ບັນດານັກເຄື່ອນໄຫວຕໍ່ຕ້ານການຈັບປາວານຈາກອົງການອະນຸ
ລັກSea Shepherd Conservation Society ກ່າວວ່າ ຕົນ
ໄດ້ຕິດຕາມທັນຝູງເຮືອຫາປາວານຈຸນຶ່ງຂອງຍີ່ປຸ່ນຢູ່ໃກ້ໆກັບຂົ້ວ
ໂລກໃຕ້.
ອົງການ Sea Shepherd ກ່າວໃນວັນຈັນມື້ນີ້ວ່າ ຕົນໄດ້ພົບ
ເຫັນເຮືອຫາປາທັງ 5 ລຳຂອງຍີ່ປຸ່ນໃນມະຫາສະໝຸດໃຕ້ ແລະ
ໄດ້ມີຫຼັກຖານເປັນຮູບພາບທີ່ສະແດງໃຫ້ເຫັນປາວານພັນ
minke 3 ໂຕ ໄດ້ຖືກຂ້າຕາຍ ແລະກຳລັງຖືກຄົວແລະຕັດເປັນ
ຕ່ອນໆຢູ່ເທິງກຳປັ່ນຂອງບໍລິສັດເຮືອ Nisshin Maru. ກຸ່ມອະ
ນຸລັກປາວານ ກ່າວວ່າຕົນມີຂ່າວຂໍ້ມູນວ່າ ປາວານໂຕທີສີ່ ໄດ້
ຖືກຂ້າຕາຍແລ້ວເຊັ່ນກັນ.
ກຸ່ມອະນຸລັກປາວານ Sea Shepherd Conservation Society ກ່າວຫາວ່າພວກປາວານ
ເຫຼົ່ານີ້ ໄດ້ຖືກນຳເຂົ້າໄປໃນສະຖານທີ່ຫລົບໄພປາວານທີ່ນາໆຊາດຮັບຮູ້ແຫ່ງນຶ່ງ.
ເປັນເທື່ອທຳອິດ ທີ່ພວກປົກປ້ອງສິ່ງແວດລ້ອມແລະຝູງເຮືອຫາປາວານໄດ້ປະເຊີນໜ້າກັນໃນ
ລະດູນີ້.
ກຸ່ມອະນຸລັກປາວານທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ຕາມທຳມະດາສົ່ງພວກເຮືອລຳນ້ອຍໆ
ເຂົ້າໄປກໍ່ກວນຝູງເຮືອຫາປາຍີ່ປຸ່ນໃນລະຫວ່າງຍາມຫາປາວານປະຈຳປີ. ເປັນທີ່ຮູ້ກັນວ່າ ກຸ່ມ
ດັ່ງກ່າວໃຊ້ພວກລະເບີດສົ່ງກິ່ນເໝັນ ເຄື່ອງໝາຍຍ້ອມສີ laser beams ແລະສິ່ງຂອງອື່ນໆ
ເພື່ອພະຍາຍາມລົບກວນພວກເຮືອຫາປາວານຍີ່ປຸ່ນນັ້ນ.
ການຄ້າຂາຍປາວານແມ່ນຖືກຫ້າມພາຍໃຕ້ສົນທິສັນຍາລະຫວ່າງຊາດ ແຕ່ຍີ່ປຸ່ນຍັງສືບຕໍ່ຫາ
ປາວານຢູ່ຕໍ່ມາ ໂດຍໃຊ້ຊ່ອງຫວ່າງຢູ່ໃນສົນທິສັນຍາ ທີ່ອະນຸມັດໃຫ້ຫາປາວານໄດ້ ໃນນາມ
ການໃຊ້ໃນທາງວິທະຍາສາດ ອັນເປັນການປະພຶດທີ່ໄດ້ຮັບການປະນາມຈາກພວກປົກປ້ອງ
ສິ່ງແວດລ້ອມແລະພວກປະເທດທີ່ຕໍ່ຕ້ານການຄ້າຂາຍປາວານນັ້ນ.