ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄອບຄົວຊາວ ອັງກິດ ເສຍຊີວິດ ໃນອຸບັດຕິເຫດ ເຮືອບິນນໍ້າຕົກ ໃນປະເທດ ອອສເຕຣເລຍ


ກຸ່ມກວດຄົ້ນ ແລະ ກູ້ໄພ ຄົ້ນຫາເຮືອບິນນໍ້າ ໃນແມ່ນໍ້າ ຮອກສ໌ບິວຣີ, ລັດ ນິວ ຊາວທ໌ ເວລສ໌, ອອສເຕຣເລຍ. 31 ທັນວາ, 2017.
ກຸ່ມກວດຄົ້ນ ແລະ ກູ້ໄພ ຄົ້ນຫາເຮືອບິນນໍ້າ ໃນແມ່ນໍ້າ ຮອກສ໌ບິວຣີ, ລັດ ນິວ ຊາວທ໌ ເວລສ໌, ອອສເຕຣເລຍ. 31 ທັນວາ, 2017.

ບັນດາເຈົ້າໜ້າທີ່ ອອສເຕຣເລຍ ກ່າວວ່າ ເຮືອບິນນໍ້າໄດ້ຕົກໃນລະຫວ່າງການທ່ຽວບິນ
ມ່ວນຊື່ນ 20 ນາທີໃນຄໍ່າຄືນກ່ອນປີໃໝ່ທີ່ນະຄອນ ຊິດນີ, ມີຄົນເສຍຊີວິດ 6 ຄົນ.

ຜູ້ຖືກເຄາະຮ້າຍ 5 ຄົນແມ່ນຄົນ ອັງກິດ, ລວມມີຜູ້ບໍລິຫານໃຫຍ່ຂອງກຸ່ມບໍລິສັດ
ຄັອມປັສ໌ (Compass) ທ່ານ ຣິຈ໌ຊາດ ຄັສຊິນ, ລູກຊາຍຂອງລາວສອງຄົນ, ຄູ່ໝັ້ນ
ຂອງລາວ ແລະ ລູກສາວຂອງລາວແມ່ນລວມຢູ່ໃນບັນດາຜູ້ຖືກເຄາະຮ້າຍນັ້ນ.

ຄົນຂັບເຮືອບິນກໍໄດ້ເສຍຊີວິດໃນອຸບັດຕິເຫດດັ່ງກ່າວ.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ມາລຄອມ ເທີນບູລ ໄດ້ສະແດງຄວາມເສົ້າ
ສະລົດໃຈຕໍ່ຄອບຄົວຜູ້ເຄາະຮ້າຍ.

ປະທານບໍລິສັດ ຄັອມປັສ໌ ທ່ານ ພອລ ວອລສ໌ (Paul Walsh) ໄດ້ສະແດງຄວາມເສຍ
ໃຈຕໍ່ຄອບຄົວໃນຖະແຫຼງການສະບັບນຶ່ງເມື່ອວັນຈັນມື້ນີ້, ໂດຍກ່າວເພີ່ມເຕີມວ່າ “ທ່ານ
ຣິຈ໌ຊາດ ເປັນທີ່ຮູ້ຈັກ ແລະ ເຄົາລົບສຳລັບຄວາມໃຈດີມີເມດຕາຈິດຂອງທ່ານ ແລະ
ເປັນຜູ້ທີ່ມີຄວາມສາມາດທີ່ໄດ້ປ່ຽນແປງບໍລິສັດ Compass ໃຫ້ເປັນນຶ່ງໃນບັນດາບໍລິ
ສັດຊັ້ນນຳຂອງ ອັງກິດ.”

ກຸ່ມບໍລິສັດ ຄັອມປັສ໌ ແມ່ນບໍລິສັດສະໜອງອາຫານທີ່ໃຫຍ່ທີ່ສຸດຂອງໂລກ.

ທ່ານ ຄັສຊິນສ໌, ຜູ້ທີ່ໄດ້ນຳພາບໍລິສັດ ຄັອມປັສ໌ 11 ປີທີ່ຜ່ານມາ ແລະ ມີກຳນົດທີ່ຈະ
ລົງຈາກຕຳແໜ່ງໃນເດືອນມີນາທີ່ຈະມາເຖິງນີ້, ໄດ້ຖືກແຕ່ງຕັ້ງໃຫ້ເປັນນຶ່ງໃນບັນດາບໍ
ລິສັດໃຫຍ່ທີ່ເກັ່ງທີ່ສຸດຂອງໂລກໂດຍວາລະສານວິເຄາະທຸລະກິດ ຮາວາດ
(Harvard.)

ຕຳຫຼວດ ກຳລັງເຮັດວຽກກັບສຳນັກງານຄວາມປອດໄພ ໃນການຂົນສົ່ງ ອອສເຕຣເລຍ
ເພື່ອກອບກູ້ເອົາຊາກຫັກພັງຂອງເຮືອບິນ, ເຊິ່ງໄດ້ຈົມລົງໃນນໍ້າເລິກ 13 ແມັດໃກ້ໆ
ກັບເມືອງ ໂຄວານ (Cowan) ຢູ່ທິດເໜືອຂອງນະຄອນ ຊິດນີ.

ການສືບສວນສອບສວນ ກ່ຽວກັບ ສາເຫດການຕົກ ແມ່ນໄດ້ເລີ່ມຂຶ້ນແລ້ວ, ດ້ວຍ
ລາຍງານເບື້ອງຕົ້ນຄາດວ່າຈະມີຂຶ້ນພາຍໃນ 30 ມື້.

ເຮືອບິນລຳດັ່ງກ່າວເປັນຂອງສາຍການບິນ ຊິດນີ ຊີເພລນສ໌ (Sydney Seaplanes),
ເຊິ່ງໄດ້ສະໜອງໂອກາດໃຫ້ບັນດາຜູ້ໂດຍສານ ໄດ້ເຫັນທີວທັດທີ່ ໄດ້ຮັບຄວາມນິຍົມ
ທີ່ສຸດຂອງນະຄອນ ຊິດນີ ເປັນເວລາ 80 ປີມາແລ້ວ, ອີງຕາມເວັບໄຊທ໌ຂອງບໍລິສັດດັ່ງ
ກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG