ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄົ້ນຫາ ຜູ້ເຄາະຮ້າຍ ແລະ ຊາກເຮືອບິນ AirAsia ຂະຫຍາຍວົງອອກ


Sonar Device Scours Java Sea for Lost AirAsia Plane
please wait

No media source currently available

0:00 0:01:58 0:00

ຫົວໜ້າອົງການ​ຊອກ​ຄົ້ນ​ຫາ ​ແລະ​ກູ້​ໄພ​ແຫ່ງ​ຊາດ ຂອງອິນໂດ
ເນເຊຍ ກ່າວ​ວ່າ ບໍລິເວນ​ຊອກ​ຄົ້ນ​ຫາ​ຊາກ​ເຮືອບິນ​ແລະ​ຜູ້​ເຄາະ
ຮ້າຍ​ຂອງສາຍ​ການບິນ AirAsia 8501 ໄດ້ມີການ​ຂະຫຍາຍວົງ
ກວ້າງອອກ​ ​ໃນ​ຂະນະ​ທີ່ການ​ຊອກ​ຫາ “ຫີບ​ດຳ" ຫລື​ເຄື່ອງບັນ
ທຶກ​ຂໍ້​ມູນຂອງເຮືອບິນ ​ຍັງ​ດຳ​ເນີນຢູ່​ຕໍ່​ໄປ.

ທ່ານ Henry Bambang Soelistyo ​ໄດ້​ປະກາດ​ທີ່​ກອງ​ປະຊຸມ
​ນັກ​ຂ່າວ ​ໃນ​ວັນ​ອັງຄານ​ມື້​ນີ້ວ່າ ບັນດາ​ເຈົ້າ​ໜ້າ​ທີ່ ກຳລັງ​ເປີດ​ບ່ອນ
​ຊອກ​ຄົ້ນ​ຫາ “ທີ່​ສຳຄັນ​ແຫ່ງ​ທີ່​ສອງ” ຢູ່​ໃນ​ເຂດ​ທະ​ເລ Java ນອກ​
ຝັ່ງ​ອິນ​ໂດ​ເນ​ເຊຍ. ​ເຮືອບິນ​ໄດ້​ຕົກ ລົງ​ໃສ່ທະ​ເ​ລດັ່ງກ່າວ ເມື່ອກວ່າ​
ນຶ່ງ​ອາທິດ​ທີ່​ຜ່ານມາ ​ໃນ​ຂະນະ​ທີ່​ເກີດ​ພາຍຸ ​ເຖິງ​ແມ່ນ​ວ່າ ຍັງບໍ່​ມີ
ການ​ລົງຄວາມເຫັນເຖິງສາ​ເຫດຢ່າງ​ເປັນ​ທາງ​ການເທື່ອກໍຕາມ.

ບັນດາ​ທິມ​ຊອກ​ຄົ້ນ​ຫາ ​ໄດ້​ພະຍາຍາມ​ທີ່ຈະລົງໄປ​ເຖິງ​ບ່ອນ​ທີ່​ເຂົາ​ເຈົ້າ​ເຊື່ອ​ວ່າ ​ເປັນສ່ວນ
ຫາງຂອງ​ເຮືອບິນ ບ່ອນ​ທີ່​ເຄື່ອງ​ບັນທຶກ​ຂໍ້​ມູນ​ຕິດຕັ້ງຢູ່​ນັ້ນ.

ຜູ້​ຊ່ຽວຊານ​ຂອງອອສ​ເຕຣ​ເລຍ ​ໄດ້​ເຮັດ​ວຽກ​ ຮ່ວມກັບເຈົ້າໜ້າທີ່ອິນ​ໂດ​ເນ​ເຊຍ ​ເພື່ອ​ຊ່ວຍ​
ໃນ​ການ​ພິສູດສົບຜູ້ເສຍຊີວິດ. ມີ​ 162 ຄົນ​ຢູ່​ເທິງ​ເຮືອບິນ​ເວລາ​ເຮືອ ບິນ​ຕົກ ​ແຕ່​ມາຮອດ
ປັດຈຸບັນ ​ມີ​ພຽງ​ແຕ່ 37 ສົບ ​ເທົ່າ​ນັ້ນ ທີ່​ໄດ້ກູ້ຂຶ້ນມາຈາກ ພື້ນທະເລ​.

ທີ່​ນະຄອນ Jakarta ​ໃນ​ວັນ​ຈັນ​ວານ​ນີ້ ລັດຖະບານ​ອິນ​ໂດ​ເນ​ເຊຍ​ໄດ້​ສັ່ງໃຫ້ບັນດາ​ເຈົ້າ
​ໜ້າ​ທີ່​ການບິນ ຫລາຍ​ຄົນ​ພັກການຊົ່ວຄາວ ຫລັງຈາກມີການເປີດເຜີຍວ່າ ຖ້ຽວບິນ 8501
ຂອງສາຍການບິນ AirAsia ບໍ່​ມີ​ອະນຸຍາດ​ອັນ​ເໝາະ​ສົມໃຫ້ ຂຶ້ນບິນ ໃນ​ວັນ​ທີ່ຖ້ຽວບິນ​ດັ່ງ
ກ່າວໄດ້​ຕົກ.

ກະຊວງ​ຂົນ​ສົ່ງອິນໂດເນເຊຍ ກ່າວ​ວ່າ ສາຍ​ການບິນ​ AirAsia ໄດ້​ຮັບອະນຸ ຍາດ​ໃຫ້​ບິນ​
ໃນ​ເສັ້ນທາງ​ຈາກ​ເມືອງ Surabaya ​ໄປ​ຫາສິງກະ​ໂປ ​ໃນ​ວັນ​ຈັນ ວັນ​ອັງຄານ ວັນ​ພຸດ
​ແລະ ​ວັນ​ເສົາ ​ແຕ່​ວ່າ​ໄດ້​ບິນໃນ​ວັນ​ອາທິດ. ກະຊວງຂົນສົ່ງ​ໄດ້​ສັ່ງໃຫ້ໂຈະຖ້ຽວບິນ Air-
Asia ​ໃນເສັ້ນທາງດັ່ງກ່າວ ແລະ​ຈະ​ທຳການ ສືບສວນ​ຢ່າງ​ເຕັມທີ່ ແຍກຈາກ​ການ​ສື​ບ
ສວນກ່ຽວກັບ​ເລື້ອງ​ເຮືອບິນ​ຕົກ.

ASIA MISSING PLANE CNPK
please wait

No media source currently available

0:00 0:02:26 0:00


XS
SM
MD
LG