ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ປິດ​ລ້ອມ​ຄຸກ​ໃຫຍ່ ທີ່​ຂັງ​ນັກ​ໂທດ​ກຸ່​ມ​ລັດ​ອິ​ສ​ລາມ ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ລັດ


ຮູບ​ພາບ​ຈາກວີ​ດີ​ໂອ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ​ຫຼື SDF ເມື່ອ​ວັນ​ທີ 24 ມັງ​ກອນ 2022 ສະ​ແດງ​ໃຫ້​ເຫັນວ່າ ພວກ​ນັກ​ໂທດ​ກຸ່ມ​ລັດ​ອິ​ສ​ລາມຍອມ​ຈຳ​ນົນຕໍ່​ກຳ​ລັງ SDF ທີ່​ຄຸກ Ghweiran ​ໃນ​ເມືອງ Al-Hasakah ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ຊີ​ເຣຍ.
ຮູບ​ພາບ​ຈາກວີ​ດີ​ໂອ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ​ຫຼື SDF ເມື່ອ​ວັນ​ທີ 24 ມັງ​ກອນ 2022 ສະ​ແດງ​ໃຫ້​ເຫັນວ່າ ພວກ​ນັກ​ໂທດ​ກຸ່ມ​ລັດ​ອິ​ສ​ລາມຍອມ​ຈຳ​ນົນຕໍ່​ກຳ​ລັງ SDF ທີ່​ຄຸກ Ghweiran ​ໃນ​ເມືອງ Al-Hasakah ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ຊີ​ເຣຍ.

ເວ​ລາຊຶ່ງ​ໃນ​ທີ່​ສຸດ​ອາດ​ຈະ​ໝົດ​ລົງແລ້ວສຳ​ລັບ​ພວກ​ທີ່​ຕິດ​ຕາມ​ກຸ່ມ​ລັດ​ອິ​ສ​ລາມ​ໃນ​ຄວາມ​ຫວັງ​ທີ່​ຈະ​ບຸກ​ອອກ​ຈາກ​ຄຸ​ກ​ຊົ່ວ​ຄາວ​ຂະ​ໜາດ​ໃຫຍ່ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ປະ​ເທດ​ຊີ​ເຣຍ ບ່ອນ​ທີ່​ພວກ​ເຂົາ​ແລະ​ອີກ​ຫຼາຍໆ​ພັນ​ຄົນ​ໄດ້​ຖືກ​ຄຸມ​ຂັງ ຫຼັງ​ຈາກ​ການ​ພັງ​ທະ​ລາຍ​ລົງ​ຂອ​ງ​ດິນ​ແດນ​ທີ່​ກຸ່​ມ​ກໍ່​ການ​ຮ້າຍ​ດັ່ງ​ກ່າວ​ປະ​ກາດ​ຕົນເອງ​ເປັນ​ລັດ​ອິ​ສ​ລາມ​ ຫຼື caliphate ນັ້ນ.

ເຈົ້າ​ໜ້າ​ທີ່​ສະ​ຫ​ະ​ລັດ​ຄົນ​ນຶ່ງ ທີ່​ກ່າວ​ຕໍ່​ວີ​ໂອ​ເອ​ໂດຍ​ຂໍ​ສະ​ຫງວນ​ຊື່ ໄດ້​ໂອ້​ລົມ​ສູ່​ຟັງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ງານ​ທີ່​ພວມ​ດຳ​ເນີນ​ຢູ່​ຕໍ່​ໄປ ໂດຍ​ເວົ້າ​ວ່າ ທະ​ຫານ​ຈາກ​ກຳລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ​ຫຼື SDF ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ສະ​ຫະ​ລັດ ໃນ​ວັນ​ອັງ​ຄານມື້​ວານນີ້ “ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ປິດ​ລ້ອມ” ຄຸກ​ໃຫຍ່​ອາ​ລ-ຊີ​ນາ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ໄດ້​ທຳ​ການ​ປິດ​ລ້ອມ ທັງ​ຢູ່​ໃນ​ວົງໃນ ແລະ​ວົງ​ນອກ ຊຶ່ງ​ເຮັດ​ໃຫ້​ການ​ເປັນ​ການ​ຍາກ​ຂຶ້ນ​ ສຳ​ລັບພວກ​ນັກ​ໂທດ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ໜ່ວຍ​ປະ​ຕິ​ບັດ​ການ​ຂອງພວກ​ເຂົາ ທີ່​ຈະ​ເຂົ້າ​ໄປ​ຫຼື​ອອກ​ມາ.

ເຈົ້າ​ໜ້າ​ທີ່​ຄົນ​ນີ້ ​ຍັງ​ກ່າວ​ໂດຍໃຊ້​ຊື່​ຫຍໍ້​ເອີ້ນ​ກຸ່ມ​ລັດ​ອິ​ສ​ລາມ ISIS ແລະ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຕໍ່​ສູ້​ກັນ​ທີ່​ຍັງ​ເຫຼືອ​ຢູ່​ສ່ວນ​ໃຫຍ່ນັ້ນ ປາ​ກົດ​ວ່າ​ມີ​ຂຶ້ນ​ຢູ່​ໃນ​ຕຶກ​ອາ​ຄານພຽງຫຼັງ​ດຽວ​ ໂດຍ​ເວົ້າ​ວ່າ “ຍັງ​ມີ​ພວກ ISIS ໃນ​ຈຳ​ນວນ​ສຳ​ຄັນ​ທີ່​ຍັງ​ຕໍ່​ຕ້ານ​ຢູ່.”

ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານ​ວານນີ້ ສະ​ຫະ​ລັດ​ກ່າວ​ວ່າ ກຳ​ລັງ​ຂອງ​ຕົນ​ຍັງ​ສືບ​ຕໍ່​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ກຳ​ລັງ SDF ໃນ​ຂະ​ນະ​ທີ່​ການ​ສູ້​ລົບທັງ​ຢູ່​ໃນ​ແລະ​ອ້ອມ​ແອ້ມ​ຄຸກ​ແຫ່ງນີ້ ຍັງ​ດຳ​ເນີນ​ຕໍ່​ໄປ​ເປັນ​ມື້​ທີຫົກ.

ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ທ່ານ​ຈອນ ເຄີ​ບີ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ພວກເຮົາ​ຍັງ​ສືບ​ຕໍ່ສະ​ໜອງ​ການ​ສະ​ໜັບ​ສະ​ໜຸນ​ກຳ​ລັງ SDF ເພື່ອ​ຊ່ວຍ​ພວກ​ເຂົາ​ເຈົ້າ ຄວບ​ຄຸມ​ໄພ​ຂົ່ມ​ຂູ່​ດັ່ງກ່າວ.”

ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ໄດ້​ຊ່ວຍ​ເຂົາ​ເຈົ້າສ້າງ​ຕັ້ງ​ເຂດ​ຮອບນອກ ປິດ​ລ້ອມ​ສະ​ຖານ​ທີ່​ແຫ່ງນີ້. ພວກ​ເຂົາ​ເຈົ້າ​ສາ​ມາດ​ຢຶດ​ໄດ້​ຄືນ​ຫຼາຍໆ​ບໍ​ລິ​ເວນທີ່​ຢູ່​ພາຍ​ໃຕ້​ການຄວບ​ຄຸມ​ຂອງ​ກຸ່ມ ISIS.”

ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານ​ວານນີ້ ກຳ​ລັງ SDF ກ່າວ​ວ່າ ການ​ປະ​ຕິ​ບັດ​ງານ​ເພື່ອ​ຢຶດ​ເອົາ​ຄຸກ​ຄືນ ຮວມ​ທັງ​ເຂດ​ທີ່​ມີ​ຕຶກ​ອາ​ຄານ 8 ຫຼັງ ອຳ​ນວຍ​ໃຫ້​ພວກ​ເຂົາ​ເຈົ້າສາ​ມາດ​ປ່ອຍພະ​ນັກ​ງານ​ທີ່​ຖືກກຸ່ມລັດ​ອິ​ສ​ລາມ​ຈັບ​ເປັນນັກ​ໂທດ​ໄດ້ 9 ຄົນ.

ເຈົ້າ​ໜ້າ​ທີ່​ຂອງ​ກຳ​ລັງ SDF ກ່າວ​ວ່າ ສະ​ມາ​ຊິກກຸ່ມ​ລັດ​ອິ​ສ​ລາມ​ອີກ 17 ຄົນໄດ້​ຖືກ​ຂ້າ​ຕາຍ ໃນ​ການກວດ​ລ້າງ​ຢູ່​ຕາມ​ຄຸ້ມ​ຕ່າງໆ​ທີ່​ຕັ້ງ​ຢູ່​ໃກ້​ຄຽງ​ກັບ​ຄຸກ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າຢ່າງ​ໜ້ອຍ 7 ຄົນ ໄດ້​ເສຍ​ຊີ​ວິດ​ຫຼັງ​ຈາກ​ລະ​ເບີດ​ຫຼາຍໆ​ລູກ​ແຕກ​ຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG