ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທິມ ສກັອດ ສະມາຊິສະພາສູງສະຫະລັດ ກ່າວຕອບໂຕ້ ຄຳປາໄສຂອງທ່ານໄບເດັນວ່າ ບໍ່ສາມາດສ້າງຄວາມສາມັກຄີໃນຊາດ


ທ່ານທິມ ສກັອດ ສະມາຊິສະພາສູງສະຫະລັດ ສັງກັດພັກຣີພັບບລີກັນ ກ່າວຕໍ່ບັນດານັກຂ່າວໃນຂະນະອອກມາຈາກລັດຖະສະພາ ເພື່ອຂຶ້ນລົດໄຟໃຕ້ດິນ, ເມື່ອແລງວັນທີ 28 ເມສາ 2021 ໃນນະຄອນຫຼວງວໍຊິງຕັນ.
ທ່ານທິມ ສກັອດ ສະມາຊິສະພາສູງສະຫະລັດ ສັງກັດພັກຣີພັບບລີກັນ ກ່າວຕໍ່ບັນດານັກຂ່າວໃນຂະນະອອກມາຈາກລັດຖະສະພາ ເພື່ອຂຶ້ນລົດໄຟໃຕ້ດິນ, ເມື່ອແລງວັນທີ 28 ເມສາ 2021 ໃນນະຄອນຫຼວງວໍຊິງຕັນ.

ທ່ານທິມ ສກັອດ ສະມາຊິກສະພາສູງສະຫະລັດ ໄດ້ກ່າວວ່າ ປະທານາທິບໍດີ ໂຈ ໄບເດັນ ບໍ່ສາມາດສ້າງຄວາມສາມັກຄີໃນຊາດ ແລະວ່າຂໍ້ສະເໜີຂອງທ່ານ ດ້ານການໃຊ້ຈ່າຍ ສຳລັບພື້ນຖານໂຄງລ່າງ ແລະສຳລັບການສຶກສາແລະຄອບ ຄົວທີ່ຫາກໍໄດ້ປະກາດອອກມານັ້ນ ແມ່ນຈະເຮັດໃຫ້ປະເທດຊາດແຕກແຍກກັນຫຼາຍຂຶ້ນຕື່ມ.

ການສະແດງຄຳເຫັນຂອງພັກຣີພັບບລີກັນເພື່ອຕອບການກ່າວຄຳປາໄສຄັ້ງທຳອິດຕໍ່ສະພາຄົບຄະນະຂອງປະທານາທິບໍດີຈາກພັກເດໂມແຄຣັດ ໃນຕອນຄ່ຳຄືນວັນພຸດວານນີ້ ທ່ານສກັອດ ໄດ້ກ່າວໄປວ່າ “ປະເທດຊາດຂອງພວກເຮົາ ກຳລັງຫີວໂຫຍຫຼາຍກວ່າຄຳເວົ້າທຳມະດາ.”

ທ່ານໄບເດັນ ໄດ້ໃຊ້ເວລາສ່ວນນຶ່ງຂອງການກ່າວຄຳປາໄສເພື່ອສະເຫຼີມສະຫຼອງຄວາມກ້າວໜ້າໃນການຕໍ່ສູ້ກັບໂຣກລະບາດໄວຣັສໂຄໂຣນາລວມທັງຜົນສຳເລັດ ເກີນເປົ້າໝາຍສຳລັບການສັກຢາວັກຊີນຂອງລັດຖະບານທ່ານ ມາເຖິງຈຸດນີ້ໃນການດຳລົງຕຳແໜ່ງເປັນປະທານາທິບໍດີ.

ທ່ານສກັອດ ໄດ້ເວົ້າອີກວ່າ ທ່ານໄບເດັນ “ໄດ້ສືບທອດກະແສນ້ຳທີ່ໄດ້ຫັນປ່ຽນຂຶ້ນຢູ່ແລ້ວ” ໂດຍຍົກຍ້ອງໂຄງການເພື່ອເລັ່ງພັດທະນາຢາວັກຊີນ ຂອງລັດຖະ ບານທ່ານທຣຳ ພ້ອມດ້ວຍຊຸດງົບປະມານຕ່າງໆທີ່ໄດ້ຮັບຜ່ານໂດຍສະພາເມື່ອປີກາຍນີ້ ທີ່ໄດ້ນຳສົ່ງເງິນຊ່ອຍເຫຼືອຫຼາຍພັນຕື້ໂດລາໃຫ້ແກ່ທຸລະກິດ ລັດຖະບານຂອງລັດຕ່າງໆ ແລະຈ່າຍເງິນໂດຍກົງໃຫ້ແກ່ບຸກຄົນທັງຫຼາຍ.

ທ່ານໄດ້ອະທິບາຍວ່າ ພັກເດໂມແຄຣັດບໍ່ເຕັມໃຈທີ່ຈະເຮັດວຽກຮ່ວມກັບພັກຣີພັບບລີກັນ ໃນເລື້ອງການຊ່ອຍເຫຼືອຕື່ມອີກ ເຊັ່ນວ່າພັກເດໂມແຄຣັດ ໄດ້ຮັບຜ່ານການຊ່ອຍເຫຼືອດ້ານໄວຣັສໂຄໂຣນາຮອບໃໝ່ ຫຼັງຈາກທີ່ທ່ານໄບເດັນ ໄດ້ເຂົ້າຮັບຕຳແໜ່ງ. ທັງສອງຝ່າຍໄດ້ປະທະກັນ ກ່ຽວກັບຂະໜາດ ຂອງມາດຕະ ການຊ່ອຍເຫຼືອດັ່ງກ່າວ ໂດຍພັກເດໂມແຄຣັດ ໂຕ້ຖຽງວ່າ ລັດຖະບານຕ້ອງເອົາມາດຕະການຕື່ມອີກ ໃນຂະນະດຽວກັນ ພັກຣີພັບບລີກັນໂຕ້ຖຽງໃຫ້ມີການໃຊ້ຈ່າຍທີ່ຖືກເປົ້າໝາຍຫຼາຍຂຶ້ນ.

ທ່ານສກັອດຍັງໄດ້ສະແດງຄວາມເຫັນຄັດຄ້ານຕໍ່ຄວາມໄວໃນການເປີດໂຮງຮຽນຄືນໃໝ່ ທ່າມກາງໂຣກລະບາດຢູ່ນັ້ນ ໂດຍໂຕ້ຖຽງວ່າ ບັນດາປະເທດອື່ນໆ ໄດ້ອະນຸຍາດໃຫ້ລູກນ້ອຍຂອງພວກເຂົາ ກັບຄືນໄປຮ່ຳຮຽນໃນຫ້ອງຮຽນແລ້ວ.

ທ່ານເວົ້າວ່າ “ວິທະຍາສາດໄດ້ສະແດງໃຫ້ເຫັນວ່າ ເປັນເວລາຫຼາຍເດືອນແລ້ວ ທີ່ໂຮງຮຽນທັງຫຼາຍແມ່ນປອດໄພ.”

ການໃຫ້ຄຳເຫັນຕອບ ຕໍ່ຂໍ້ສະເໜີໃໝ່ຂອງທ່ານໄບເດັນ ທີ່ຈະຂຶ້ນພາສີສຳລັບບັນ ດາບໍລິສັດ ແລະພວກຊາວອາເມຣິກັນຜູ້ທີ່ຮັ່ງມີທີ່ສຸດ ເພື່ອມາໃຊ້ຈ່າຍໃນການຂະ ຫຍາຍການເຂົ້າເຖິງໄດ້ ໂຮງຮຽນອະນຸບານ ວິທະຍາໄລຊຸມຊົນ ການເບິ່ງແຍງເດັກນ້ອຍ ແລະຄ່າຈ້າງສຳລັບການລາພັກຂອງຄອບຄົວນັ້ນ ທ່ານສກັອດໄດ້ອະ ທິບາຍວ່າ ເປັນແຜນການຄືກັບວ່າ ໃຫ້ລັດຖະບານກາງ “ເຂົ້າໄປມີສ່ວນຮ່ວມໃນຊີວິດຂອງທ່ານຫຼາຍຂຶ້ນ ຈາກຕອນເກີດຈົນເຖິງຂັ້ນວິທະຍາໄລ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG