ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

36,000 ຄົນ​ຖືກ​ຍົກ​ຍ້າຍອອ​ກ​ຈາກ​ສະ​ຖານ​ທີ່​ຈັດ​ງານ​ລູກ​ເສືອ ແຈມ​ໂບ​ຣີ ໃນ​ຂະ​ນະ​ທີ່​ພາ​ຍຸ​ພັດ​ເຂົ້າ ເກົາຫຼີ​ໃຕ້


ຜູ້​ເຂົ້າ​ຮ່ວມ​ງານ​ລູກ​ເສືອ​ໂລກ​ ແຈມ​ໂບ​ຣີ ກຽມ​ອອກ​ຈາກ​ສະ​ຖານ​ທີ່​ຕັ້ງ​ຄ້າຍ​ໃນ​ເມືອງ ບວນ, ເກົາຫຼີ​ໃຕ້, 7 ສິງ​ຫາ 2023.
(News is via AP)
ຜູ້​ເຂົ້າ​ຮ່ວມ​ງານ​ລູກ​ເສືອ​ໂລກ​ ແຈມ​ໂບ​ຣີ ກຽມ​ອອກ​ຈາກ​ສະ​ຖານ​ທີ່​ຕັ້ງ​ຄ້າຍ​ໃນ​ເມືອງ ບວນ, ເກົາຫຼີ​ໃຕ້, 7 ສິງ​ຫາ 2023. (News is via AP)

ງານ​ລູກ​ເສືອ​ໂລກ ແຈມ​ໂບ​ຣີ 2023 ທີ່ບໍ່​ໄດ້ມີ​ຄວາມ​ກຽມ​ພ້ອມ​ພຽງ​ພໍ ແລະ ຖືກ​ກະ​ທົບ​ໂດຍ​ຄື້ນ​ຄວາມ​ຮ້ອນໃນ​ ເກົາຫຼີ​ໃຕ້ ແມ່ນ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍອີກ​ອັນ​ນຶ່​ງ​ທີ່​ກຳ​ລັງ​ມຸ່ງ​ໜ້າ​ສູ່​ເຂົາ​ເຈົ້າ, ເຊິ່​ງ​ແມ່ນ​ພາ​ຍຸ​ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃນ ຍີ່​ປຸ່ນ ແລະ ໄຕ້​ຫວັນ​ແລ້ວ.

ພາ​ຍຸ​ລະ​ດູ​ຮ້ອນທີ່​ຮ້າຍ​ແຮງ​ຊື່​ວ່າ ຄາ​ນູນ ໃນ​ວັນ​ຈັນ​ວານນີ້ຖືກ​ພະ​ຍາ​ກອນ​ວ່າ​ຈະ​ເຄື່ອນ​ຍ້າຍ​ທິດ​ທາງ​ຂອງ​ມັນ ແລະ ກະ​ທົບ​ໃສ່​ຊາຍ​ຝັ່ງ​ພາກ​ໃຕ້​ຂອງ ເກົາຫຼີ​ໃຕ້ ເປັນ​ພາ​ຍຸ​ໃຕ້​ຝຸ່ນ​ພາຍ​ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດຈະມາ ເຖິງ​ນີ້, ກ່ອນ​ຈະ​ເຄື່ອນ​ຂຶ້ນ​ໄປ​ແຫຼມ ເກົາຫຼີ ເຂົ້າ​ຫາ ເກົາ​ຫຼີ​ເໜືອ ດ້ວຍ​ກຳ​ລັງ​ທີ່​ອ່ອນ​ລົງ.

ການ​ພະ​ຍາ​ກອນ​ອາກາດ ກ່ອນ​ໜ້ານີ້​ ໄດ້ຈັດໃຫ້​ພາ​ຍຸ​ໄຕ້​ຝຸ່ນ​ຫົວ​ທີ 6 ຂອງ​ລະ​ດູການທີ່ກຳລັງ​ເຄື່ອນ​ໄປ​ທິດ​ຕາ​ເວັນ​ອອກ ​ໄປ​ຫາ​ແຜ່ນ​ດິນ​ໃຫຍ່​ຂອງ ຍີ່​ປຸ່ນ. ບັນ​ດາ​ເກາະ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ໝູ່​ເກາະ​ດັ່ງ​ກ່າວ ​ແມ່ນ​ຖືກ​ກະ​ທົບ​ໂດຍ​ລົມແຮງ​ ແລະ ຝົນ​ຕົກໜັກຂອງ​ພາ​ຍຸ ຄາ​ນູນ ເປັນ​ເວ​ລາຫຼາຍ​ວັນ, ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 3 ຄົນ ແລະ ບາດ​ເຈັບຫຼາຍ​ຄົນ. ພາ​ຍຸ​ທີ່​ເຄື່ອນ​ຕົວ​ຢ່າງ​ຊ້າໆ​ນັ້ນ​ຍັງ​ໄດ້​ກໍ່ບັ​ນ​ຫາ​ໃນ ໄຕ້​ຫວັນ​, ເຊິ່ງ​ໄດ້​ເຮັດ​ໃຫ້​ເກີດ​ດິນ​ເຈື່ອນ ແລະ ຖ້ຽວ​ບິນ​ບໍ່​ສາ​ມາດ​ບິນ​ຂຶ້ນ​ໄດ້.

ລັດ​ຖະ​ບານ ເກົາຫຼີ​ໃຕ້ ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ລະ​ມັດ​ລະ​ວັງ​ທົ່ວ​ປະ​ເທດ ຫຼັງ​ຈາກຫຼາຍກວ່າ 40 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ຝົນ​ຕົກ​ຮຸນ​ແຮງເມື່ອ​ເດືອນ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG