດັ່ງກ່າວນັ້ນຫຼືບໍ່.

ຫົວໜ້າຕຳຫຼວດຝ່າຍສືບສວນລັດນິວຢອກ ຈິມ ແອັສສິກ (Jim Essig) ໄດ້ກ່າວຕໍ່ບັນດານັກຂ່າວ ໃນຕອນແລງວັນອັງຄານ ວ່າ ກະແຈສຳລັບລົດຕູ້ໄດ້ຖືກພົບເຫັນຢູ່ສະຖານີລົດໄຟໃຕ້ດິນ ທີ່ເຂດບຣຸກຄລິນ ບ່ອນທີ່ການຍິງຄົນໄດ້ເກີດຂຶ້ນ.

ທ່ານແອັສສິກ ໄດ້ກ່າວເຖິງທ້າວເຈມສ໌ ວ່າ “ພວກເຮົາມີຄວາມມຸ້ງໝັ້ນທີ່ຈະຊອກຫາລາວເພື່ອກຳນົດວ່າ ລາວມີສ່ວນກ່ຽວຂ້ອງກັບການຍິງຄົນໃນລົດໄຟໃຕ້ດິນນັ້ນຫຼືບໍ່.” ທ່ານກ່າວຕໍ່ໄປວ່າ “ສະຖານທີ່ຂອງອາຊະກຳສອງແຫ່ງ ຄືລົດໄຟໃຕ້ດິນ ແລະລົດຕູ້ ນັ້ນ ແມ່ນຢູ່ໃນການກວດສອບຫຼາຍຢ່າງແລະຍັງຖືກດຳເນີນການຢູ່.”

ທ່ານແອັສສິກ ໄດ້ກ່າວວ່າ ທ້າວເຈມສ໌ ໄດ້ເຊົ່າລົດຕູ້ຢູ່ໃນນະຄອນຟີລາແດລເຟຍ.

ໄດ້ມີການສະເໜີໃຫ້ລາງວັນ 50,000 ໂດລາ ສຳລັບຂໍ້ມູນທີ່ນຳໄປສູ່ການຈັບກຸມ.

ການໂຈມຕີດັ່ງກ່າວ ແມ່ນຢູ່ສະຖານີ ໃນຖະໜົນເລກທີ 36 ໃນຄຸ້ມ ຊັນເສັດປາກ (Sunset Park) ຂອງເມືອງບຣຸກ​ຄລິນ ທີ່ມີຊົນຊັ້ນແຮງງານຫຼາກຫຼາຍເຊື້ອຊາດອາໃສຢູ່ນັ້ນ ທີ່ໄດ້ເຮັດໃຫ້ 23 ຄົນບາດເຈັບ 10 ຄົນໃນນັ້ນ ມີບາດ ແຜຈາກລູກປືນ. ຕຳຫຼວດໄດ້ກ່າວວ່າ 5 ຄົນ ແມ່ນບາດເຈັບສາຮັດ ແຕ່ມີອາ
ການທີ່ທຸ່ນທ່ຽງແລ້ວ. ສ່ວນຄົນອື່ນໆ ໄດ້ຫາຍໃຈເອົາຄວັນ ແລະບາງຄົນໄດ້ຮັບບາດເຈັບໃນລະຫວ່າງເກີດຄວາມວຸ້ນວາຍສັບ​ສົນ.

ຕຳຫຼວດໄດ້ກ່າວວ່າ ຜູ້ຕ້ອງສົງໄສ ມີຮູບຮ່າງອ້ວນພີ ເປັນຊາຍຜິວດຳ ໃສ່ເສື້ອກັກໄນລອນສີຂຽວ ຄ້າຍຄືກັບທີ່ພວກຄົນງານກໍ່ສ້າງໃສ່ ໄດ້ຢູ່ໃນຂະບວນລົດໄຟຕູ້ທີສອງ.

“ໃນຂະນະທີ່ລົດໄຟ ແລ່ນເຂົ້າສະຖານີ ທີ່ຖະໜົນເລກທີ 36 ພວກຜູ້ເຫັນເຫດ ການ ໄດ້ກ່າວວ່າ ຊາຍຄົນນັ້ນ ໄດ້ໄຂລະເບີດຄວັນ 2 ລູກ ແລ້ວໂຍນພວກມັນລົງພື້ນຂອງສະຖານີລົດໄຟ ແລະຊັກປືນສັ້ນ Glock 9 ມມ ອອກມາ.

ຕໍ່ຈາກນັ້ນ ລາວ ໄດ້ເລີ້ມຍິງອາວຸດດັ່ງກ່າວ ຢ່າງໜ້ອຍ 33 ຄັ້ງ ໂດຍຖືກ 10 ຄົນ” ຫົວໜ້າຕຳຫຼວດ ແອັສສິງ ໄດ້ກ່າວ. ທ່ານກ່າວອີກວ່າ “ຕໍ່ຈາກນັ້ນຜູ້ຊາຍຄົນນີ້ ໄດ້ຫລົບໜີຈາກບ່ອນເກີດເຫດ ແລະພວກນັກສືບກຳລັງພະຍາຍາມຕິດຕາມຫາຜູ້ກ່ຽວເພື່ອລະບຸວ່າ ລາວຢູ່ແຫ່ງໃດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG