ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊິງແຊ້ມ ສະກົດຄຳ ສະເໝີກັນ ເປັນເທື່ອທຳອິດ ໃນຮອບ 52 ປີ (ວີດີໂອ)


ທ້າວ Ansun Sujoe ອາຍຸ 13 ປີ ຈາກເມືອງ Fort Worth ລັດ Texas (ຊ້າຍ) ແລະທ້າວ Sriram Hathwar ອາຍຸ 14 ປີ ຈາກເມືອງ Painted Post ລັດນິວຢອກ.
ທ້າວ Ansun Sujoe ອາຍຸ 13 ປີ ຈາກເມືອງ Fort Worth ລັດ Texas (ຊ້າຍ) ແລະທ້າວ Sriram Hathwar ອາຍຸ 14 ປີ ຈາກເມືອງ Painted Post ລັດນິວຢອກ.
ໜຸ່ມນ້ອຍ​ອາ​ເມຣິກັນສອງ​ຄົນ​ ແມ່ນ​ເປັນ​ນັກ​ແຂ່ງຂັນ ຈຸ​ທຳ​
ອິດ ນັບຕັ້ງ​ແຕ່ປີ 1962 ເປັນຕົ້ນມາ ທີ່​ມີຄະແນນສະ​ເໝີ​ກັນ
​ໃນການ​ແຂ່ງ​ຂັນແຊມປ້ຽນສະກົດຄຳຂອງອົງການ Scripps
ຫຼື Scripps National Speeling Bee.

ທ້າວ Sriram Hathwar ຈາກລັດ​ນິວຢອກ ​ແລະ​ທ້າວ Ansun
Sujoe ຈາກ​ລັດ​ເທັກ​ຊັສ ​ໄດ້​ຖືກ​ປະກາດ​ໃຫ້ເປັນຜູ້​ຊະ​ນະ​ເລີດ
ຮ່ວມກັນ ​ໃນ​ຕອນແລງ​ວັນ​ພະ ຫັດວານ​ນີ້ ຫຼັງ​ຈາກການແຂ່ງຂັນ
6 ​ຮອບ ແບບນຶ່ງຕໍ່ນຶ່ງ ​ທີ່ເຕັມໄປດ້ວຍຄວາມ ເຄັ່ງຕຶງນັ້ນ.

ທ້າວ Hathwars ອາຍຸ 14 ປີ ໄດ້ສະກົດຄຳສຸດທ້າຍ ກໍຄື
“stichomythia” ທີ່ໝາຍເຖິງ ປະເພດຂອງການສົນທະນາ ຢູ່ໃນບົດລະຄອນເກົ່າແກ່
ຂອງກຣີສ.

ສ່ວນທ້າວ Sujoe ຜູ້ທີ່ມີອາຍຸ 13 ປີ ປະສົບຜົນສຳເລັດ ໃນການສະກົດຄຳ “feuilleton”
ເປັນຄຳເວົ້າພາສາຝຣັ່ງ ຄືໝາຍເຖິງສ່ວນເພີ້ມຕື່ມຂອງໜັງສືພິມ ຫລືລະຄອນວິທະຍຸ.

ເດັກທັງສອງ ເປັນຄົນອາເມຣິກັນເຊື້ອສາຍອິນເດຍ. ນັບແຕ່ປີ 2008 ເປັນຕົ້ນມາ ຜູ້ຊະ
ນະທຸກໆຄົນໃນການສະກົດຄຳຫຼື Speeling Bee ແມ່ນມີເຊື້ອສາຍ ອິນເດຍທັງນັ້ນ.

ເຂົາເຈົ້າແຕ່ລະຄົນຈະໄດ້ຣັບເງິນສົດເມືອບ້ານ 30,000 ພັນໂດລາ ແລະລາງ ວັນຕ່າງໆ
ອີກ ພ້ອມດ້ວຍຂັນຄຳຊະນະເລີດໜ່ວຍນຶ່ງ.
US SPELLING BEE VO
please wait
Embed

No media source currently available

0:00 0:00:43 0:00
XS
SM
MD
LG