ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການໃຊ້ຢາບ້າເພີ່ມຂຶ້ນ ໃນເຂດເອເຊຍ ຕາເວັນອອກສຽງໃຕ້


ນາຍ Vu Xuan Dung, ໄວ 23 ປີທີ່ສຸກສາລາພັກຟື້ນຢາເສບຕິດ
ແຫ່ງນຶ່ງໃນແຂວງ Hoa Binh.ໃນພາກເໜືອຂອງຫວຽດນາມ.
ນາຍ Vu Xuan Dung, ໄວ 23 ປີທີ່ສຸກສາລາພັກຟື້ນຢາເສບຕິດ ແຫ່ງນຶ່ງໃນແຂວງ Hoa Binh.ໃນພາກເໜືອຂອງຫວຽດນາມ.

















ຫ້ອງການ​ນຶ່ງຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ຢາ​ກະ​ຕຸ້ນ​ປະສ​າດປະ​ເພດ​ຢາ​ບ້າ​ ຫລື ATS ນັ້ນ ດຽວ​ນີ້​ແມ່ນ​ເປັນ​ໄພ​ຂົ່ມ​ຂູ່​ດ້ານ​ຢາ​ເສບ​ຕິດ​ອັນ​ດັບ​ນຶ່ງ​ຕໍ່ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ
ແລະ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້.

ຫ້ອງການ​ຢາ​ເສບ​ຕິດ​ແລະ​ອາ​ຊະ​ຍາ​ກໍາ​ຂອງ​ສະຫະ​ປະຊາ​ຊາດ​ກ່າວ ຢູ່​ໃນ​ລາຍ​ງານສະບັບນຶ່ງ​ ໃນ​ວັນອັງ​ຄານ​ມື້​ນີ້​ວ່າ ການ​ຍຶດຢາ​ບ້າ methamphetamine ​ໄດ້​ເພີ່ມ​ຂຶ້ນ 4 ​ເທົ່າ​ໂຕຢູ່​ໃນ 4 ປະ​ເທດເຂດ​ແມ່​ນໍ້າຂອງ ຄື ລາວ ມຽນມາ ​ໄທ ​ແລະ​ຈີນ​ນັ້ນໃນ​ລະຫວ່າງ​ປີ 2008 ຫາ 2010. ອົງການ UNODC ຍັງກ່າວອີກວ່າ ເວລານີ້ ຢາກະຕຸ້ນປະສາດ ATS ແມ່ນເປັນ
ໄພຂົ່ມຂູ່ທີ່ຮ້າຍແຮງກ່ວາຢາເສບຕິດທີ່ມາຈາກພືດ ເຊ່ນເຮໂຣອີນ ຝິ່ນ ແລະກັນຊານັ້ນອີກ.

ລາຍງານກ່າວວ່າ ໃນເບື້ອງຕົ້ນແລ້ວ ຢາບ້າແມ່ນຜະລິດທີ່ປະເທດຈີນ ມຽນມາ ແລະຟີລິບ
ປີນ ແຕ່ວ່າດຽວນີ້ ຢາບ້າແລະຢາກະຕຸ້ນອາລົມໃຫ້ມ່ວນຊື່ນນັ້ນກໍກໍາລັງມີການຜະລິດກັນ
ຢູ່ໃນອິນໂດເນເຊຍແລະມາເລເຊຍເຊ່ນກັນ. ລາຍງານໄດ້ລະບຸເສ້ນທາງຄ້າຢາ ATS ໃໝ່ ຊຶ່ງໂຮມທັງເສ້ນທາງເລາະຕາມລໍາແມ່ນໍ້າຂອງ ຜ່ານ ມຽນມາ ໄທ ຈີນ ສປປ ລາວ ແລະ
ກໍາປູເຈຍ.

ລາຍງານກ່າວວ່າ ນອກນັ້ນແລ້ວ ຍັງມີການລັກລອບເອົາຢາເຫລົ່ານັ້ນເຂົ້າມາຍັງຂົງເຂດ
ໂດຍພວກກຸ່ມຄ້າຢາເສບຕິດ ຈາກອາຟຣິກາແລະອິຣ່ານອີກ ແລະວ່າໃນລະດັບໂລກແລ້ວ
ຢາກະຕຸ້ນປະສາດ ATS ຫລືຢາບ້າ ແມ່ນເປັນຢາເສບຕິດທີ່ມີຄົນໃຊ້ຫລາຍທີ່ສຸດ ຮອງລົງ ມາຈາກກັນຊາ.

XS
SM
MD
LG