ອົງການ SEARAC ອອກຖະແຫຼງການ ຕ້ອງຕິ ລັດຖະບານປະທານາທິບໍດີດໍໂນລ ທຣຳ ທີ່ໄດ້ຂະຫຍາຍການລົງໂທດທາງດ້ານວີຊາ ຕໍ່ປະເທດລາວ ຍ້ອນລາວບໍ່ປະຕິບັດຕາມການຮຽກຮ້ອງ ຂອງປະທານາທິບໍດີ ທີ່ຢາກໃຫ້ເລັ່ງລັດໃນການເນລະເທດຄົນລາວແລະຄົນມົ້ງຈຳນວນນຶ່ງອອກຈາກສະຫະລັດ. ທ່ານນາງກວຽນ ດິນ (Quyen Dinh) ຜູ້ອໍານວຍການອົງການ SEARAC (Southeast Asia Resource Action Center) ກ່າວຕໍ່ວີໂອເອ ກ່ຽວກັບເລື້ອງນີ້ວ່າ:
ອົງການ SEARAC ຂໍປະນາມການລົງໂທດທາງດ້ານວິຊາຄັ້ງໃໝ່ທີ່ລັດຖະບານທ່ານທຣຳ ໄດ້ມີຕໍ່ລັດຖະບານລາວ ຍ້ອນພວກເຮົາຮູ້ສຶກວ່າມັນເປັນການເພີ້ມທະວີໃນການໃຊ້ກຳລັງ ການຂົ່ມຂູ່ ການບີບບັງຄັບ ແລະການຂູ່ເຂັນ ທີ່ລັດຖະບານສະຫະລັດ ຈະຈັດຕັ້ງປະຕິບັດ ກ່ຽວກັບການກະທຳແລະນະໂຍບາຍທີ່ບໍ່ມີມະນຸດສະທຳ ທີ່ຈະເປັນໄພອັນຕະລາຍ ຕໍ່ປະຊາຄົມ ແລະຄອບຄົວໃນທົ່ວປະເທດຈາກສະຫະລັດໄປຍັງປະເທດລາວ.
ການລົງໂທດທາງດ້ານວີິຊາຕໍ່ລາວຮອບທຳອິດ ໂດຍລັດຖະບານທ່ານທຣຳ ມີຂຶ້ນໃນປີ 2018 ຊຶ່ງເປັນການເຄື່ອນໄຫວແບບທີ່ບໍ່ເຄີຍມີມາກ່ອນທີ່ເຮັດໃຫ້ລາວເປັນ ພຽງບໍ່ເທົ່າໃດປະເທດ ທີ່ໄດ້ຖືກລົງໂທດດ້ານວີຊາເຖິງສອງເທື່ອ.
ທ່ານນາງກວຽນ ດິນ ກ່າວວ່າ ການລົງໂທດດັ່ງກ່າວອາດມີຜົນກະທົບຕໍ່ 6 ພັນກວ່າຄົນ ຮວມທັງ 2 ພັນຄົນທີ່ພວມລໍຖ້າວີຊາ ຈະໄດ້ເຕົ້າໂຮມກັບຄອບຄົວທີ່ຈະເຮັດໃຫ້ມີການຊັກຊ້າແລະອາດຈະມີຜົນກະທົບຕໍ່ຊາວມົ້ງແລະລາວອາເມຣິກັນ 4,300 ຄົນ ທີ່ໄດ້ຮັບຄໍາສັ່ງຂັ້ນສຸດທ້າຍ ໃຫ້ຖືກເນລະເທດໄປລາວ.
ນັບແຕ່ປີ 1998 ເປັນຕົ້ນມາ ສະຫະລັດໄດ້ເນລະເທດສ່ວນບຸກຄົນໄປລາວແລ້ວສອງຮ້ອຍກວ່າຄົນ.
ພວກທີ່ຖືກເນລະເທດ ສ່ວນໃຫຍ່ແລ້ວເປັນພວກທີ່ຍັງບໍ່ທັນໄດ້ຮັບສັນຊາດອາເມຣິກັນເທື່ອ ແລະກໍມີຄວາມຜິດບໍ່ໃນຮູບໃດກໍໃນຮູບນຶ່ງ.